leftcenterrightdel
ທ່ານພັນເອກ Takahashi Toru ຮອງຜູ້ບັນຊາການກຳລັງປ້ອງກັນຝັ່ງທະເລຍີ່ປຸ່ນ ແລະທ່ານພົນຈັດຕະວາ ເຈິ່ນກວາງຕ໊ວນ ຜູ້ບັນຊາການຕໍາຫຼວດທະເລເຂດ 2. ພາບ: qdnd.vn

ໃນບັນຍາກາດທີ່ຈິງໃຈ, ເປີດອົກເປີດໃຈ, ທ່ານພົນຈັດຕະວາ ເຈິ່ນກວາງຕ໊ວນ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບທ່ານພັນເອກ Takahashi Toru ຮອງຜູ້ບັນຊາການກຳລັງປ້ອງກັນຝັ່ງທະເລຍີ່ປຸ່ນ ແລະຄະນະປະຕິບັດງານກຳລັງປ້ອງກັນຝັ່ງທະເລຍີ່ປຸ່ນ ມາຢ້ຽມຢາມ ແລະເຂົ້າຢ້ຽມຂໍ່ານັບ, ພ້ອມທັງເນັ້ນໜັກວ່າ ໃນຊຸມປີຜ່ານມາ, ຕໍາຫຼວດທະເລຫວຽດນາມ ແລະກຳລັງປ້ອງກັນຝັ່ງທະເລຍີ່ປຸ່ນ ໄດ້ຕັ້ງໜ້າຜັນຂະຫຍາຍບັນດາການເຄື່ອນໄຫວ, ຄື: ແລກປ່ຽນຄະນະຜູ້ແທນ, ຝຶກແອບລວມ ແລະແບ່ງປັນບົດຮຽນໃນການປະຕິບັດກົດໝາຍຢູ່ທະເລ.

ສ່ວນທ່ານພັນເອກ Takahashi Toru ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງກອງບັນຊາການຕໍາຫຼວດທະເລເຂດ 2 ແລະຕີລາຄາສູງກຳລັງຄວາມສາມາດ, ການເປັນມືອາຊີບຂອງກໍາລັງຕໍາຫຼວດທະເລຫວຽດນາມ. ທ່ານຮອງຜູ້ບັນຊາການກໍາລັງປ້ອງກັນຝັ່ງທະເລຍີ່ປຸ່ນ ເຊື່ອໝັ້ນວ່າ ການຢ້ຽມຢາມຂອງກໍາປັ່ນ Akitsushima ໃນຄັ້ງນີ້ ຈະສືບຕໍ່ປະກອບສ່ວນຮັດແໜ້ນນໍ້າໃຈມິດຕະພາບ, ເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ເພື່ອເປົ້າໝາຍຮັກສາຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນທະເລຢູ່ພາກພື້ນ.

ໂດຍ: ເຈິ່ນຮວ່ຽນ