ທີ່ພິທີ, ທ່ານພັນເອກພິເສດ, ສຈ. ປອ ຫງວຽນຢຸຍບັກ ໄດ້ຍ້ອງຍໍຊົມເຊີຍໝາກຜົນທີ່ນັກຮຽນທະຫານລາວ ແລະ ກຳປູເຈຍ ຊຸດທີ 53 ບັນລຸໄດ້ໃນໄລຍະຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ ຢູ່ວິທະຍາຄານການແພດ.

leftcenterrightdel
ທ່ານພັນເອກພິເສດ, ສຈ. ປອ ຫງວຽນຢຸຍບັກ ມອບໃບຍ້ອງຍໍໃຫ້ແກ່ນັກຮຽນທະຫານທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ. ພາບ: qdnd.vn

ທ່ານພັນເອກພິເສດ, ສຈ. ປອ ຫງວຽນຢຸຍບັກ ເນັ້ນໜັກວ່າ, ນີ້ແມ່ນໝາກຜົນຂອງການຮ່ວມມືທີ່ແໜ້ນແຟ້ນ ແລະຍາວນານລະຫວ່າງກອງທັບ ແລະຂະແໜງການແພດທະຫານຂອງ 3 ປະເທດ: ຫວຽດນາມ-ລາວ-ກຳປູເຈຍ. ໃນຕະຫຼອດໄລຍະການຮໍ່າຮຽນ ຢູ່ວິທະຍາຄານການແພດ, ບັນດານັກຮຽນທະຫານ ຊຸດທີ 53 ໄດ້ມານະພະຍາຍາມຝຶກຝົນຫຼໍ່ຫຼອມຢ່າງບໍ່ຢຸດຢັ້ງ, ຜ່ານຜ່າຄວາມຫຍຸ້ງຍາກດ້ານພາສາ, ສະພາບແວດລ້ອມໃນການດໍາເນີນຊີວິດ ແລະຄວາມຮຽກຮ້ອງຕ້ອງການສູງຂອງໂຄງການບໍາລຸງສ້າງ. ບັນດານັກຮຽນທະຫານໄດ້ສະແດງໃຫ້ເຫັນຈິດໃຈຮໍ່າຮຽນທີ່ຈິງຈັງ, ມີເຈດຈຳນົງສູ້ຊົນ, ປະຕິບັດລະບຽບວິໄນກອງທັບ ແລະຂໍ້ກໍານົດຂອງວິທະຍາຄານເປັນຢ່າງດີ, ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວດ້ານວິຊາຊີບ ແລະຂະບວນການລວມຂອງວິທະຍາຄານ.

leftcenterrightdel
ພັນເອກພິເສດ, ສຈ. ປອ ຫງວຽນຢຸຍບັກ ພ້ອມດ້ວຍບັນດາຜູ້ແທນ ຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ທ່ານພັນເອກພິເສດ, ສຈ. ປອ ຫງວຽນຢຸຍບັກ ສະເໜີບັນດາແພດໝໍທີ່ຮຽນຈົບແລ້ວ, ອີງໃສ່ຄວາມຮູ້ພື້ນຖານທີ່ໄດ້ປະກອບໃນໄລຍະຮໍ່າຮຽນສຶກສາ, ຄວນໝູນໃຊ້ຢ່າງມີຄວາມໄຫວພິບ, ມີຫົວຄິດປະດິດສ້າງໃຫ້ແທດເໝາະກັບລັກສະນະສະເພາະ, ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ສົ່ງເສີມສຸຂະພາບຂອງແຕ່ລະປະເທດ; ສືບຕໍ່ຮໍ່າຮຽນ, ຄົ້ນຄວ້າເພື່ອເຊື່ອມໂຍງເຂົ້າກັບພື້ນຖານແພດສາດທີ່ກ້າວໜ້າຂອງໂລກ; ຝຶກຝົນຫຼໍ່ຫຼອມຄຸນສົມບັດຈັນຍາບັນ ແລະແບບແຜນການດໍາລົງຊີວິດຢ່າງບໍ່ຢຸດຢັ້ງ, ປັບປຸງຈັນຍາບັນແພດໝໍໃຫ້ສົມບູບ, ສົມກັບນັກຮຽນທະຫານທີ່ເຄີຍຮໍ່າຮຽນ  ແລະຝຶກ​ຝົນຫຼໍ່ຫຼອ​ມຢູ່ວິທະຍາຄານການແພດ; ຕັ້ງໜ້າໂຄສະນາ, ຂົນຂວາຍພະນັກງານ, ນັກຮົບໃນກອງທັບ, ປະຊາຊົນສອງປະເທດລາວ ແລະກຳປູເຈຍ ກ່ຽວກັບສາຍພົວພັນທີ່ສະໜິດຕິດພັນລະຫວ່າງ ຫວຽດນາມ-ລາວ-ກຳປູເຈຍ.

ເນື່ອງໃນໂອກາດນີ້, ຕາງໜ້າໃຫ້ຄະນະພັກ, ຄະນະອໍານວຍການວິທະຍາຄານການແພດ, ທ່ານພັນເອກພິເສດ, ສຈ. ປອ ຫງວຽນຢຸຍບັກ  ໄດ້ມອບໃບຍ້ອງຍໍໃຫ້ແກ່ບັນດານັກຮຽນທະຫານທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ.

ໂດຍ: ທູຈາງ