ເຂົ້າຮ່ວມມີທ່ານພົນໂທ ຫງວຽນເຈື່ອງຖັ໊ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານພົນໂທ ເຈືອງທຽນໂຕ ຮອງຫົວໜ້າກົມໃຫຍ່ການເມືອງ; ທ່ານພົນຕີ ເລກວາງດ້າວ ຮອງຫົວໜ້າກົມໃຫຍ່ເສນາທິການ. ເຂົ້າຮ່ວມຍັງມີຜູ້ຕາງໜ້າການນຳຂອງບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ ແລະທ້ອງຖິ່ນ; ຜູ້ຕາງໜ້າການນຳບັນດາອົງການ, ກົມກອງພາຍໃນ ແລະນອກກອງທັບ.

ເຂົ້າຮ່ວມພິທີເປີດສະຫຼອງມີຜູ້ຕາງໜ້າການນຳສະຖານທູດບັນດາປະເທດ ປະຈຳ ຫວຽດນາມ: ທ່ານ Gennady Stepanovich Bezdetko ເອກອັກຄະລັດຖະທູດ ລັດເຊຍ; ທ່ານ Rogelio Polanco Fuentes ເອກອັກຄະລັດຖະທູດ ກູບາ; ທ່ານ Uladzimir Baravikou ເອກອັກຄະລັດຖະທູດ ເບລາຣຸດ; ທ່ານນາງ Chea Kimtha ເອກອັກຄະລັດຖະທູດ ກຳປູເຈຍ; ທ່ານ Wang Qun ອຸປະທູດຊົ່ວຄາວ ສະຖານທູດ ຈີນ; ທ່ານນາງ ລັດຕະນາ ສີຫາລາດ ຮອງເອກອັກຄະລັດຖະທູດລາວ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ກ່າວຄຳເຫັນທີ່ພິທີເປີດສະຫຼອງ. ພາບ: ຟູເຊີນ

ກ່າວຄຳເຫັນທີ່ພິທີເປີດສະຫຼອງ, ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ໃນການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ຫວຽດນາມ ຍາມໃດກໍ່ໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອຢ່າງສຸດອົກສຸດໃຈຈາກບັນດາປະເທດອ້າຍນ້ອງ ແລະເພື່ອນມິດສາກົນ, ພິເສດແມ່ນສະຫະພາບໂຊວຽດ, ຈີນ, ກູບາ, ລາວ, ກໍາປູເຈຍ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ:  “ໄຊຊະນະຂອງຫວຽດນາມ ໃນການຕໍ່ສູ້ບໍ່ພຽງແຕ່ແມ່ນນ້ຳໃຈຮັກຊາດ, ເຈດຈໍານົງກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຈິດໃຈຕໍ່ສູ້ຢ່າງອົງອາດກ້າຫານ, ບໍ່ຍອມຈຳນົນຂອງທົ່ວປວງຊົນທັງຊາດເທົ່ານັ້ນ, ຫາກຍັງແມ່ນໝາກຜົນແຫ່ງການສະໜັບສະໜູນອັນໃຫຍ່ຫຼວງ, ສັດຊື່ບໍລິສຸດຂອງບັນດາປະເທດສັງຄົມນິຍົມອ້າຍນ້ອງ ແລະເພື່ອນມິດສາກົນທີ່ກ້າວໜ້າອີກດ້ວຍ”.

ໃນເງື່ອນໄຂປະຫວັດສາດທີ່ແຕກຕ່າງກັນ, ດ້ວຍຫຼາຍຮູບການອັນອຸດົມສົມບູນ, ການໜູນຊ່ວຍອັນລໍ້າຄ່າທາງດ້ານວັດຖຸ ແລະຈິດໃຈ, ນັບແຕ່ອຸປະກອນ, ເຕັກນິກ, ການບໍາລຸງສ້າງພະນັກງານ, ນັກຊ່ຽວຊານ, ຕະຫຼອດຮອດການສະໜັບສະໜູນທາງດ້ານການເມືອງ ແລະການທູດ, ພ້ອມກັບການເສຍສະຫຼະເລືອດເນື້ອຂອງເພື່ອນມິດບັນດາປະເທດໄດ້ກາຍເປັນສັນຍາລັກແຫ່ງຄວາມສາມັກຄີແບບພິເສດ, ສາຍຈິດມິດໃຈ. ບົນພື້ນຖານນັ້ນ, ພັກ, ລັດຫວຽດນາມ ໄດ້ມີແຜນນະໂຍບາຍ, ຊີ້ນຳຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຜັນຂະຫຍາຍການກໍ່ສ້າງເຂດສັນຍາລັກ, ດ້ວຍ 5 ກຸ່ມຮູບປັ້ນເພື່ອລະນຶກເຖິງການປະກອບສ່ວນອັນໃຫຍ່ຫຼວງສໍາລັບການປະຕິວັດຫວຽດນາມ ຂອງບັນດາປະເທດ, ຄື: ສະຫະພາບໂຊວຽດ, ຈີນ, ກູບາ, ລາວ, ກໍາປູເຈຍ. ມາຮອດປະຈຸບັນ, ພາຍຫຼັງກໍ່ສ້າງມາເປັນເວລາ 5 ເດືອນ, ໂຄງການໄດ້ສຳເລັດຖືກຕາມຄວາມຄືບໜ້າ, ຮັບປະກັນຄຸນນະພາບ, ຄວາມງົດງາມ, ຄຸນຄ່າດ້ານສິລະປະ, ເປັນການສົ່ງສານຂອງນໍ້າໃຈສາມັກຄີ, ມິດຕະພາບ ແລະຄວາມຮູ້ບຸນຄຸນສາກົນ.

ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ, ຮັບຮູ້ ແລະຕີລາຄາສູງການສົມທົບກັນຢ່າງແໜ້ນແຟ້ນ ແລະມີປະສິດທິຜົນຂອງບັນດາອົງການ, ກົມກອງພາຍໃນ ແລະນອກກອງທັບ; ອົງການການທູດບັນດາປະເທດ; ຄວາມມານະພະຍາຍາມຂອງນັກຊ່ຽວຊານດ້ານວິຈິດສິນ, ນັກສິລະປະກອນ, ວິສາວະກອນ, ພະນັກງານ, ນັກຮົບ ແລະກໍາລັງທີ່ເຂົ້າຮ່ວມໂດຍກົງໃນການກໍ່ສ້າງໂຄງການດັ່ງກ່າວ.

leftcenterrightdel
ຜູ້ແທນປະຕິບັດພິທີຕັດແຖບຜ້າເປີດສະຫຼອງໂຄງການກໍ່ສ້າງເຂດສັນຍາລັກແຫ່ງນໍ້າໃຈສາມັກຄີ, ມິດຕະພາບ ແລະຄວາມຮູ້ບຸນຄຸນສາກົນ. ພາບ: ຟູເຊີນ

ເປີດສະຫຼອງກົງກັບໂອກາດສະເຫຼີມສະຫຼອງວັນທົ່ວປະເທດຕໍ່ຕ້ານ ຄົບຮອບ 79 ປີ (19-12-1946 / 19-12-2025), ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 81 ປີ (22-12-1944 / 22-12-2025) ແລະວັນບຸນປ້ອງກັນຊາດທົ່ວປວງຊົນ ຄົບຮອບ 36 ປີ (22-12-1989 / 22-12-2025), ໂຄງການກໍ່ສ້າງເຂດສັນຍາລັກແມ່ນຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງຫວຽດນາມ ທີ່ມີຕໍ່ປະເທດເພື່ອນມິດ; ທັງເປັນການເຕືອນສະຕິໃຫ້ຄົນລຸ້ນຫຼັງມີຄວາມຮັບຜິດຊອບໃນການສືບຕໍ່ຮັກສາ, ເພີ່ມພູນຄູນສ້າງ ແລະເສີມຂະຫຍາຍນໍ້າໃຈສາມັກຄີ, ມິດຕະພາບ ແລະການຮ່ວມມືໃນປະຈຸບັນ ແລະອະນາຄົດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາວັດທະນາຖາວອນຢູ່ແຕ່ລະປະເທດ, ພາກພື້ນ ແລະໃນທົ່ວໂລກ.

ໂຄງການດັ່ງກ່າວບໍ່ພຽງແຕ່ມີຄວາມໝາຍດ້ານວັດທະນະທຳ, ປະຫວັດສາດ ແລະການເມືອງເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນສານຢ່າງຈະແຈ້ງ, ສະເໝີຕົ້ນສະເໝີປາຍຫວຽດນາມ ຍາມໃດກໍ່ເຄົາລົບອະດີດ, ຄວາມສັດຊື່ບໍລິສຸດ, ສາຍຈິດມິດໃຈ ແລະຄວາມໝັ້ນຄົງບົນເສັ້ນທາງສັນຕິພາບ, ການຮ່ວມມື ແລະພັດທະນາ. ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ: “ຫວັງວ່າຈາກສະຖານທີ່ແຫ່ງນີ້, ນໍ້າໃຈສາມັກຄີສາກົນຈະສືບຕໍ່ແຜ່ຂະຫຍາຍ, ກາຍເປັນແຫຼ່ງບັນດານໃຈ, ມີຄວາມຮັບຜິດຊອບ ແລະຄວາມຄາດຫວັງໃຫ້ລຸ້ນຄົນໃນປະຈຸບັນ ແລະອະນາຄົດ; ພ້ອມກັນນັ້ນ, ກໍ່ປະກອບສ່ວນປັບປຸງ ແລະເຮັດໃຫ້ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດ ແລະເພື່ອນມິດສາກົນເລິກເຊິ່ງກວ່າອີກ”.

