ຕາມຖະໜົນດິນແດງ, ຢູ່ຕາມໝູ່ບ້ານທີ່ຕັ້ງຢູ່ແຄມແມ່ນ້ຳ Ubangi, ຮູບພາບນາຍທະຫານໝວກເບເລສີຟ້າຫວຽດນາມ ດໍາເນີນການລາດຕະເວນທີ່ງຽບສະຫງົບໄດ້ກາຍເປັນສິ່ງທີ່ລື້ງເຄີຍກັບປະຊາຊົນທ້ອງຖິ່ນ.

ການປະກົດຕົວທີ່ເພີ່ມຂຶ້ນຂອງກຳລັງນີ້ຢູ່ເຂດດັ່ງກ່າວໄດ້ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງການຮັກສາຄວາມສະຫງົບ, ໜູນຊ່ວຍຂັ້ນຕອນການເລືອກຕັ້ງໃຫ້ດໍາເນີນໄປຢ່າງປອດໄພ, ສັນຕິພາບ ແລະໂປ່ງໃສ ຢູ່ Mobaye. ໃນນັ້ນມີນາຍທະຫານຫວຽດນາມ - ພັນຕີ ສືເຕິ໊ນຟີລອງ, ຜູ້ສັງເກດການທະຫານຂອງກອງທັບປະຊາຊົນຫວຽດນາມ ທີ່ປະຈຳຢູ່ຄະນະປະຕິບັດງານ MINUSCA.

Mobaye ຂຶ້ນກັບແຂວງ Basse-Kotto, ແມ່ນໜຶ່ງໃນບັນດາບໍລິເວນທີ່ມີຄວາມສະດຸ້ງໄວກ່ຽວກັບຄວາມໝັ້ນຄົງທີ່ສຸດຢູ່ອາຟຣິກາກາງ. ນະທີ່ນີ້ໄດ້ກາຍເປັນ “ເຂດເຄັ່ງຮ້ອນ” ຂອງການປະທະກັນ, ໄດ້ຮັບຜົນສະທ້ອນຈາກກຸ່ມປະກອບອາວຸດທີ່ບໍ່ຂຶ້ນກັບລັດຖະບານ ແລະບໍ່ມີຄວາມສະຫງົບທີ່ແຜ່ຂະຫຍາຍມາຈາກບັນດາປະເທດບ້ານໃກ້ເຮືອນຄຽງ. ໃນສະພາບຂອງການເລືອກຕັ້ງ, ທຸກໆການຜັນແປເລັກນ້ອຍລ້ວນແຕ່ກາຍເປັນ “ເຊື້ອເພີງ” ກໍ່ການຈະລາຈົນ.

leftcenterrightdel
ພັນຕີ ສືເຕິ໊ນຟີລອງ (ເບື້ອງຂວາ) ພ້ອມດ້ວຍເພື່ອນຮ່ວມກົມກອງ ໃນການລາດຕະເວນທີ່ Mobaye. ພາບ: qdnd.vn

ໂດຍປະຕິບັດງານຢູ່ຄະນະປະຕິບັດງານ MINUSCA ເປັນເວລາ 8 ກວ່າເດືອນ ແລະ ເຄີຍປະຕິບັດງານຢູ່ບັນດາບໍລິເວນແຕກຕ່າງກັນ, ພັນຕີ ສືເຕິ໊ນຟີລອງ ໄດ້ສົ່ງໄປປະຕິບັດໜ້າທີ່ຢູ່ກອງສັງເກດການທະຫານ 204 (ກອງ 204) ຢູ່ Mobaye. ຢູ່ທີ່ນີ້, ການລາດຕະເວນແຕ່ລະຄັ້ງບໍ່ພຽງແຕ່ແມ່ນໜ້າທີ່ປະຈຳວັນເທົ່ານັ້ນ, ຫາກຍັງເປັນການປະເຊີນໜ້າໂດຍກົງກັບຄວາມສ່ຽງທີ່ບໍ່ສາມາດຄາດເດົາໄດ້, ຍ້ອນຄວາມສ່ຽງອາດຈະຖືກບຸກໂຈມຕີດ້ວຍກຳລັງອາວຸດ, ການຍິງທີ່ຜິດທິດທາງ, ການປຸ້ນແບບມີການຈັດຕັ້ງ ຫຼືຄວາມເຂົ້າໃຈຜິດ, ຄວາມບໍ່ພໍໃຈຈາກປະຊາຊົນບາງກຸ່ມໃນຊ່ວງເວລາທີ່ລໍ່ແຫຼມນີ້.

