ທ່ານພົນໂທ ຫງວຽນເຈື່ອງຖັ໊ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າໜ່ວຍປະຕິບັດງານລະຫວ່າງຂະແໜງການ, ຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ເປັນປະທານພິທີ.

leftcenterrightdel
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn

ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ອວຍພອນນາຍທະຫານ 4 ຄົນ ກຽມເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ, ພ້ອມທັງຮັບຮູ້ ແລະຍ້ອງຍໍຊົມເຊີຍກົມຮັກສາສັນຕິພາບຫວຽດນາມ ພ້ອມກັບບັນດາກົມກອງ ໄດ້ປະຕິບັດວຽກງານກະກຽມ, ຝຶກແອບ ແລະບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ໜ້າທີ່ສຳຄັນນີ້. ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ຮຽກຮ້ອງໃຫ້ບັນດານາຍທະຫານສືບຕໍ່ເສີມຂະຫຍາຍມູນເຊື້ອຂອງກອງທັບປະຊາຊົນຫວຽດນາມ ແລະກໍາລັງໝວກເບເລສີຟ້າຫວຽດນາມ; ສືບຕໍ່ແຜ່ຂະຫຍາຍຮູບພາບ, ສີສັນວັດທະນະທໍາອັນດີງາມ, ປະເທດ, ຊາວຫວຽດນາມ, ກອງທັບປະຊາຊົນຫວຽດນາມ ເຖິງເພື່ອນມິດສາກົນ.

leftcenterrightdel
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ແລະນາຍທະຫານ 4 ຄົນ ກະກຽມເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ. ພາບ: qdnd.vn

ໃນການຜັນຂະຫຍາຍຄັ້ງນີ້ລວມມີນາຍທະຫານຈໍານວນ 4 ຄົນ, ໃນນັ້ນທ່ານນາງ ພັນເອກ ຫວູທິລຽນ ດຳລົງຕຳແໜ່ງເປັນຊ່ຽວຊານດ້ານນະໂຍບາຍປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ ຢູ່ຫ້ອງການປະສານງານ ສປຊ ກ່ຽວກັບສັນຕິພາບ ແລະຄວາມສະຫງົບທີ່ Brussels (ແບນຊິກ). ນາຍທະຫານ 3 ຄົນທີ່ຍັງເຫຼືອຈະເຮັດວຽກຢູ່ຄະນະປະຕິບັດງານ MINUSCA (ສ.ອາຟະລິກາກາງ), ລວມມີ: ທ່ານນາງ ພັນໂທ ດັ້ງທູຮ່າ (ນັກຂ່າວໜັງສືພິມກອງທັບປະຊາຊົນ) ດຳລົງຕຳແໜ່ງເປັນນາຍທະຫານສື່ສານມະຫາຊົນການທະຫານ; ທ່ານຮ້ອຍເອກພິເສດ ຫງວຽນຮຸຍຂາຍ ດຳລົງຕຳແໜ່ງເປັນນາຍທະຫານເສນາອຸປະກອນ; ທ່ານນາງ ຮ້ອຍເອກ ຫງວຽນທິງອັກເຈິມ ດຳລົງຕຳແໜ່ງເປັນນາຍທະຫານເສນາຝຶກແອບ. ບັນດານາຍທະຫານໄດ້ຮັບການຄັດເລືອກຢ່າງລະມັດລະວັງ, ຕອບສະໜອງມາດຕະຖານຂອງ ສປຊ ກ່ຽວກັບກໍາລັງຄວາມສາມາດດ້ານວິຊາການ, ຄວາມຮູ້ການທະຫານ, ການຝຶກແອບ ແລະບໍາລຸງສ້າງຄວາມຮູ້ຮັກສາສັນຕິພາບ ສປຊ, ຄວາມສາມາດດ້ານພາສາຕ່າງປະເທດ ແລະມີສຸຂະພາບດີ.

ໂດຍ: ເຈິ່ນຮວ່ຽນ