ການພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໂດຍປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງ, ເຊິ່ງການນຳແຕ່ລະຮຸ່ນຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ໄດ້ເພີ່ມພູນຄູນສ້າງ, ໄດ້ຮັບການຊຸບຫຼໍ່ຜ່ານແປວໄຟສົງຄາມ ແລະສັນຕິພາບ. ການພົວພັນທີ່ເປັນແບບຢ່າງ, ມີລັກສະນະຍຸດທະສາດອັນຍາວນານ ເຊິ່ງຍາມໃດກໍໄດ້ກໍານົດວ່າເປັນບຸລິມະສິດແຖວໜ້າໃນນະໂຍບາຍການພົວພັນຕ່າງປະເທດຂອງແຕ່ລະປະເທດ, ແມ່ນໜຶ່ງໃນບັນດາປັດໄຈຕັດສິນໄຊຊະນະຂອງພາລະກິດປະຕິວັດຢູ່ແຕ່ລະປະເທດ, ເປັນຊັບສົມບັດລວມອັນສັກສິດທີ່ສຸດຂອງສອງຊາດ, ເປັນບ່ອນອີງທາງດ້ານຍຸດທະສາດໃຫ້ແກ່ສະຖຽນລະພາບ, ການພັດທະນາ, ການເຊື່ອມໂຍງຂອງຫວຽດນາມ ແລະລາວ,  ເປັນກົດເກນປະຫວັດສາດ, ແຫຼ່ງກໍາລັງແຮງ ແລະເປັນສິ່ງຍູ້ດັນ ເພື່ອໃຫ້ສອງປະເທດສືບຕໍ່ປົກປັກຮັກສາ, ເສີມຂະຫຍາຍ ແລະຖ່າຍທອດໃຫ້ແກ່ບັນດາຮຸ່ນຄົນຕໍ່ໆໄປ, ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມໝາຍເຂົ້າໃນສັນຕິພາບ, ສະຖຽນລະພາບ, ຮ່ວມມື, ພັດທະນາວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ ຊົມເຊີຍສະຫາຍເລຂາທິການໃຫຍ່ ໂຕເລິມ ທີ່ໄດ້ຮັບຫຼຽນຄໍາແຫ່ງຊາດ - ເຊິ່ງເປັນຫຼຽນທີ່ມີຄຸນຄ່າສູງສຸດຂອງ ສປປ ລາວ (ວັນທີ 1 ທັນວາ 2025). ພາບ: ສໍານັກຂ່າວສານຫວຽດນາມ.

ການພົວພັນທີ່ສະໜິດຕິດພັນ, ສັດຊື່ບໍລິສຸດ, ຮ່ວມທຸກຮ່ວມສຸກ, ຮ່ວມເປັນຮ່ວມຕາຍນໍາກັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ໄດ້ສ້າງຂີດໝາຍບາດກ້າວພັດທະນາທີ່ມີລັກສະນະປະຫວັດສາດໃນປີ 2025 ທີ່ຜ່ານມາເມື່ອສອງຝ່າຍເຫັນດີຮັດແໜ້ນເນື້ອໃນການພົວພັນ ຫວຽດນາມ-ລາວ, ລາວ-ຫວຽດນາມ ຂຶ້ນສູ່ລະດັບສູງໃໝ່ແມ່ນ “ມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ”. ສິ່ງດັ່ງກ່າວນີ້ໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງອັນເລິກເຊິ່ງ, ຍືນຍົງລະຫວ່າງສອງພັກ, ສອງລັດ, ສະແດງໃຫ້ເຫັນວິໄສທັດລວມ, ຜົນປະໂຫຍດດ້ານຍຸດທະສາດຮ່ວມກັນ ແລະການກຳນົດທິດທາງກ້າວເດີນການພັດທະນາທີ່ຍືນຍົງ, ສອດຄ່ອງກັບສະພາບການປະຫວັດສາດໃໝ່, ເພື່ອການພັດທະນາແບບຍືນຍົງ, ຄວາມເຂັ້ມແຂງດ້ວຍຕົນເອງ ແລະຄວາມວັດທະນາຖາວອນລວມຂອງສອງຊາດ.

