ເນື້ອໃນກວດກາໄດ້ສຸມໃສ່ເຂົ້າວຽກງານນໍາພາ, ຊີ້ນໍາ, ຊາບຊຶມ, ຜັນຂະຫຍາຍປະຕິບັດມະຕິ, ຄໍາສັ່ງ, ແຜນການ, ຄໍາແນະນໍາຂອງຂັ້ນເທິງສະບັບຕ່າງໆກ່ຽວກັບການປະຕິບັດໜ້າທີ່ກຽມພ້ອມສູ້ຮົບປົກປັກຮັກສາກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ; ວຽກງານກໍາແໜ້ນສະພາບຄວາມໝັ້ນຄົງການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ປອດໄພໃນທົ່ວສັງຄົມຢູ່ບໍລິເວນ; ໝາກຜົນການກວດກາຄືນ, ດັດປັບ, ເພີ່ມເຕີມກໍ່ສ້າງແຜນການ, ລະບົບເອກະສານສູ້ຮົບກຽມພ້ອມສູ້ຮົບ, ການເຄື່ອນໄຫວວຽກງານພັກ, ວຽກງານການເມືອງໃນການປະຕິບັດໜ້າທີ່; ຈັດຕັ້ງສັນຍານເຕືອນໄພກວດກາແຜນການກຽມພ້ອມສູ້ຮົບ, ຕີລາຄາການຮັບຮູ້, ຄວາມຮັບຜິດຊອບຂອງພະນັກງານ, ນັກຮົບ; ພ້ອມບັນດາເນື້ອໃນຮັບປະກັນພະລາທິການ, ເຕັກນິກຮັບໃຊ້ໜ້າທີ່ກຽມພ້ອມສູ້ຮົບ.

leftcenterrightdel
ທ່ານພົນຈັດຕະວາ ເຈິ່ນຊວນແມັງ ຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານເຂດ 1 ກວດກາການຮັບປະກັນແກ້ໄຂກໍລະນີກຽມພ້ອມສູ້ຮົບປົກປັກຮັກສາກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຢູ່ກອງບັນຊາການປ້ອງກັນເຂດ 3-ຊົງກົງ. ພາບ: qdnd.vn

ກອງບັນຊາການຕໍາຫຼວດທະເລເຂດ 2 ຫາກໍ່ຈັດຕັ້ງພິທີເປີດການແຂ່ງຂັນຮູບຈໍາລອງອຸປະກອນການສຶກສາ, ໂປຣແກມ, ຮູບຈໍາລອງ, ຫຼັກສູດການຝຶກແອບ ປີ 2026. ການແຂ່ງຂັນໄດ້ຈັດຕັ້ງໃນບັນຍາກາດທີ່ເບີກບານມ່ວນຊື່ນເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ XIV ຂອງພັກ, ຕ້ອນຮັບລະດູບານໃໝ່ປີມະເມຍ ແລະກະກຽມເຄື່ອນໄຫວຝຶກແອບທະຫານປີ 2026.

* ວັນທີ 21 ມັງກອນ, ກອງພົນນ້ອຍ 162, ທະຫານເຮືອເຂດ 4 ຈັດຕັ້ງພິທີເປີດການແຂ່ງຂັນພະນັກງານສອນການເມືອງປີ 2026. ໃນສອງວັນດໍາເນິີນການແຂ່ງຂັນ, ມີພະນັກງານສອນການເມືອງ 20 ກວ່າຄົນ ເຂົ້າຮ່ວມ...

* ໄວໜຸ່ມກອງພັນໃຫຍ່ 11, ຕໍາຫຼວດທະເລເຂດ 1 ຈັດຕັ້ງຫຼາຍກິດຈະກໍາເຄື່ອນໄຫວ, ຂະບວນການຕິດພັນຢ່າງແໜ້ນແຟ້ນກັບໜ້າທີ່ການເມືອງຈຸດສຸມ. ໃນນັ້ນ, ບົດບາດປະຈັນບານຂອງໄວໜຸ່ມກອງພັນໃຫຍ່ 11 ໄດ້ຢືນຢັນຢ່າງຈະແຈ້ງໃນວຽກງານຝຶກແອບ, ເວນຍາມກຽມພ້ອມສູ້ຮົບປົກປັກຮັກສາກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ; ການລາດຕະເວນ, ກວດກາ, ປະຕິບັດບັ້ນແຂ່ງຂັນຈຸດສູງຕໍ່ສູ້ ຕ້ານ ແລະສະກັດກັ້ນອາດຊະຍາກໍາ; ຕ້ານ, ສະກັດກັ້ນການຂຸດຄົ້ນສິນທະເລຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມລະບຽບການ (IUU) ໃຫ້ເປັນຢ່າງດີ; ກໍ່ສ້າງກົມກອງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”.

ພ້ອມກັນນັ້ນ, ວຽກງານສຶກສາອົບຮົມການເມືອງແນວຄິດໄດ້ປະຕິບັດຢ່າງເລິກເຊິ່ງກວ້າງຂວາງຜ່ານການດໍາເນີນຊີວິດການເມືອງ, ໂຄສະນາ, ສຶກສາອົບຮົມກ່ຽວກັບມູນເຊື້ອສະຫງ່າງາມຂອງພັກກອມມູນິດຫວຽດນາມ, ມີຄວາມໝາຍຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ເນື້ອໃນເອກະສານສະບັບຕ່າງໆໄດ້ຍື່ນສະເໜີຕໍ່ກອງປະຊຸມໃຫຍ່.

ໂດຍ: ໄຊນີດາ