ນີ້ກໍ່ແມ່ນໂອກາດເພື່ອໃຫ້ນາຍທະຫານຊາຍແດນໜຸ່ມສອງປະເທດມີໂອກາດແລກປ່ຽນບົດຮຽນໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ; ຄຸ້ມຄອງດ່ານຊາຍແດນ; ຕໍ່ສູ້ປ້ອງກັນ, ຕ້ານອາດຊະຍະກໍາປະເພດຕ່າງໆ; ເຂົ້າຮ່ວມການປັບປຸງລະບົບຮາກຖານການເມືອງ, ຊຸກຍູ້ການພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມຢູ່ບໍລິເວນຊາຍແດນ...

ທີ່ການພົບປະແລກປ່ຽນ, ສອງຝ່າຍໄດ້ຢັ້ງຢືນວ່າ ໃນໄລຍະຜ່ານມາຖັນແຖວນາຍທະຫານຊາຍແດນໜຸ່ມຫວຽດນາມ-ລາວ ໄດ້ເສີມຂະຫຍາຍບົດບາດປະຈັນບານ, ມີຫົວຄິດປະດິດສ້າງ, ພະຍາຍາມເຮັດວຽກໜູນໃຊ້ຄວາມຮູ້ຈົນສຸດຄວາມສາມາດຂອງຕົນເຂົ້າໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະແກ້ໄຂທຸກກໍລະນີທີ່ເກີດຂຶ້ນຢູ່ເຂດຊາຍແດນ ເພື່ອແນໃສ່ກໍ່ສ້າງຊາຍແດນສັນຕິພາບ, ມິດຕະພາບ ແລະພັດທະນາແບບຍືນຍົງ.

leftcenterrightdel
ນາຍທະຫານຊາຍແດນໜຸ່ມຫວຽດນາມ ແລະລາວປຸກຕົ້ນໄມ້ຢູ່ກອງບັນຊາການທະຫານຢູ່ກອງຮ້ອຍທະຫານຊາຍແດນ 320, ແຂວງສະຫວັນນະເຂດ. ພາບ: ວັນເຈືອງ

ທ່ານພັນໂທ ສັກລິດ ພິຈິດ-ຮອງຫົວໜ້າກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໃຫ້ຮູ້ວ່າ: ການພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມສອງປະເທດຄັ້ງນີ້ໄດ້ປະກອບສ່ວນສໍາຄັນເຂົ້າໃນການກໍ່ສ້າງ ແລະເພີ່ມພູນຄູນສ້າງສາຍພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະກອງທັບສອງປະເທດພວກເຮົາເວົ້າລວມ ແລະກໍາລັງຄຸ້ມຄອງປົກປັກຮັກສາຊາຍແດນພວກເຮົາເວົ້າສະເພາະ, ການພົບປະແລກປ່ຽນຄັ້ງນີ້ໄດ້ປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ການສົມທົບກັນໃນການຄຸ້ມຄອງປົກປັກຮັກສາຊາຍແດນກໍ່ຄືຈັດຕັ້ງການລາດຕະເວນສອງຝ່າຍຂອງບັນດາກົມກອງ, ນອກຈາກນັ້ນ ບັນດາກົມກອງແຮກສ່ຽວກໍ່ຈັດຕັ້ງບັນດາການເຄື່ອນໄຫວຂໍ່ານັບຮັບຕ້ອນການພົບປະແລກປ່ຽນວັດທະນະທໍາສິລະປະ, ກິລາ-ກາຍະກໍາໃນຊຸມວັນບຸນເຕັດ ແລະວັນສໍາຄັນຂອງປະເທດຢ່າງເປັນປະຈໍາ ເພື່ອຮັດແໜ້ນການພົວພັນສາມັກຄີລະຫວ່າງບັນດາກົມກອງທີ່ຢູ່ສອງຟາກຊາຍແດນ.

ຫວຽດນາມ-ລາວ ມີເສັ້ນຊາຍແດນຮ່ວມກັນຍາວ 2.000 ກິໂລແມັດ. ໃນໄລຍະຜ່ານມາວຽກງານສົມທົບກັນລະຫວ່າງກໍາລັງຄຸ້ມຄອງຊາຍແດນ. ຫວຽດນາມ-ລາວ ເວົ້າລວມ ແລະນາຍທະຫານໜຸ່ມສອງຝ່າຍເວົ້າສະເພາະນັບມື້ນັບໄດ້ຮັບການປັບປຸງໃຫ້ແໜ້ນແຟ້ນ. ສອງຝ່າຍໄດ້ຈັດຕັ້ງຫຼາຍກິດຈະກໍາທີ່ມີຄວາມໝາຍ, ແທດຈິງ, ພິເສດລາຍການພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມສອງປະເທດແມ່ນເພື່ອແນໃສ່ເພີ່ມທະວີການສົມທົບກັນ, ຮ່ວມແຮງຮ່ວມໃຈກັນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

ທ່ານພັນເອກພິເສດ ຫງວຽນແທັງຫາຍ ຮອງຫົວໜ້າການເມືອງທະຫານຊາຍແດນໃຫ້ຮູ້ວ່າ ຜ່ານກິດຈະກໍາເຄື່ອນໄຫວພົບປະແລກປ່ຽນຄັ້ງນີ້ພວກຂ້າພະເຈົ້າຢາກໃຫ້ໄວໜຸ່ມກໍາລັງຊາຍແດນສອງປະເທດຫວຽດນາມ-ລາວ ຫຍັບເຂົ້າໃກ້ກັນກວ່າ, ເຂົ້າໃຈກັນຕື່ມອີກ, ພິເສດແມ່ນຫັນວຽກງານຄຸ້ມຄອງ ແລະປົກປັກຮັກສາຊາຍແດນນີ້ເປັນລະອຽດເຊິ່ງແມ່ນກໍາລັງປະຕິບັດໜ້າທີ່ຢູ່ເສັ້ນຊາຍແດນຫວຽດນາມ-ລາວ ໂດຍກົງ.

ການເຄື່ອນໄຫວລະຫວ່າງກໍາລັງນາຍທະຫານຊາຍແດນໜຸ່ມສອງຝ່າຍໄດ້ ແລະກໍາລັງເສີມຂະຫຍາຍຢ່າງມີປະສິດທິຜົນ. ໂດຍຢັ້ງຢືນວ່າອາລົມຈິດສະໜິດຕິດພັນທີ່ໝັ້ນແກ່ນໄດ້ປະກອບສ່ວນສໍາຄັນເຂົ້າໃນການຜັນຂະຫຍາຍຫັນຂໍ້ຕົກລົງຂັ້ນສູງລະຫວ່າງກະຊວງປ້ອງກັນປະເທດສອງປະເທດເຮັດໃຫ້ການພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານເລິກເຊິ່ງຂຶ້ນຕື່ມ; ປະກອບສ່ວນຫັນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍ “ປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ໃຫ້ປະກົດຜົນເປັນຈິງ”.

ໂດຍ: ໄຊນີດາ