ການຢ້ຽມຢາມຂອງສະຫາຍ ທອງລຸນ ສີສຸລິດ ແລະພັນລະຍາ ໄດ້ດໍາເນີນພາຍຫຼັງ ຫວຽດນາມ ແລະລາວ ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ລະພັກ ປະສົບຜົນສຳເລັດຢ່າງຈົບງາມ. ນີ້ເປັນການຢ້ຽມຢາມຕ່າງປະເທດທໍາອິດຂອງສະຫາຍ ທອງລຸນ ສີສຸລິດ ພາຍຫຼັງໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ສະໄໝທີ XII. ສະຫາຍ ທອງລຸນ ສີສຸລິດ ກໍເປັນປະມຸກລັດຕ່າງປະເທດຄົນທໍາອິດທີ່ ຫວຽດນາມ ຕ້ອນຮັບໃນປີ 2026 ແລະພາຍຫຼັງສຳເລັດກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ.

ສະນັ້ນ, ການຢ້ຽມຢາມຈຶ່ງເປັນເຫດການການເມືອງທີ່ສໍາຄັນຍິ່ງ, ສະແດງໃຫ້ເຫັນອາລົມຈິດສະໜິດຕິດພັນຢ່າງມີຊີວິດຊີວາ, ແທດຈິງ, ການເອົາໃຈໃສ່ອັນເລິກເຊິ່ງ, ການສະໜັບສະໜູນ, ໃຫ້ກໍາລັງໃຈອັນໃຫຍ່ຫຼວງຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ ທີ່ສະຫງວນໃຫ້ກັນ, ນໍາເອົາອາລົມຈິດອັນອົບອຸ່ນ, ຖານສະຫາຍອ້າຍນ້ອງອັນສະໜິດສະໜົມມາໃຫ້ພັກ, ລັັດ ແລະປະຊາຊົນຫວຽດນາມ. ການຢ້ຽມຢາມສະແດງໃຫ້ເຫັນວ່າ ສອງຝ່າຍໄດ້ຍຶດໝັ້ນຖືເປັນສໍາຄັນພິເສດ ແລະຕັດສິນໃຈປົກປັກຮັກສາ, ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ, ວິໄສທັດ ແລະຜົນປະໂຫຍດທາງດ້ານຍຸດທະສາດຂອງສອງປະເທດໃນໄລຍະໃໝ່, ຖືຜົນສໍາເລັດຂອງແຕ່ລະປະເທດ ກໍແມ່ນຜົນສໍາເລັດລວມຂອງສອງປະເທດ.

ພວກເຮົາ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ, ສືບທອດພາລະກິດຂອງບັນດາຄົນຮຸ່ນກ່ອນ, ເສີມຂະຫຍາຍມູນເຊື້ອການປະຕິວັດອັນສະຫງ່າລາສີ ແລະນໍ້າໃຈສາມັກຄີແບບພິເສດລະຫວ່າງສອງຊາດ, ພາລະກິດປ່ຽນແປງໃໝ່, ສ້າງສາ, ພັດທະນາ ແລະປົກປັກຮັກສາປະເທດຊາດຢູ່ແຕ່ລະປະເທດ ແລະການພົວພັນ ຫວຽດນາມ-ລາວ, ລາວ-ຫວຽດນາມ ຈະນັບມື້ນັບແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.

ອວຍພອນໃຫ້ການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງ ສປປ ລາວ ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ. ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ, ລາວ-ຫວຽດນາມ ຈະ “ໝັ້ນຄົງຍືນຍົງກວ່າພູເຂົາ ແລະແມ່ນໍ້າຕະຫຼອດໄປ”.

ໂດຍ: ໄຊຊະນະ