ຢືນຢັນບົດບາດນໍາໜ້າ

ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດ ກະຊວງການຕ່າງປະເທດຫວຽດນາມ ໄລຍະ 2025-2030 ທີ່ດໍາເນີນໃນເດືອນພະຈິກ 2025 ໄດ້ຊີ້ໃຫ້ເຫັນວ່າ ຂີດໝາຍທີ່ໂດດເດັ່ນທີ່ສຸດຂອງຂະແໜງການທູດຫວຽດນາມ ໃນ 5 ປີຜ່ານມາ ແມ່ນໄດ້ຫັນເປັນລະບອບລະບຽບການ, ຫັນແນວທາງການຕ່າງປະເທດ ເຊິ່ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ ໄດ້ວາງອອກ ເປັນລະອຽດ,  ຄົບຊຸດ ແລະມີປະສິດທິຜົນ, ນັ້ນແມ່ນສືບຕໍ່ປະຕິບັດການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ; ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ; ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ຍົກສູງທີ່ຕັ້ງ ແລະອິດທິພົນສາກົນຂອງຫວຽດນາມ ຢ່າງບໍ່ຢຸດຢັ້ງ.

ຂີດໝາຍໂດດເດັ່ນນັ້ນ ໄດ້ສະແດງອອກຜ່ານບັນດາໝາກຜົນລະອຽດ, ກ່ອນອື່ນໝົດແມ່ນການທູດ ສືບຕໍ່ປະກອບສ່ວນປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ໄວ້ຢ່າງໝັ້ນຄົງ, ພ້ອມທັງປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະຄວາມສະດວກ ເພື່ອພັດທະນາປະເທດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນເທື່ອລະກ້າວ. ການທູດນັບທັງສອງຝ່າຍ ແລະຫຼາຍຝ່າຍ ສືບຕໍ່ໄດ້ຮັບການຊຸກຍູ້ ແລະປັບປຸງ, ດໍາເນີນໄປຢ່າງເປັນຂະບວນຟົດຟື້ນ ດ້ວຍການເຄື່ອນໄຫວພົວພັນຕ່າງປະເທດທີ່ສໍາຄັນ. ໃນນັ້ນ, ສິ່ງທີ່ໜ້າເອົາໃຈໃສ່ແມ່ນ ຫວຽດນາມ ໄດ້ນໍາການພົວພັນກັບບັນດາຄູ່ຮ່ວມມື, ໂດຍສະເພາະແມ່ນບັນດາປະເທດບ້ານໃກ້ເຮືອນຄຽງ, ພາກພື້ນ, ປະເທດໃຫຍ່, ຄູ່ຮ່ວມມືທີ່ສໍາຄັນ, ມີທ່າແຮງບົ່ມຊ້ອນ ເຂົ້າສູ່ລວງເລິກ, ມີສະຖຽນລະພາບ ແລະແທດຈິງ.

ພ້ອມກັບການເດີນທາງໄປປະຕິບັດງານຢູ່ຕ່າງປະເທດເພື່ອແນໃສ່ເປີດກວ້າງ ແລະຊຸກຍູ້ການຮ່ວມມືສາກົນຂອງການນຳພັກ, ລັດ ແລະບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ ກໍຄືທ້ອງຖິ່ນ, ຫວຽດນາມ ໄດ້ຕ້ອນຮັບປະມຸກລັດຂອງຫຼາຍປະເທດ, ໃນນັ້ນມີບັນດາປະເທດມະຫາອຳນາດແຖວໜ້າໂລກ ເຊັ່ນ: ຈີນ, ລັດເຊຍ, ສະຫະລັດອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ.

leftcenterrightdel
ບັນດາຜູ້ແທນສາກົນເຂົ້າຮ່ວມວາລະໄຂກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ຄຽງຂ້າງນັ້ນ, ເລື່ອງຫວຽດນາມ ສືບຕໍ່ຍົກລະດັບ ຫຼື ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫຼາຍປະເທດ, ພ້ອມທັງປັບປຸງການພົວພັນກັບບັນດາປະເທດໃຫຍ່ ແລະອົງການຈັດຕັ້ງສາກົນ ກໍ່ເປັນຂີດໝາຍອັນໂດດເດັ່ນເຊັ່ນດຽວກັນ. ບັນດາບາດກ້າວພັດທະນາເຫຼົ່ານີ້ຫາງສຽງສາກົນໄດ້ຕີລາຄາວ່າ ເປັນພະຍານຫຼັກຖານໃຫ້ແກ່ຄວາມພະຍາຍາມເປີດກວ້າງການພົວພັນສາກົນ ແລະຖານະບົດບາດ, ທີ່ຕັ້ງ ແລະອິດທິພົນນັບມື້ນັບສູງຂຶ້ນຂອງຫວຽດນາມ.