ພັນຕີ ສືເຕິ໊ນຟີລອງ ໃຫ້ຮູ້ວ່າ ຄວາມສ່ຽງທີ່ອາດຈະເກີດການກໍ່ການຮ້າຍທີ່ແນໃສ່ກຳລັງສາກົນກໍ່ບໍ່ສາມາດປາສະຈາກໄດ້. ໃນເວລາທີ່ມີຄວາມເຄັ່ງຕຶງດ້ານການເມືອງ ແລະຈິດວິທະຍາທາງສັງຄົມທີ່ມີຄວາມສະດຸ້ງໄວ້ໃນໄລຍະເລືອກຕັ້ງ, ປະຊາຊົນພາກສ່ວນໜຶ່ງສາມາດເຂົ້າໃຈຜິດຕໍ່ບົດບາດເປັນກາງຂອງກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ, ສິ່ງດັ່ງກ່າວເຮັດໃຫ້ປະຊາຊົນມີທ່າທີເປັນສັດຕູ, ກໍ່ຄວາມວຸ້ນວາຍ, ຊ້ຳບໍ່ໜຳແມ່ນປະຕິບັດການກະທຳໃຊ້ຄວາມຮຸນແຮງຕໍ່ກຳລັງດັ່ງກ່າວ.

ໃນຕະຫຼອດໄລຍະດໍາເນີນການເລືອກຕັ້ງ, ກອງ 204 ໄດ້ສຸມໃສ່ປະຕິບັດໜ້າທີ່ຕິດຕາມ, ຮັບຮູ້ ແລະລາຍງານຢ່າງພາວະວິໄສ ກ່ຽວກັບສະພາບຄວາມໝັ້ງຄົງ, ການຜັນແປທີ່ຜິດປົກກະຕິ ຫຼືເຫດການ ທີ່ອາດຈະສົ່ງຜົນສະທ້ອນເຖິງຄວາມປອດໄພຂອງຜູ້ມີສິດເລືອກຕັ້ງ ແລະ ພະນັກງານເລືອກຕັ້ງ. ບັນດາບົດລາຍງານທີ່ທັນການຈາກກອງ 204 ໄດ້ຊ່ວຍໃຫ້ພະແນກສູນກາງ ຂອງຄະນະປະຕິບັດງານ ແລະອໍານາດການປົກຄອງທ້ອງຖິ່ນມີພື້ນຖານເພື່ອດັດປັບມາດຕະການປ້ອງກັນ, ຈັດສັນກຳລັງ, ຜັນຂະຫຍາຍການກະທໍາສະກັດກັ້ນໃຫ້ເໝາະສົມ.

leftcenterrightdel
ພັນຕີ ສືເຕິ໊ນຟີລອງ  ພ້ອມດ້ວຍກໍາລັງຂອງຄະນະປະຕິບັດງານ MINUSCA ແລະອໍານາດການປົກຄອງ ສ.ອາຟຣິກາກາງ ເຂົ້າຮ່ວມກອງປະຊຸມຮັບປະກັນຄວາມໝັ້ນຄົງດ້ານການເມືອງໃຫ້ຂະບວນການເລືອກຕັ້ງຢູ່ສຳນັກງານຫຼັກຂອງເມືອງ Mobaye. qdnd.vn

