ຕ້ອນຮັບຄະນະ, ຝ່າຍໜັງສືພິມກອງທັບປະຊາຊົນຫວຽດນາມ ມີທ່ານພັນເອກພິເສດ ຫງວຽນຮົ່ງຫາຍ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ; ບັນດາສະຫາຍການນໍາ, ຜູ້ບັນຊາການບາງຫ້ອງການ, ພະແນກເຂົ້າຮ່ວມ.

leftcenterrightdel
ທ່ານພັນເອກພິເສດ ຫງວຽນຮົ່ງຫາຍ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ ແລະທ່ານພັນເອກ Belosludtsev Sergey Vladimirovich ທີ່ປຶກສາທູດປ້ອງກັນຊາດສະຫະພັນລັດເຊຍ. ພາບ: qdnd.vn.

ທີ່ການເຮັດວຽກ, ທ່ານພັນເອກພິເສດ ຫງວຽນຮົ່ງຫາຍ ໄດ້ແນະນຳຈຸດພົ້ນເດັ່ນກ່ຽວກັບປະຫວັດສາດ 75 ປີແຫ່ງການກໍ່ສ້າງ, ພັດທະນາ ແລະເຕີບໃຫຍ່ຂະຫຍາຍຕົວຂອງໜັງສືພິມກອງທັບປະຊາຊົນ. ໜັງສືພິມກອງທັບປະຊາຊົນໄດ້ພັດທະນາເປັນໜັງສືພິມຫຼາຍພາສາ, ດ້ວຍ 6 ພາສາ, ລວມມີ: ຫວຽດນາມ, ອັງກິດ, ຈີນ, ລາວ, ຂະແມ ແລະລັດເຊຍ.

ເດືອນສິງຫາຜ່ານມາ, ໜັງສືພິມກອງທັບປະຊາຊົນເອເລັກໂຕນິກພາສາລັດເຊຍ ໄດ້ເປີດຕົວຢ່າງເປັນທາງການ. ນີ້ແມ່ນຊ່ອງຂໍ້ມູນຂ່າວສານທີ່ມີປະໂຫຍດ ເພື່ອແນະນຳກ່ຽວກັບປະເທດຊາດ, ຊາວ, ກອງທັບປະຊາຊົນຫວຽດນາມ, ກ່ຽວກັບສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ, ຜ່ານນັ້ນປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ສະຫະພັນລັດເຊຍ, ຊ່ວຍປະຊາຊົນສອງປະເທດ, ເປັນຕົ້ນແມ່ນລຸ້ນໜຸ່ມເຂົ້າໃຈກ່ຽວກັບສາຍພົວພັນອັນດີງາມນີ້ກວ່າອີກ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn.

ສະແດງຄວາມປິຕິຊົມຊື່ນທີ່ໄດ້ມາຢ້ຽມຢາມ ແລະເຮັດວຽກຢູ່ສໍານັກງານໜັງສືພິມກອງທັບປະຊາຊົນ, ທ່ານພັນເອກ Belosludtsev Sergey Vladimirovich ໃຫ້ຮູ້ວ່າ ທ່ານຕິດຕາມຂ່າວຢູ່ໜັງສືພິມກອງທັບປະຊາຊົນເປັນປະຈຳ. ສຳລັບທ່ານ ແລະບັນດາພະນັກງານລັດເຊຍຫຼາຍຄົນພວມປະຕິບັດງານຢູ່ຫວຽດນາມ, ນີ້ແມ່ນຊ່ອງຂໍ້ມູນຂ່າວສານທີ່ມີປະໂຫຍດຫຼາຍ. ທ່ານພັນເອກ Belosludtsev Sergey Vladimirovich ຫວັງວ່າ ໃນໄລຍະຈະມາເຖິງ, ອົງການສື່ມວນຊົນ,  ສື່ມວນຊົນກອງທັບຂອງລັດເຊຍ ແລະຫວຽດນາມ ຈະເພີ່ມທະວີການຮ່ວມມື.

leftcenterrightdel
ບັນດາຜູ້ແທນຖ່າຍຮູບລວມ. ພາບ: qdnd.vn.

ກໍ່ທີ່ການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບກໍານົດທິດການຮ່ວມມືໃນໄລຍະຈະມາເຖິງລະຫວ່າງໜັງສືພິມກອງທັບປະຊາຊົນ ແລະຫ້ອງການທີ່ປຶກສາທູດປ້ອງກັນຊາດສະຫະພັນລັດເຊຍ ປະຈໍາ ຫວຽດນາມ, ໃນນັ້ນມີການສົມທົບ, ໜູນຊ່ວຍເຊິ່ງກັນ ແລະກັນໃນຂົງເຂດຂໍ້ມູນຂ່າວສານ, ໂຄສະນາ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດ, ສອງກອງທັບ.

ໂດຍ: ເຈິ່ນຮວ່ຽນ