leftcenterrightdel
ທ່ານພົນເອກ ເລືອງຕາມກວາງ ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ກັບທ່ານພົນເອກ ວິໄລ ຫຼ້າຄຳຟອງ, ຜູ້ປະຈໍາການຄະນະ ເລຂາທິການສູນກາງພັກປະຊາຊົນປະຕິວັດລາວ. ພາບ: ສໍານັກຂ່າວສານຫວຽດນາມ

ຕາງໜ້າຄະນະພັກຕໍາຫຼວດສູນກາງ, ການນຳກະຊວງຕຳຫຼວດຫວຽດນາມ, ທ່ານພົນເອກ ເລືອງຕາມກວາງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ທ່ານພົນເອກ ວິໄລ ຫຼ້າຄຳຟອງ ທີ່ໄດ້ສະຫຼະເວລາມາອວຍພອນກະຊວງຕຳຫຼວດຫວຽດນາມ; ພ້ອມທັງຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.

ທ່ານພົນເອກ ເລືອງຕາມກວາງ ຢືນຢັນວ່າ ໃນໄລຍະຈະມາເຖິງ, ກະຊວງຕຳຫຼວດຫວຽດນາມ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນ ກັບກະຊວງປ້ອງກັນຄວາມສະຫງົບລາວ ໃນທຸກຂົງເຂດວຽກງານ ເພື່ອປະຕິບັດສຳເລັດທຸກໜ້າທີ່ທີ່ສອງພັກ, ສອງລັດ ແລະປະຊາຊົນສອງປະເທດມອບໝາຍໃຫ້, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງຫວຽດນາມ-ລາວ ເວົ້າລວມ  ແລະລະຫວ່າງກະຊວງຕໍາຫຼວດຫວຽດນາມ ກັບກະຊວງປ້ອງກັນຄວາມສະຫງົບລາວ ເວົ້າສະເພາະ.

leftcenterrightdel
ທ່ານພົນເອກ ວິໄລ ຫຼ້າຄຳຟອງ ຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ອວຍພອນທ່ານພົນເອກ ເລືອງຕາມກວາງ ພ້ອມດ້ວຍບັນດາສະຫາຍການນໍາກະຊວງຕໍາຫຼວດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ຕາງໜ້າພັກ, ລັດ ແລະປະຊາຊົນລາວ, ທ່ານພົນເອກ ວິໄລ ຫຼ້າຄຳຟອງ ໄດ້ສົ່ງຄໍາອວຍພອນໄຊອັນປະເສີດມາຍັງ ທ່ານລັດຖະມົນຕີ ເລືອງຕາມກວາງ ພ້ອມດ້ວຍບັນດາສະຫາຍການນຳກະຊວງຕຳຫຼວດຫວຽດນາມ ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ປະສົບຜົນສໍາເລັດຢ່າງຈົບງາມ.

ທ່ານພົນເອກ ວິໄລ ຫຼ້າຄຳຟອງ ຕີລາຄາສູງບົດບາດຂອງກະຊວງຕຳຫຼວດຫວຽດນາມ ໃນວຽກງານຮັບປະກັນຄວາມສະຫງົບ, ຄວາມປອດໄພ, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່, ພ້ອມທັງຢືນຢັນວ່າ ຈະສືບຕໍ່ເອົາໃຈໃສ່ ແລະສະໜັບສະໜູນການຮ່ວມມືລະຫວ່າງກຳລັງປ້ອງກັນຄວາມສະຫງົບສອງປະເທດ, ປະກອບສ່ວນຮັດແໜ້ນກວ່າອີກສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ.

ໂດຍ: ທູຈາງ