ໃນຖານະເປັນສະມາຊິກທີ່ຮັບຜິດຊອບການເປັນເສນາທິການແຜນການຂອງກອງ204, ພັນຕີ ເສືເຕິ໊ນຟີລອງ ບໍ່ພຽງແຕ່ເຂົ້າຮ່ວມການເຄື່ອນໄຫວລາດຕະເວນ ແລະຕິດຕາມກວດກາ, ຂຽນບົດລາຍງານໂດຍກົງເທົ່ານັ້ນ, ຫາກຍັງສວມບົດບາດສຳຄັນໃນການສ້າງແຜນການຮັບປະກັນຄວາມໝັ້້ນຄົງຢູ່ເຂດດັ່ງກ່າວອີກດ້ວຍ. ຈາກສະພາບການຕົວຈິງໃນບໍລິເວນ, ພັນຕີ ເສືເຕິ໊ນຟີລອງ ໄດ້ເປັນເຈົ້າການນໍາສະເໜີໃຫ້ເພີ່ມທະວີການມີໜ້າຢູ່ເຂດທີ່ມີປະຊາກອນເຕົ້າໂຮມກັນຫຼາຍ, ເສັ້ນທາງຄົມມະນາຄົມຫຼັກ, ເຂດລົງທະບຽນຜູ້ມີສິດເລືອກຕັ້ງ ແລະສະຖານທີ່ປ່ອນບັດ.

ການສ້າງ ແລະຮັກສາຄວາມໄວ້ເນື້ອເຊື່ອໃຈກັບຊຸມຊົນທ້ອງຖິ່ນສວມບົດບາດສໍາຄັນໃນການຫຼຸດຜ່ອນຄວາມເຂົ້າໃຈຜິດ, ຄວາມເຄັ່ງຕຶງ, ແລະຄວາມສ່ຽງຕໍ່ການປະເຊີນໜ້າໃນໄລຍະເວລາທີ່ລໍ່ແຫຼມນີ້. ການປະກົດຕົວຢ່າງສະໝໍ່າສະເໝີ, ສາມາດຮັບຮູ້ຕົວຕົນຂອງກຳລັງໝວກເບເລສີຟ້າຫວຽດນາມ ໄດ້ງ່າຍມີສ້າງຜົນກະທົບທີ່ຕັ້ງໜ້າ. ປະຊາຊົນຢູ່ເມືອງ Mobaye ຫຼາຍຄົນໄດ້ເລີ່ມເປັນເຈົ້າການເຂົ້າເຖິງ, ສະໜອງຂໍ້ມູນຂ່າວສານ ແລະສະແດງຄວາມປາຖະຫນາຢາກດໍາລົງຊີວິດໃນສັນຕິພາບ ແລະມີຄວາມສະຫງົບສຸກ. ສຳລັບເຂົາເຈົ້າແລ້ວ, ບັນດານາຍທະຫານຮັກສາສັນຕິພາບຂອງສະຫະປະຊາຊາດ, ໃນນັ້ນມີນາຍທະຫານກອງທັບປະຊາຊົນຫວຽດນາມ ແມ່ນສັນຍາລັກແຫ່ງຄວາມເຊື່ອໝັ້ນ ແລະຄວາມຫວັງ.

