ພະຍານຫຼັກຖານທີ່ມີຊີວິດຊີວາ ໃຫ້ການພົວພັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ-ການາດາ
ກປ.ອອນໄລ - ວັນທີ 12 ມັງກອນ, ຢູ່ທີ່ກົມຮັກສາສັນຕິພາບຫວຽດນາມ ໄດ້ດໍາເນີນພິທີເປີດຊຸດຝຶກອົບຮົມນາຍທະຫານເສນາ ສະຫະປະຊາຊາດ (ສປຊ) ປີ 2026 (UNSOC 2026) ໂດຍ ການາດາ ໜູນຊ່ວຍ.
    |
 |
|
ທ່ານພົນຈັດຕະວາ ຟ້າມແມ້ງຖັ໊ງ ກ່າວຄຳເຫັນເປີດພິທີ. ພາບ: qdnd.vn |
ກ່າວຄຳເຫັນເປີດພິທີ, ທ່ານພົນຈັດຕະວາ ຟ້າມແມ້ງຖັ໊ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດ ໃນຂົງເຂດຮັກສາສັນຕິພາບ ສປຊ ລະຫວ່າງຫວຽດນາມ ແລະການາດາ ໄດ້ນັບມື້ນັບພັດທະນາອັນດີງາມ, ມີປະສິດທິຜົນ ແລະແທດຈິງ ໃນຊຸມປີຜ່ານມາ. UNSOC 2026 ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາກ່ຽວກັບສາຍພົວພັນອັນດີງາມນັ້ນອີກ. ທ່ານພົນຈັດຕະວາ ຟ້າມແມ້ງຖັ໊ງ ເຊື່ອໝັ້ນວ່າ ບົນພື້ນຖານສາຍພົວພັນຮ່ວມມືອັນດີງາມ ພ້ອມກັບການກະກຽມຢ່າງຮອບຄອບຖີ່ຖ້ວນ ແລະຄວາມຕັດສິນໃຈ, ມານະພະຍາຍາມສູງສຸດຂອງຖັນແຖວພະນັກງານ, ຄູອາຈານ, ຜູ້ປະສານງານ, ນັກສໍາມະນາກອນທັງໝົດ, UNSOC 2026 ຈະປະສົບຜົນສຳເລັດຢ່າງຈົບງາມ ແລະໄດ້ຮັບການຮັບຮອງບັນລຸໄດ້ມາດຕະຖານຈາກ ສປຊ.
    |
 |
|
ທ່ານ James Nickel ເອກອັກຄະລັດຖະທູດການາດາ ປະຈຳ ຫວຽດນາມ. ພາບ: qdnd.vn |
ສ່ວນທ່ານ James Nickel ເອກອັກຄະລັດຖະທູດການາດາ ປະຈຳ ຫວຽດນາມ ເນັ້ນໜັກວ່າ UNSOC 2026 ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາ ໃຫ້ແກ່ສາຍພົວພັນຄູ່ຮ່ວມມືນັບມື້ນັບພັດທະນາ, ແທດຈິງ ແລະມີຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ການາດາ ແລະຫວຽດນາມ ໃນການຮ່ວມແຮງຮ່ວມໃຈປະກອບສ່ວນເຂົ້າໃນສັນຕິພາບ ແລະຄວາມໝັ້ນຄົງສາກົນ. ທ່ານ James Nickel ສະແດງຄວາມຂອບໃຈກອງທັບປະຊາຊົນຫວຽດນາມ, ໂດຍກົງແມ່ນກົມຮັກສາສັນຕິພາບຫວຽດນາມ ເພື່ອການສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນໃນວຽກງານຈັດຕັ້ງຊຸດຝຶກອົບຮົມສຳຄັນນີ້; ພ້ອມທັງຕີລາຄາສູງຄວາມຮັບຜິດຊອບຂອງຝ່າຍຫວຽດນາມ.
    |
 |
|
ບັນດາຜູ້ແທນເຂົ້າຮ່ວມພິທີເປີດຖ່າຍຮູບລວມ. ພາບ: qdnd.vn |
UNSOC 2026 ໄດ້ດຳເນີນໄປແຕ່ວັນທີ 3 ຫາວັນທີ 30 ມັງກອນ, ດ້ວຍການເຂົ້າຮ່ວມສິດສອນຂອງຖັນແຖວຄູອາຈານຫວຽດນາມ ພ້ອມກັບການໜູນຊ່ວຍໃຫ້ຄຳປຶກສາຈາກຄູອາຈານ ການາດາ, ການເຂົ້າຮ່ວມຮໍ່າຮຽນຂອງນັກສໍາມະນາກອນທີ່ມາຈາກຫວຽດນາມ, ລາວ, ບັງກະລາເທດ, ຟີຈີ, ອິນໂດເນເຊຍ, ມາເລເຊຍ, ມົງໂກນ, ເນປານ, ປາກິດສະຖານ, ຟີລິບປິນ, ໄທ, ຕີມໍ ແລັດສະເຕ.
ໂດຍ: ເຈິ່ນຮວ່ຽນ