ກ່າວຄຳເຫັນທີ່ເຫດການ, ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ຢືນຢັນວ່າ: ລາຍການໄດ້ສ້າງເງື່ອນໄຂ ແລະກາລະໂອກາດເພື່ອໃຫ້ນັກສຶກສາຂອງສອງປະເທດ ມີຄວາມສະໜິດຕິດພັນກັນກວ່າເກົ່າ, ມີຄວາມເຂົ້າໃຈເລິກເຊິ່ງກວ່າກ່ຽວກັບຄຸນຄ່າວັດທະນະທຳອັນດີງາມຂອງແຕ່ລະຊົນຊາດ; ພ້ອມທັງຊອກຮູ້ປະຫວັດສາດແຫ່ງການພົວພັນມິດຕະພາບອັນຍາວນານ, ຜ່ານນັ້ນສືບຕໍ່ຊຸກຍູ້ ແລະເພີ່ມທະວີການພົວພັນລະຫວ່າງສອງຝ່າຍໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.

leftcenterrightdel
ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ກ່າວຄໍາເຫັນທີ່ວັນບຸນພົບປະແລກປ່ຽນວັດທະນະທໍາລະຫວ່າງນັກສຶກສາຫວຽດນາມ - ລາວ. ພາບ: baoquocte.vn

ທ່ານນາງ ເອກອັກຄະລັດຖະທູດ ເນັ້ນໜັກວ່າ, ໃນຕະຫຼອດໄລຍະຜ່ານມາ, ຫວຽດນາມ ໄດ້ໜູນຊ່ວຍລາວ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ. ຫວຽດນາມ ໄດ້ໜູນຊ່ວຍລາວ ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທຸກຂັ້ນ ແລະທຸກຂະແໜງການ ນັບແຕ່ໄລຍະກ່ອນການປົດປ່ອຍ ຈົນມາຮອດປະຈຸບັນ, ດ້ວຍຈຳນວນ ແລະປະລິມານນັບມື້ນັບເພີ່ມຂຶ້ນ. ປະຈຸບັນ, ນັກສຶກສາລາວ 10.000 ກວ່າຄົນ ທີ່ກຳລັງຮຽນຢູ່ຫວຽດນາມ ຕາມຫຼັກສູດການບໍາລຸງສ້າງໄລຍະສັ້ນ, ໄລຍະຍາວ, ໃນນັ້ນມີນັກສຶກສາຫຼາຍຄົນພວມຮຽນຢູ່ສະຖາບັນການຕ່າງປະເທດ.

ທ່ານ ຫງວຽນແມ້ງດົງ ຮອງຜູ້ອຳນວຍການສະຖາບັນການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ, ລຸ້ນໜຸ່ມ, ພິເສດແມ່ນນັກສຶກສາ ຕ້ອງເຂົ້າໃຈເລິກເຊິ່ງກວ່າກ່ຽວກັບປະຫວັດສາດແຫ່ງການພົວພັນຫວຽດນາມ - ລາວ; ພ້ອມທັງມີຄວາມຮັບຜິດຊອບໃນການປະກອບສ່ວນ, ຫຼໍ່ລ້ຽງ ແລະພັດທະນາສາຍພົວພັນແບບພິເສດນີ້ໃນໄລຍະຈະມາເຖິງ, ສົມກັບສາຍພົວພັນ “ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້”.

ວັນບຸນດັ່ງກ່າວໄດ້ປະກອບສ່ວນຊ່ວຍໃຫ້ນັກສຶກສາຫວຽດນາມ ແລະລາວ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວັດທະນະທຳ, ປະຫວັດສາດຂອງແຕ່ລະປະເທດ, ພິເສດແມ່ນປະຫວັດສາດແຫ່ງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ນັບແຕ່ອະດີດຈົນເຖິງປະຈຸບັນ. ຕາມທ່ານແລ້ວ, ນັກສຶກສາຂອງທັງສອງປະເທດຈະແມ່ນຜູ້ທີ່ປະກອບສ່ວນກໍ່ສ້າງ ແລະເພີ່ມພູນຄູນສ້າງອະນາຄົດຂອງການພົວພັນຫວຽດນາມ - ລາວ ໃນໄລຍະຈະມາເຖິງ.

leftcenterrightdel
ນັກສຶກສາ ເພັດນະຄອນ ສຸລິວົງສັກ, ປະທານນັກສຶກສາລາວ ຢູ່ສະຖາບັນການຕ່າງປະເທດ ກ່າວຄໍາເຫັນ. ພາບ: baoquocte.vn

ນັກສຶກສາ ເພັດນະຄອນ ສຸລິວົງສັກ, ປະທານນັກສຶກສາລາວ ຢູ່ສະຖາບັນການຕ່າງປະເທດ ຖືວ່າ ຜ່ານເຫດການໃນມື້ນີ້, ນັກສຶກສາແຕ່ລະຄົນຈະມີຄວາມຮັບຮູ້ເຖິງຄວາມຮັບຜິດຊອບຂອງລຸ້ນໜຸ່ມທັງລາວ-ຫວຽດນາມ, ສືບທອດມູນເຊື້ອຂອງລຸ້ນພໍ່ລຸ້ນອ້າຍ, ເສີມຂະຫຍາຍນ້ຳໃຈສາມັກຄີ ແລະນໍາການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ.

