leftcenterrightdel
ພະນັກງານ, ນັກຮົບກອງພັນໃຫຍ່ທີ 6, ກອງບັນຊາການທະຫານນະຄອນເຫວ້ ຍາດເວລາເພື່ອຍູ້ໄວຄວາມຄືບໜ້າກໍ່ສ້າງເຮືອນຢູ່ໃຫ້ປະຊາຊົນຕາແສງ ແຄແຈ. ພາບ: qdnd.vn

ພາຍຫຼັງໜຶ່ງເດືອນກວ່າທີ່ຜັນຂະຫຍາຍປະຕິບັດບັ້ນເຄື່ອນໄຫວ, ບັນດາກົມກອງ: ກອງພັນໃຫຍ່ທີ 6, ກອງບັນຊາການທະຫານນະຄອນເຫວ້ ແລະກອງພັນໃຫຍ່ 19 (ກອງພົນ 968) ໄດ້ສໍາເລັດການກໍ່ສ້າງເຮືອນຢູ່ໃຫ້ພໍ່ແມ່ປະຊາຊົນໂດຍພື້ນຖານ, ຮັບປະກັນຄວາມຄືບໜ້າຕາມແຜນການທີ່ວາງອອກ.

leftcenterrightdel
ທະຫານກອງພັນໃຫຍ່ 19 (ກອງພົນ 968) ຍາດເວລາກາງຄືນ ເພື່ອປຸກສ້າງເຮືອນໃຫ້ປະຊາຊົນຕາແສງ ແຄແຊງ, ແຂວງກວາງຈິ້. ພາບ: qdnd.vn

ຢູ່ບໍລິເວນນະຄອນ ເຫວ້ ແລະແຂວງກວາງຈີ້ ໃນຊຸມວັນຜ່ານມາ ສະພາບດິນຟ້າອາກາດບໍ່ສະດວກ, ມີຝົນຕົກຢ່າງຕໍ່ເນື່ອງ ແຕ່ດ້ວຍຈິດໃຈ “ເບື້ອງໜ້າແມ່ນປະຊາຊົນ”, ພະນັກງານ, ນັກຮົບບັນດາກົມກອງ ໄດ້ຍາດເວລາ ເພື່ອຜັນຂະຫຍາຍປະຕິບັດບັນດາໜ້າວຽກ. ຢູ່ຕາແສງ ແຄແຈ, ນະຄອນເຫວ້, ດ້ວຍຈິດໃຈຕັ້ງໜ້າ, ຮີບດ່ວນ, ພະນັກງານ, ນັກຮົບກອງພັນໃຫຍ່ທີ 6 ໄດ້ສົມທົບກັບບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງຕ່າງໆ ເພື່ອຊ່ວຍ 3 ຄອບຄົວ ທີ່ໄດ້ຮັບການໜູນຊ່ວຍກໍ່ສ້າງເຮືອນຢູ່ສໍາເລັດໜ້າວຽກຕ່າງໆທີ່ຍັງເຫຼືອ, ສູ້ຊົນມອບເຮືອນໃຫ້ພໍ່ແມ່ປະຊາຊົນກ່ອນວັນທີ 10 ມັງກອນ 2026.

leftcenterrightdel
ຮີບຮ້ອນກໍ່ສ້າງສໍາເລັດໜ້າວຽກທີ່ຍັງເຫຼືອ. ພາບ: qdnd.vn

ຢູ່ສະໜາມກໍ່ສ້າງເຂດດິນເຈື່ອນພາຍຫຼັງພາຍຸລູກທີ 10, ຢູ່ບ້ານເຕີນວິ້ງ, ຕາແສງແຄແຊງ, ແຂວງກວາງຈີ້, ພະນັກງານ, ນັກຮົບກອງພັນໃຫຍ່ 19 (ກອງພົນ 968) ໄດ້ຍາດເວລາເພື່ອຍູ້ໄວຄວາມຄືບໜ້າການກໍ່ສ້າງເຮືອນຢູ່ໃຫ້ຄອບຄົວໜຶ່ງທີ່ຖືກເປ່ເພ. ໂດຍບໍ່ຫວາດຫວັ່ນຕໍ່ສະພາບອາກາດທີ່ຮ້າຍກາດ ແລະວັນພັກໃນໂອກາດປີໃໝ່ສາກົນ, ພະນັກງານ, ນັກຮົບຂອງກົມກອງ ໄດ້ເຮັດວຽກດ້ວຍຄວາມຕັດສິນໃຈສູງສຸດ ເພື່ອຊ່ວຍປະຊາຊົນ ຍ້າຍເຂົ້າໄປດໍາລົງຊີວິດຢູ່ເຮືອນຫຼັງໃໝ່ໂດຍໄວເທົ່າທີ່ຈະໄວໄດ້.

ໂດຍ: ໄຊຊະນະ