ສະຫາຍ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄໝທີ XIII, ໄດ້ກ່າວຄໍາເຫັນເປີດກອງປະຊຸມ ແລະຕາງໜ້າຄະນະປະທານກອງປະຊຸມຄວບຄຸມວາລະກອງປະຊຸມ.

ບົນພື້ນຖານການປະຕິບັດເຂັ້ມງວດກົດລະບຽບພັກ, ລະບຽບການເຮັດວຽກ, ລະບຽບການເລືອກຕັ້ງ ແລະບັນດາເນື້ອໃນທີ່ກ່ຽວຂ້ອງ, ເສີມຂະຫຍາຍສູງສຸດຈິດໃຈສາມັກຄີ ແລະມີຄວາມຮັບຜິດຊອບສູງ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ເປັນຢ່າງດີ, ກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIV ໄດ້ສໍາເລັດບັນດາເນື້ອໃນສໍາຄັນພິເສດ ເຊັ່ນ: ເລືອກຕັ້ງເອົາກົມການເມືອງສູນກາງພັກ; ເລືອກຕັ້ງເອົາເລຂາທິການໃຫຍ່; ເລືອກຕັ້ງເອົາຄະນະເລຂາທິການສູນກາງພັກ; ຮັບຟັງບົດລາຍງານກ່ຽວກັບແຜນງານບັນດາຕໍາແໜ່ງການນໍາຫຼັກແຫຼ່ງຂອງພັກ, ລັດ ແລະໃຫ້ຄໍາເຫັນກ່ຽວກັບບຸກຄະລາກອນດໍາລົງຕໍາແໜ່ງຜູ້ປະຈໍາການຄະນະເລຂາທິການສູນກາງພັກ; ເລືອກຕັ້ງຄະນະກວດກາສູນກາງພັກ; ເລືອກເອົາປະທານຄະນະກວດກາສູນກາງພັກ.

leftcenterrightdel
ສະຫາຍ ໂຕເລິມ ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງດໍາລົງຕໍາແໜ່ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIV. ພາບ: ຈ້ອງຫາຍ.

ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIV ໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກເອົາ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIII ສືບຕໍ່ດໍາລົງຕໍາແໜ່ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV.

ໜັງສືພິມກອງທັບປະຊາຊົນຫວຽດນາມ ສືບຕໍ່ອັບເດດລາຍຊື່ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຄະນະກວດກາສູນກາງພັກ, ປະທານຄະນະກວດກາສູນກາງພັກ ແລະບັນດາເນື້ອໃນທີ່ວາລະອັດກອງປະຊຸມ.

ໂດຍ: ໄຊຊະນະ