ພ້ອມກັບການປົກປ້ອງຜົນປະໂຫຍດຂອງປະເທດ, ຂອງຊາດ ບົນພື້ນຖານຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ, ຜ່ານການເຄື່ອນໄຫວຕ່າງປະເທດ, ໃນໄລຍະ 5 ປີຜ່ານມາ, ຫວຽດນາມ ຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ປະຊາຄົມສາກົນ ໂດຍຜ່ານການດໍາລົງຕໍາແໜ່ງສຳຄັນຕ່າງໆຢູ່ອົງການຈັດຕັ້ງພາກພື້ນ, ສາກົນ ແລະເຂົ້າຮ່ວມກິດຈະກຳເຄື່ອນໄຫວຕ່າງໆ ເຊັ່ນ: ການຮັກສາສັນຕິພາບຂອງສະຫະປະຊາຊາດ, ການກອບກູ້ໄພພິບັດຢູ່ບ່ອນເກີດໄພທໍາມະຊາດ...; ພ້ອມທັງສະແດງໃຫ້ເຫັນບົດບາດເປັນເຈົ້າການ, ຕັ້ງໜ້າໃນການເຂົ້າຮ່ວມສ້າງລະບຽບສາກົນໃຫ້ມີຄວາມຍຸຕິທຳ, ສະເໝີພາບ ແລະເຄົາລົບກົດໝາຍ.

ບັນດາຜົນງານເຫຼົ່ານັ້ນອີກເທື່ອໜຶ່ງໄດ້ຢືນຢັນບົດບາດນຳໜ້າຂອງວຽກງານພົວພັນຕ່າງປະເທດໃນການປົກປັກຮັກສາເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ປັບປຸງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບໃຫ້ໜັກແໜ້ນກວ່າອີກ, ອໍານວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ຍົກສູງອິດທິພົນ ແລະຖານະບົດບາດ, ທີ່ຕັ້ງສາກົນຂອງປະເທດ.

ພາລະກໍາໃໝ່ໄປຄຽງຄູ່ກັບໜ້າທີ່ອັນໜັກໜ່ວງ

ສະພາບການໃນພາກພື້ນ ແລະທົ່ວໂລກ ໃນຊຸມປີຕໍ່ໜ້າຄາດວ່າຈະຢືນຢູ່ຕໍ່ໜ້າການຜັນແປ, ສິ່ງທ້າທາຍທີ່ຄາດເດົາໄດ້ຍາກ, ເຊິ່ງອາດຈະສົ່ງຜົນກະທົບຫຼາຍດ້ານ ແລະເລິກເຊິ່ງກວ້າງຂວາງຕໍ່ຫວຽດນາມ ເວົ້າລວມ,  ເວົ້າສະເພາະແມ່ນສະພາບແວດລ້ອມການພົວພັນຕ່າງປະເທດຂອງປະເທດ. ໃນສະພາບການດັ່ງກ່າວນັ້ນໄດ້ວາງອອກໜ້າທີ່, ບົດບາດ ແລະພາລະກໍາໃໝ່ໃຫ້ແກ່ວຽກງານການພົວພັນຕ່າງປະເທດ ແລະເຊື່ອມໂຍງເຂົ້າກັບສາກົນ.

ຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ໄດ້ກໍານົດວ່າ ໄປຄຽງຄູ່ກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຍູ້ແຮງການພົວພັນກັບຕ່າງປະເທດ ແລະເຊື່ອມໂຍງເຂົ້າກັບສາກົນ ແມ່ນໜ້າທີ່ສຳຄັນຍິ່ງ, ເປັນປະຈໍາ. ນີ້ແມ່ນການຮັບຮູ້, ຢືນຢັນຕໍ່ກັບທີ່ຕັ້ງ, ຖານະບົດບາດທີ່ສຳຄັນ, ນຳໜ້າຂອງວຽກງານພົວພັນຕ່າງປະເທດ ເຊິ່ງເປັນເສົາຄ້ຳຍຸດທະສາດໜຶ່ງໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

ໃນບົດກ່າວຄໍາເຫັນທີ່ນຳສະເໜີຢູ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ທີ່ດໍາເນີນໄປນັ້ນ, ທ່ານ ຫງວຽນແມ້ງເກື່ອງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຊີ້ໃຫ້ເຫັນວ່າ ການກຳນົດການພົວພັນຕ່າງປະເທດ ແລະເຊື່ອມໂຍງເຂົ້າກັບສາກົນ ແມ່ນໜ້າທີ່ສຳຄັນຍິ່ງ ແລະເປັນປະຈໍາ ໂດຍເກີດມາຈາກຄວາມຮຽກຮ້ອງຕ້ອງການພາວະວິໄສຕໍ່ການຜັນແປທີ່ເລິກເຊິ່ງ, ສັບສົນ ແລະຄາດເດົາໄດ້ຍາກຂອງສະພາບແວດລ້ອມສາກົນ, ພ້ອມທັງເປັນບາດກ້າວພັດທະນາທີ່ສຳຄັນທາງດ້ານຈິນຕະນາການ. ຕາມນັ້ນແລ້ວ, ວຽກງານພົວພັນຕ່າງປະເທດ ແລະເຊື່ອມໂຍງເຂົ້າກັບສາກົນ ໄດ້ກາຍເປັນແບບວິທີທີ່ສຳຄັນ, ເປັນວຽກງານປົກກະຕິ, ຕໍ່ເນື່ອງໃນການສ້າງສາ ແລະປົກປັກຮັກສາປະເທດຊາດ. ພ້ອມກັນນັ້ນ, ວຽກງານພົວພັນຕ່າງປະເທດ ແລະເຊື່ອມໂຍງເຂົ້າກັບສາກົນ ແມ່ນພາລະກິດລວມຂອງທົ່ວລະບົບການເມືອງ, ຮຽກຮ້ອງໃຫ້ມີການເຂົ້າຮ່ວມຢ່າງເປັນເຈົ້າການ, ການປະສານສົມທົບຢ່າງໜັກແໜ້ນ, ຄົບຊຸດຂອງທຸກຂັ້ນ, ທຸກຂະແໜງການ ແລະທ້ອງຖິ່ນ.

ຜ່ານນັ້ນສາມາດເຫັນໄດ້ວ່າ ຂະແໜງການທູດ ແລະຖັນແຖວພະນັກງານທີ່ເຮັດວຽກງານການທູດ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງຕ້ອງການ, ໜ້າທີ່ອັນໜັກໜ່ວງເພື່ອສາມາດປະກອບສ່ວນເຂົ້າໃນຜົນງານລວມຂອງປະເທດກວ່າອີກ; ມຸ່ງໄປເຖິງການກໍ່ສ້າງພື້ນຖານການທູດຮອບດ້ານ, ທັນສະໄໝ, ເປັນມືອາຊີບ, ສີວິໄລ ແລະມະນຸດສະທຳຕາມເນື້ອໃນຈິດໃຈການຊີ້ນໍາຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່.

ປະເທດພວມກ້າວໄປສູ່ສັງກາດພັດທະນາບຸກທະລຸ ແລະບົນເສັ້ນທາງນັ້ນ, ການທູດຫວຽດນາມ ໄດ້ຕັ້ງຄວາມຫວັງໄວ້ວ່າ ຈະສືບຕໍ່ສະແດງອອກໃຫ້ເຫັນຄຸນທາດ, ການເປັນມືອາຊີບ, ທັນສະໄໝ, ປະດິດສ້າງ ແລະມີປະສິດທິຜົນ ເພື່ອປະຕິບັດສໍາເລັດບົດບາດ “ສຳຄັນຍິ່ງ, ເປັນປະຈໍາ” ຂອງຕົນ ໃຫ້ເປັນຢ່າງດີ.

ໂດຍ: ໄຊຊະນະ