ໃນຊຸມມື້ກ່ອນທີ່ຈະດໍາເນີນການເລືອກຕັ້ງ ຄາດວ່າຈະຈັດຕັ້ງໃນວັນທີ 28 ທັນວາ ຈະມາເຖິງນີ້, ໜ້າທີ່ປົດອາວຸດ, ປົດທະຫານ ແລະການເຊື່ອມໂຍງຄືນໃໝ່ (DDR) ຍິ່ງໄດ້ຮັບການຊຸກຍູ້ຢ່າງແຂງແຮງ. ນີ້ແມ່ນວຽກເຮັດທີ່ມິດງຽບ ແຕ່ມີຄວາມຫຼັກແຫຼ່ງໃນການຫຼຸດຜ່ອນຄວາມສ່ຽງທີ່ອາດຈະເກີດການປະທະກັນ. ເຂົ້າຮ່ວມຄະນະປະຕິບັດງານຂອງ DDR, ພັນຕີ ເສືເຕິ໊ນຟີລອງ ພ້ອມດ້ວຍເພື່ອນຮ່ວມກົມກອງຕ້ອງກິນ, ຕ້ອງນອນຢູ່ພາກສະໜາມ, ປະເຊີນໜ້າກັບຊີວິດການເປັນຢູ່ທີ່ຫຍຸ້ງຍາກ, ຄວາມສ່ຽງທີ່ອາດຈະເກີດພະຍາດໄຂ້ຍຸງ, ການຂາດແຄນສະບຽງອາຫານ, ຢຸກຢາ, ແລະຄວາມກົດດັນຈາກກຸ່ມປະກອບອາວຸດຕ່າງໆ.

ຕາມເສັ້ນທາງລາດຕະເວນສາຍຕ່າງໆ, ພັນຕີ ເສືເຕິ໊ນຟີລອງ ພ້ອມດ້ວຍເພື່ອນຮ່ວມກົມກອງ ໄດ້ປະຕິບັດຕາມຂັ້ນຕອນຄວາມໝັ້ນຄົງ, ຄວາມປອດໄພສ່ວນບຸກຄົນຢ່າງເຂັ້ມງວດ, ຍົກອອກການຕີລາຄາທີ່ມີຄວາມສ່ຽງກ່ອນທີ່ຈະດໍາເນີນການເຄື່ອນໄຫວ, ດັດປັບເສັ້ນທາງເຄື່ອນຍ້າຍ, ສົມທົບກັນປົກປ້ອງໃນເວລາທີ່ຈໍາເປັນ ແລະຮັກສາການຕິດຕໍ່ກັບສູນບໍລິຫານຂອງຄະນະປະຕິບັດງານ ຢ່າງເປັນປະຈໍາ.

ໃນຕະຫຼອດໄລຍະກະກຽມ ແລະດຳເນີນການເລືອກຕັ້ງຢູ່ເມືອງ Mobaye, ພັນຕີ ເສືເຕິ໊ນຟີລອງ ພ້ອມດ້ວຍກອງ 204 ຍາມໃດກໍ່ຮັກສາການຕິດຕໍ່ພົວພັນກັບຊຸມຊົນ, ພົບປະກັບນາຍບ້ານ ແລະຜູ້ນຳທາງສາສະໜາ ເພື່ອໂຄສະນາສານເປັນກາງຂອງສະຫະປະຊາຊາດ, ສົ່ງເສີມປະຊາຊົນເຂົ້າຮ່ວມການເລືອກຕັ້ງໂດຍສັນຕິ, ບໍ່ໃຊ້ຄວາມຮຸນແຮງ.

ຢູ່ທ່າມກາງເຂດທີ່ຫ່າງໄກຂາດຄວາມສະຫງົບນີ້, ຄວາມມານະພະຍາຍາມທີ່ມິດງຽບຂອງພັນຕີ ສືເຕິ໊ນຟີລອງ ພ້ອມດ້ວຍເພື່ອນຮ່ວມກົມກອງ ໄດ້ປະກອບສ່ວນຮັບປະກັນຜົນສຳເລັດໃຫ້ແກ່ການເລືອກຕັ້ງຂອງປະເທດອາຟຼິກາກາງ, ສ້າງພື້ນຖານສໍາຄັນນໍາເອົາຄວາມໝັ້ນຄົງ ແລະຊີວິດການເປັນຢູ່ທີ່ສະຫງົບສຸກມາໃຫ້ປະຊາຊົນຢູ່ທີ່ນີ້.

ໂດຍ: ທູຈາງ