ຜົນສໍາເລັດຂອງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2 ເປັນການຢ້ັງຢືນປະສິດທິຜົນຂອງກິດຈະກໍາດັ່ງກ່າວໃນການຊຸກຍູ້ການຮ່ວມມືຕົວຈິງລະຫວ່າງກຳລັງປ້ອງກັນຊາຍແດນສອງປະເທດ, ພັດທະນາເສດຖະກິດ, ພົບປະແລກປ່ຽນປະຊາຊົນ, ຍົກສູງສະຕິປົກປັກຮັກສາຊາຍແດນຂອງອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນຢູ່ເຂດຊາຍແດນ, ຮ່ວມແຮງຮ່ວມໃຈກໍ່ສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ, ປະກອບສ່ວນນໍາການຮ່ວມມືດ້ານປ້ອງກັນຊາດສອງຝ່າຍນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ. ຜ່ານນັ້ນ, ສົ່ງສານກ່ຽວກັບນໍ້າໃຈຄວາມສາມັກຄີ, ການໜູນຊ່ວຍເຊິ່ງກັນ ແລະກັນ, ສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງພື້ນຖານອັນໜັກແໜ້ນໃຫ້ການພົວພັນຫວຽດນາມ - ລາວ ພັດທະນາຮອບດ້ານ ແລະຍືນຍົງ.

leftcenterrightdel
 
leftcenterrightdel
ພິທີອໍາລາທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຢູ່ດ່ານຊາຍແດນປາຮາງ ພາຍຫຼັງສິ້ນສຸດກິດຈະກໍາເຄື່ອນໄຫວພົບປະແລກປ່ຽນ ຢູ່ເມືອງສົບເບົາ (ລາວ). ພາບ: qdnd.vn
leftcenterrightdel
ພິທີຕ້ອນຮັບທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ທີ່ດ່ານຊາຍແດນລອງເຊິບ ພາຍຫຼັງສິ້ນສຸດກິດຈະກໍາເຄື່ອນໄຫວຢູ່ເມືອງສົບເບົາ (ລາວ) ໃນຂອບເຂດງານພົບປະແລກປ່ຽນມິດຕະພາບເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2. ພາບ: qdnd.vn

ດ້ວຍຜົນສຳເລັດຂອງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2, ພວກຂ້າພະເຈົ້າ ຍິ່ງມີຄວາມເອກອ້າງທະນົງໃຈຕໍ່ສາຍພົວພັນອັນເລິກເຊິ່ງ, ສູງສົ່ງ, ຍືນຍົງ, ບໍລິສຸດຜຸດຜ່ອງຫາຍາກໃນປະຫວັດແຫ່ງການພົວພັນສາກົນ, ໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ສ້າງພື້ນຖານໂດຍກົງ, ໄດ້ຮັບການເພີ່ມພູນຄູນສ້າງ, ດ້ວຍເລືອດເນື້ອເຫື່ອແຮງຂອງທະຫານ ແລະປະຊາຊົນລຸ້ນຕ່າງໆຂອງສອງປະເທດ. ສາຍພົວພັນນັ້ນໄດ້ກາຍເປັນຊັບສົມບັດລວມອັນລ້ຳຄ່າ, ແມ່ນກົດເກນພາວະວິໄສ, ເປັນປັດໄຈທີ່ມີຄວາມໝາຍເປັນຕາຍຂອງແຕ່ລະພັກ, ແຕ່ລະປະເທດ, ເປັນພື້ນຖານ ເພື່ອໃຫ້ຫວຽດນາມ ແລະລາວ  ພ້ອມກັນເສີມຂະຫຍາຍໃນໄລຍະປະຫວັດສາດຄັ້ງຕໍ່ໄປ.

ໂດຍ: ທູຈາງ