“ສຳລັບນັກສຶກສາລາວ ຄືນ້ອງ, ການຮຽນຢູ່ຫວຽດນາມ ແມ່ນຄວາມເປັນກຽດອັນໃຫຍ່ຫຼວງ. ພວກນ້ອງບໍ່ພຽງແຕ່ໄດ້ຮັບຄວາມຮູ້ດ້ານວິຊາສະເພາະ, ທັກສະດ້ານວິຊາການເທົ່ານັ້ນ, ຫາກຍັງໄດ້ຮັບຄວາມເອົາໃຈໃສ່,  ການແບ່ງປັນຈາກບັນດາຄູອາຈານ ແລະ ເພື່ອນນັກສຶກສາຫວຽດນາມ ອີກດ້ວຍ. ສິ່ງດັ່ງກ່າວໄດ້ເຮັດໃຫ້ພວກນ້ອງຮູ້ສຶກວ່າ ຫວຽດນາມ ແມ່ນບ້ານເກີດເມືອງນອນທີສອງຂອງຕົນ ຢ່າງແທ້ຈິງ”.

leftcenterrightdel
ລາຍການສະແດງສິລະປະ ຂອງນັກສຶກສາລາວ. ພາບ: baoquocte.vn

ຕາງໜ້າໃຫ້ນັກສຶກສາສະຖາບັນການຕ່າງປະເທດ, ນ້ອງ ຟ້າມແອັງດຶກ ແບ່ງປັນວ່າ, ໂດຍແມ່ນຜູ້ທີ່ມັກປະຫວັດສາດ, ນັບແຕ່ຊຸມປີທີ່ຮຽນຢູ່ຊັ້ນມັດທະຍົມ, ນ້ອງ ໄດ້ຮຽນ ແລະຟັງເລື່ອງລາວກ່ຽວກັບນ້ຳໃຈສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ. ເລື່ອງລາວຕ່າງໆເຫຼົ່ານັ້ນ ໄດ້ເປັນສັນຍາລັກທີ່ມີຊີວິດຊີວາກ່ຽວກັບການຊ່ວຍເຫຼືອຢ່າງບໍ່ເຫັນແກ່ຕົວ ແລະສຸດຈິດສຸດໃຈ ທີ່ຫວຽດນາມ ແລະລາວ ໄດ້ສະຫງວນໃຫ້ກັນ, ນັບແຕ່ອະດີດຈົນມາຮອດປະຈຸບັນ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ.

ໂດຍຮຽນຢູ່ສະຖາບັນການຕ່າງປະເທດຫວຽດນາມ ມາເປັນເວລາ 4 ປີ ເຊິ່ງເປັນສະຖາບັນທີ່ມີນັກສຶກສາລາວຫຼາຍຄົນ ກຳລັງຮຽນຢູ່ ໄດ້ສ້າງເງື່ອນໄຂເພື່ອໃຫ້ນັກສຶກສາມີໂອກາດພົບປະ, ໂອ້ລົມ ແລະສົນທະນາແລກປ່ຽນກັບເພື່ອນລາວ, ຈາກນັ້ນມີຄວາມຮັບຮູ້, ຄວາມເຂົ້າໃຈ ແລະຍິ່ງມີຄວາມຮັກຕໍ່ປະເທດຊາດ, ວັດທະນະທຳ ແລະປະຊາຊົນລາວຕື່ມອີກ.

leftcenterrightdel
ວັນບຸນພົບປະແລກປ່ຽນວັດທະນະທໍາລະຫວ່າງນັກສຶກສາຫວຽດນາມ - ລາວ ມີກິດຈະກໍາເຄື່ອນໄຫວທີ່ອຸດົມສົມບູນ. ພາບ: baoquocte.vn

ວັນບຸນພົບປະແລກປ່ຽນວັດທະນະທຳນັກສຶກສາຫວຽດນາມ - ລາວ ມີກິດຈະກໍາເຄື່ອນໄຫວທີ່ອຸດົມສົມບູນ ຄື: ງານວາງສະແດງຮູບພາບດ້ວຍຫົວຂໍ້ວ່າ: “ສີສັນນັກສຶກສາຫວຽດນາມ - ລາວ”, ງານວາງສະແດງຮູບພາບກ່ຽວກັບນ້ຳໃຈມິດຕະພາບລະຫວ່າງນັກສຶກສາສອງປະເທດ; ລາຍການສະແດງສິລະປະ ແລະສະແດງຊຸດອາພອນປະຈໍາຊາດ ຂອງຫວຽດນາມ ແລະລາວ; ພ້ອມກັບກິດຈະກໍາເຄື່ອນໄຫວອື່ນອີກ ເຊັ່ນ ວັດທະນະທຳອາຫານການກິນ, ຫັດຖະກຳ ແລະ ການລະຫຼິ້ນພື້ນເມືອງທີ່ເປັນເອກະລັກສະເພາະຂອງທັງສອງຊາດ.

ໂດຍ: ທູຈາງ