ສະຫາຍ ເລມິງຮຶງ ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຕາງໜ້າຄະນະປະທານ ນໍາສະເໜີບົດລາຍງານຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIII ກ່ຽວກັບວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກ ສະໄໝທີ XIV.

ກອງປະຊຸມໃຫຍ່ ໄດ້ດໍາເນີນການປຶກສາຫາລື ແລະລົງຄະແນນສຽງຮັບຮອງເອົາຈໍານວນກໍາມະການຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ແມ່ນ 200 ສະຫາຍ, ໃນນັ້ນກໍາມະການສົມບູນ ຈໍານວນ 180 ສະຫາຍ ແລະກໍາມະການສໍາຮອງ ຈໍານວນ 20 ສະຫາຍ.

leftcenterrightdel
ກອງປະຊຸມໃຫຍ່ ລົງຄະແນນສຽງຮັບຮອງເອົາລາຍຊື່ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV. ພາບ: ຈ້ອງຫາຍ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ເຮັດວຽກທີ່ຄະນະ ເພື່ອຄົ້ນຄວ້າ, ປຶກສາຫາລືບົດລາຍງານວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກ ສະໄໝທີ XIV; ສະໝັກເລືອກຕັ້ງ, ສະເໜີຜູ້ອອກສະໝັກຮັບເລືອກຕັ້ງ ແລະຄົ້ນຄວ້າເອກະສານ, ສໍາເນົາບຸກຄະລາກອນ. 

ຄະນະປະທານ ໄດ້ຮັບຟັງບັນດາສະຫາຍຫົວໜ້າຄະນະ ລາຍງານກ່ຽວກັບຜົນການປຶກສາຫາລືຂອງບັນດາຄະນະຜູ້ແທນ ຕໍ່ບົດລາຍງານວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກ ສະໄໝທີ XIV; ການສະໝັກເລືອກຕັ້ງ, ສະເໜີຜູ້ອອກສະໝັກເລືອກຕັ້ງ, ບັນດາກໍລະນີຖອນຕົວອອກຈາກລາຍຊື່ສະໝັກເລືອກຕັ້ງ, ສະເໜີຜູ້ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XIV.

ຄະນະປະທານ ລາຍງານກອງປະຊຸມໃຫຍ່ ແລະລົງຄະແນນສຽງຮັບຮອງເອົາລາຍຊື່ເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV; ເລືອກຕັ້ງຄະນະກວດກາການລົງຄະແນນສຽງ ແລະນັບຄະແນນສຽງ; ຄະນະກວດກາການລົງຄະແນນສຽງ ແລະນັບຄະແນນສຽງ ແນະນໍາການເລືອກຕັ້ງ.

leftcenterrightdel
ສະຫາຍ ເລຂາທິການໃຫຍ່ ໂຕເລິມ ແລະສະຫາຍ ປະທານປະເທດ ເລືອງເກື່ອງ ປ່ອນບັດເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV. ພາບ: ສໍານັກຂ່າວສານຫວຽດນາມ.

ກອງປະຊຸມໃຫຍ່ ດໍາເນີນການຂຽນບັດ, ປ່ອນບັດ, ປະກາດໝາກຜົນ ແລະຮັບຮອງເອົາລາຍຊື່ບັນດາສະຫາຍທີ່ໄດ້ຮັບການຄັດເລືອກເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XIV ມີທັງໝົດ 200 ສະຫາຍ, ໃນນັ້ນກໍາມະການສົມບູນ 180 ສະຫາຍ ແລະກໍາມະການສໍາຮອງ 20 ສະຫາຍ.

ຕອນເຊົ້າວັນທີ 23 ມັງກອນ, ຄະນະບໍລິຫານງານສູນກາງພັກສະໄໝທີ XIV ດຳເນີນກອງປະຊຸມຄັ້ງປະຖົມມະລຶກ; ຕອນບ່າຍ ຈະດໍາເນີນພິທີອັດກອງປະຊຸມໃຫຍ່.

ໂດຍ: ໄຊຊະນະ