leftcenterrightdel
ບັນດາຜູ້ແທນຖ່າຍຮູບລວມ. ພາບ: ຟູເຊີນ

ໃນບົດກ່າວປາໄສຂອງຕົນ, ທ່ານ Gennady Stepanovich Bezdetko ເອກອັກຄະລັດຖະທູດລັດເຊຍ ເນັ້ນໜັກວ່າ, ສະຫະພາບໂຊວຽດ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ສ້າງຕັ້ງການພົວພັນທາງການທູດ ກັບຫວຽດນາມ ຢ່າງເປັນທາງການໃນປີ 1950 ແລະຕັ້ງໜ້າເຂົ້າຮ່ວມໜູນຊ່ວຍຫວຽດນາມ ໃນໄລຍະຕໍ່ສູ້. ທ່ານ Gennady Stepanovich Bezdetko ສະແດງຄວາມຮູ້ບຸນຄຸນຕໍ່ຫວຽດນາມ ທີ່ໄດ້ຮັກສາຄວາມຊົງຈຳຂອງປະຫວັດສາດລວມລະຫວ່າງສອງປະເທດ, ຢືນຢັນວ່ານັ້ນແມ່ນພະຍານຫຼັກຖານໃຫ້ແກ່ນໍ້າໃຈມິດຕະພາບ  ແລະຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງລະຫວ່າງຫວຽດນາມ ກັບບັນດາປະເທດສືບທອດສະຫະພາບໂຊວຽດ ແມ່ນສະຫະພັນ ລັດເຊຍ.

ເຂົ້າຮ່ວມພິທີ, ທ່ານ Rogelio Polanco Fuentes ເອກອັກຄະລັດຖະທູດກູບາ ປະຈຳຫວຽດນາມ ແບ່ງປັນວ່າ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ-ກູບາ ໄດ້ຮັບການເພີ່ມພູນຄູນສ້າງຈາກແປວໄຟສົງຄາມ. ໃນຫຼາຍທົດສະວັດຜ່ານມາ, ນໍ້າໃຈມິດຕະພາບທີ່ສັດຊື່ບໍລິສຸດ ແລະຄວາມສາມັກຄີແບບຍືນຍົງລະຫວ່າງ ຫວຽດນາມ-ກູບາ ໄດ້ຮັບການເພີ່ມພູນຄູນສ້າງຈາກພັກ, ລັດ ແລະປະຊາຊົນສອງປະເທດ, ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະພັດທະນາຢ່າງດີງາມໃນທຸກຂົງເຂດເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ ແລະຄວາມກ້າວໜ້າໃນໂລກ.

ທ່ານເອກອັກຄະລັດຖະທູດກູບາ ແບ່ງປັນວ່າ: “ຕາງໜ້າພັກກອມມູນິດ, ລັດຖະບານ, ບັນດາກຳລັງປະກອບອາວຸດປະຕິວັດ ແລະປະຊາຊົນກູບາ, ພວກຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຕໍ່ຫວຽດນາມ ສຳລັບໂຄງການທີ່ມີຄວາມໝາຍທີ່ສຸດນີ້”.

ພ້ອມກັບຜູ້ຕາງໜ້າສະຖານທູດຈີນ ແລະສະຖານທູດລາວ, ທ່ານນາງ Chea Kimtha ເອກອັກຄະລັດຖະທູດ ກຳປູເຈຍ ໄດ້ສະແດງຄວາມຂອບໃຈມາຍັງພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ສ້າງເຂດສັນຍາລັກ, ຜ່ານນັ້ນໄດ້ຊ່ວຍໃຫ້ລຸ້ນໜຸ່ມໃນປະຈຸບັນມີຄວາມເຂົ້າໃຈກວ່າກ່ຽວກັບກຳລັງແຮງຂອງຄວາມສາມັກຄີ, ກໍ່ຄືການປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີ,  ມິດຕະພາບລະຫວ່າງບັນດາປະເທດເພື່ອນມິດ.

ໂດຍ: ເຈິ່ນຮວ່ຽນ