ທີ່ການຕ້ອນຮັບທ່ານນາງ Chea Kimtha ເອກອັກຄະລັດຖະທູດກຳປູເຈຍ ປະຈຳຫວຽດນາມ, ທ່ານພົນເອກ ຟານວັນຢາງ ໄດ້ສະແດງຄວາມຊົມເຊີຍທ່ານນາງ Chea Kimtha ທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສສ ຫວຽດນາມ.
ທ່ານພົນເອກ ຟານວັນຢາງ ໃຫ້ຮູ້ວ່າ, ໃນນະໂຍບາຍການຕ່າງປະເທດຂອງຕົນ, ຫວຽດນາມ ຖືເປັນສຳຄັນຢ່າງຍິ່ງ ແລະເພີ່ມພູນຄູນສ້າງສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານກັບກຳປູເຈຍ ຢ່າງບໍ່ຢຸດຢັ້ງ.
    |
 |
|
ທ່ານພົນເອກ ຟານວັນຢາງ ຕ້ອນຮັບທ່ານນາງ Chea Kimtha ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳຫວຽດນາມ. ພາບ: qdnd.vn |
ທ່ານພົນເອກ ຟານວັນຢາງ ຕີລາຄາສູງຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍລະຫວ່າງຫວຽດນາມ ແລະກໍາປູເຈຍ ນັບມື້ນັບແທດຈິງ, ມີປະສິດທິຜົນ, ພົ້ນເດັ່ນແມ່ນໃນຂົງເຂດຈໍານວນໜຶ່ງ ຄື: ການແລກປ່ຽນຄະນະຜູ້ແທນ; ບັນດາກົນໄກເຈລະຈາ, ປຶກສາຫາລື, ແລກປ່ຽນຂໍ້ມູນຂ່າວສານ, ສະພາບການ; ບໍາລຸງສ້າງ, ຝຶກອົບຮົມ; ຄຸ້ມຄອງ ແລະປົກປັກຮັກສາຊາຍແດນ; ພົບປະແລກປ່ຽນ, ແຮກສ່ຽວ; ສຶກສາອົບຮົມ ແລະໂຄສະນາກ່ຽວກັບສາຍພົວພັນລະຫວ່າງສອງປະເທດ; ຊອກຫາ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ; ສົມທົບ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີຫຼາຍຝ່າຍ ແລະເຫດການຕ່າງໆ ໂດຍແຕ່ລະຝ່າຍຈັດຕັ້ງ...
    |
 |
|
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານນາງ Chea Kimtha ເອກອັກຄະລັດຖະທູດກຳປູເຈຍ ປະຈຳຫວຽດນາມ. ພາບ: qdnd.vn |
ສ່ວນທ່ານນາງ Chea Kimtha ຢືນຢັນວ່າ ພັກ, ລັດ, ກອງທັບ ແລະປະຊາຊົນກຳປູເຈຍ ຍາມໃດກໍ່ຈົດຈຳຕໍ່ການຊ່ວຍເຫຼືອຂອງພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ຍາດເອົາເສລີພາບ, ສັນຕິພາບ, ຟື້ນຟູປະເທດຊາດ; ທ່ານນາງ Chea Kimtha ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ສົມທົບກັນ, ຜັນຂະຫຍາຍວຽກງານທຸກດ້ານທີ່ໄດ້ເຫັນດີເປັນເອກະພາບໃຫ້ມີປະສິດທິຜົນ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດເວົ້າລວມ ແລະລະຫວ່າງສອງກະຊວງປ້ອງກັນປະເທດ ເວົ້າສະເພາະ ໃຫ້ນັບມື້ນັບພັດທະນາ.
* ທີ່ການຕ້ອນຮັບທ່ານ Tshering W.Sherpa ເອກອັກຄະລັດຖະທູດ ອິນເດຍ, ທ່ານພົນເອກ ຟານວັນຢາງ ຊົມເຊີຍທ່ານ Tshering W. Sherpa ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດອິນເດຍ ປະຈໍາຫວຽດນາມ; ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.
ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ໃນໄລຍະຜ່ານມາ, ພ້ອມກັບການພັດທະນາຢ່າງເລິກເຊິ່ງກວ້າງຂວາງໃນການພົວພັນສອງຝ່າຍ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອິນເດຍ ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ຈາກສອງຝ່າຍ, ເປີດກວ້າງຢ່າງບໍ່ຢຸດຢັ້ງ, ເຂົ້າສູ່ລວງເລິກ, ນັບມື້ນັບມີປະສິດທິຜົນ, ແທດຈິງ.
    |
 |
|
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານ Tshering W. Sherpa ເອກອັກຄະລັດຖະທູດອິນເດຍ ປະຈໍາ ຫວຽດນາມ. ພາບ: qdnd.vn |
ທ່ານພົນເອກ ຟານວັນຢາງ ສະເໜີວ່່າ ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຜັນຂະຫຍາຍບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດທີ່ໄດ້ເຫັນດີເປັນເອກະພາບ, ຈຸດສຸມແມ່ນແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະຮັກສາປະສິດທິຜົນຂອງບັນດາກົນໄກຮ່ວມມື; ການຮ່ວມມືບໍາລຸງກໍ່ສ້າງ, ອຸດສາຫະກໍາປ້ອງກັນຊາດ...
