ປິດຊຸດຝຶກອົບຮົມວຽກງານກະຈາຍສຽງ, ໂທລະພາບໃຫ້ແກ່ກອງທັບແຫ່ງລາຊະອານາຈັກ ກຳປູເຈຍ
ກປ.ອອນໄລ - ຕອນບ່າຍວັນທີ 23 ທັນວາ, ທີ່ຮ່າໂນ້ຍ, ສູນກະຈາຍສຽງ-ໂທລະພາບກອງທັບ ໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກະຈາຍສຽງ, ໂທລະພາບໃຫ້ແກ່ພະນັກງານກອງທັບ ແຫ່ງລາຊະອານາຈັກ ກຳປູເຈຍ ປີ 2025.
    |
 |
|
ທ່ານພັນເອກພິເສດ ຟ້າມວັນຕູ໊ ກ່າວຄໍາເຫັນທີ່ພິທີປິດຊຸດຝຶກອົບຮົມ. ພາບ: ຮວ່າງຫວູ໋ |
ທ່ານພັນເອກພິເສດ ຟ້າມວັນຕູ໊, ຫົວໜ້າສູນກະຈາຍສຽງ-ໂທລະພາບກອງທັບ ຊົມເຊີຍຄະນະພະນັກງານກອງທັບລາຊະອານາຈັກ ກຳປູເຈຍ ຈໍານວນ 15 ທ່ານ ທີ່ໄດ້ສໍາເລັດຊຸດຝຶກອົບຮົມ. ທ່ານພັນເອກພິເສດ ຟ້າມວັນຕູ໊ ໃຫ້ຮູ້ວ່າ ໃນໄລຍະຝຶກອົບຮົມເປັນເວລາ 2 ເດືອນ, ສູນກະຈາຍສຽງ-ໂທລະພາບກອງທັບ ໄດ້ພະຍາຍາມແລກປ່ຽນກັບຄະນະພະນັກງານກອງທັບລາຊະອານາຈັກ ກຳປູເຈຍ ບັນດາເນື້ອໃນຕົ້ນຕໍໃນ 2 ຂົງເຂດກະຈາຍສຽງ ແລະໂທລະພາບ, ນອກຈາກຍັງມີເນື້ອໃນອື່ນ, ຄື: ທັກສະການຖ່າຍຮູບ, ການນຳໃຊ້ການຫັນເປັນດີຈີຕອນໃນການເຄື່ອນໄຫວສື່ມວນຊົນ...
    |
 |
|
ທ່ານພັນເອກພິເສດ ຟ້າມວັນຕູ໊ ມອບໃບຢັ້ງຢືນໃຫ້ພະນັກງານກອງທັບແຫ່ງລາຊະອານາຈັກ ກຳປູເຈຍ ທີ່ສໍາເລັດຊຸດຝຶກອົບຮົມ. ພາບ: ຮວ່າງຫວູ໋ |
ທ່ານພັນເອກພິເສດ ຟ້າມວັນຕູ໊ ເນັ້ນໜັກວ່າ, ດ້ວຍຄວາມຕັດສິນໃຈສູງ, ບົນຈິດໃຈມິດຕະພາບ, ຮ່ວມມື, ສະໜິດຕິດພັນ, ສູນກະຈາຍສຽງ-ໂທລະພາບກອງທັບ ໄດ້ພະຍາຍາມສຸດຄວາມສາມາດເພື່ອແບ່ງປັນບົດຮຽນແທດຈິງຫຼາຍຢ່າງ, ຊ່ວຍໃຫ້ຄະນະພະນັກງານກອງທັບແຫ່ງລາຊະອານາຈັກກຳປູເຈຍ ເຂົ້າເຖິງບັນດາຂັ້ນຕອນການຜະລິດລາຍການທີ່ສູນກະຈາຍສຽງ-ໂທລະພາບກອງທັບ ພວມນຳໃຊ້ໃນປັດຈຸບັນ.
ທ່ານພັນເອກພິເສດ ຟ້າມວັນຕູ໊ ເຊື່ອໝັ້ນວ່າ, ດ້ວຍຄວາມຮູ້, ບົດຮຽນປະສົບການທີ່ໄດ້ຮັບຈາກຊຸດຝຶກອົບຮົມ, ເມື່ອກັບຄືນປະເທດ, ເຮັດວຽກຢູ່ກົມກອງຂອງຕົນ, ບັນດາພະນັກງານກອງທັບແຫ່ງລາຊະອານາຈັກກຳປູເຈຍ ຈະມີຜົນງານຂ່າວກະຈາຍສຽງ, ໂທລະພາບທີ່ດີ, ເປັນເອກະລັກສະເພາະ, ຮັບໃຊ້ໃຫ້ວຽກງານໂຄສະນາໃນກອງທັບລາຊະອານາຈັກກຳປູເຈຍ ເວົ້າສະເພາະ ແລະປະເທດກໍາປູເຈຍ ເວົ້າລວມ ຢ່າງມີປະສິດທິຜົນ.
ໂດຍ: ຈອນນີ ສະເຫຼີມສັກ