ສ່ວນທ່ານ Tshering W. Sherpa ຢືນຢັນວ່າ ຫວຽດນາມ ເປັນຄູ່ຮ່ວມມືສຳຄັນຂອງອິນເດຍ. ການຮ່ວມມືດ້ານປ້ອງກັນຊາດ ແມ່ນເສົາຄ້ຳໜຶ່ງໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ. ທ່ານ Tshering W. Sherpa ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຊຸກຍູ້ບັນດາເນື້ອໃນການຮ່ວມມືທີ່ໄດ້ເຫັນດີເປັນເອກະພາບ.
* ທີ່ການຕ້ອນຮັບທ່ານ Rajpal Singh ເອກອັກຄະລັດຖະທູດ ສິງກະໂປ, ທ່ານພົນເອກ ຟານວັນຢາງ ຊົມເຊີຍທ່ານ Rajpal Singh ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດສິງກະໂປ ປະຈໍາ ຫວຽດນາມ; ປາດຖະໜາວ່າ ໃນອາຍຸການປະຕິບັດໜ້າທີ່ການທູດຂອງຕົນ, ທ່ານ Rajpal Singh ຈະເອົາໃຈໃສ່ ແລະສະໜັບສະໜູນກະຊວງປ້ອງກັນປະເທດສອງປະເທດ ເພີ່ມທະວີການຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ຮອບດ້ານ, ແທດຈິງ ແລະມີປະສິດທິຜົນ.
ຕາມທ່ານພົນເອກ ຟານວັນຢາງ ແລ້ວ, ໃນໄລຍະຜ່ານມາ, ບົນພື້ນຖານບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງກະຊວງປ້ອງກັນປະເທດສອງປະເທດ, ສອງຝ່າຍໄດ້ເພີ່ມທະວີການພົວພັນຮ່ວມມື ແລະບັນລຸໄດ້ໝາກຜົນອັນດີງາມ, ຮອບດ້ານ, ແທດຈິງ, ພົ້ນເດັ່ນແມ່ນໃນບັນດາຂົງເຂດຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ບັນດາກົນໄກເຈລະຈານະໂຍບາຍປ້ອງກັນຊາດ; ປຶກສາຫາລື; ບໍາລຸງສ້າງ; ສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ...
    |
 |
|
ທ່ານພົນເອກ ຟານວັນຢາງ ແລກປ່ຽນກັບທ່ານ Rajpal Singh ເອກອັກຄະລັດຖະທູດສິງກະໂປ ປະຈໍາ ຫວຽດນາມ. ພາບ: qdnd.vn |
ທ່ານພົນເອກ ຟານວັນຢາງ ເຊື່ອໝັ້ນວ່າ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ສິງກະໂປ ຈະມີບັນດາບາດກ້າວພັດທະນາໃໝ່, ເຂັ້ມແຂງກວ່າ, ແທດຈິງກວ່າ ແລະມີປະສິດທິຜົນກວ່າເກົ່າ.
ສ່ວນທ່ານ Rajpal Singh ສະແດງຄວາມນັບຖືຢ່າງສູງຕໍ່ປະຫວັດແຫ່ງການພັດທະນາຂອງກອງທັບປະຊາຊົນຫວຽດນາມ; ປາດຖະໜາວ່າ ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ຈະສືບຕໍ່ພັດທະນາສົມກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.
* ທີ່ການຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ, ໃນໂອກາດສໍາເລັດໜ້າທີ່ການທູດ ຢູ່ສສ ຫວຽດນາມ, ທ່ານພົນເອກ ຟານວັນຢາງ ຕີລາຄາສູງການປະກອບສ່ວນຂອງທ່ານ Marc Knapper ຕໍ່ການພົວພັນ ຫວຽດນາມ-ອາເມລິກາ.
    |
 |
|
ທ່ານພົນເອກ ຟານວັນຢາງ ແລະທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈໍາຫວຽດນາມ. ພາບ: qdnd.vn |
ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນໃນຫຼາຍຂົງເຂດ ຄື: ແລກປ່ຽນຄະນະຜູ້ແທນ, ການການເຈລະຈາ-ປຶກສາຫາລື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການບໍາລຸງສ້າງຮັກສາສັນຕິພາບ ສປຊ, ການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ...
ສ່ວນທ່ານ Marc Knapper ຢືນຢັນວ່າ ບໍ່ວ່າຈະດຳລົງຕຳແໜ່ງໃດກໍ່ຕາມ, ທ່ານ ຈະສືບຕໍ່ສະໜັບສະໜູນຊຸກຍູ້ການພົວພັນ ຫວຽດນາມ-ອາເມລິກາ, ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງສອງປະເທດ ບັນລຸໄດ້ຜົນງານໃໝ່ຫຼາຍຢ່າງໃນໄລຍະຈະມາເຖິງ.
ໂດຍ: ທູຈາງ