leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານນາງ Duan Ping ທີ່ປຶກສາທູດຕຳຫຼວດຈີນ. ພາບ: ງອັກທື

ທີ່ການຕ້ອນຮັບ, ຕາງໜ້າການນໍາກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຊົມເຊີຍທ່ານນາງ Duan Ping ເລີ່ມຕົ້ນອາຍຸການປະຕິບັດງານຢູ່ຫວຽດນາມ. ທ່ານພົນໂທ ຮວ່າງຊວນຈ໊ຽນ ໃຫ້ຮູ້ວ່າ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ຮັບຮູ້ ແລະຕີລາຄາສູງຜົນການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງຕໍາຫຼວດຈີນ, ກໍ່ຄືລະຫວ່າງທະຫານຊາຍແດນຫວຽດນາມ ແລະກົມຄຸ້ມຄອງການຍົກຍ້າຍປະຊາຊົນແຫ່ງຊາດຈີນ ໃນບັນດາຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນ; ຄຸ້ມຄອງ, ປົກປັກຮັກສາຊາຍແດນ, ດ່ານຊາຍແດນ; ປະຕິບັດກົດໝາຍ; ຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ...

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານນາງ Duan Ping ທີ່ປຶກສາທູດຕຳຫຼວດຈີນ. ພາບ: ງອັກທື

ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ທີ່ປຶກສາທູດຕຳຫຼວດຈີນ ຄວນສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບອົງການທີ່ກ່ຽວຂ້ອງຂອງຫວຽດນາມ ໃນໄລຍະຈະມາເຖິງ, ເສີມຂະຫຍາຍບົດບາດເປັນຂົວຕໍ່, ຕັ້ງໜ້າຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ພົບປະແລກປ່ຽນການເມືອງ, ພົບປະແລກປ່ຽນນາຍທະຫານໜຸ່ມ, ຮັກສາການເຄື່ອນໄຫວແຮກສ່ຽວຄ້າຍ, ປ້ອມມິດຕະພາບ, ເປີດກວ້າງຮູບແບບແຮກສ່ຽວກຸ່ມຊຸມຊົນສອງຟາກຊາຍແດນ; ຄຸ້ມຄອງ, ຄວບຄຸມເຂດດ່ານຊາຍແດນ, ຊາຍແດນ, ສ້າງເງື່ອນໄຂສະດວກໃຫ້ການຈໍລະຈອນສິນຄ້າ, ຄົນ ແລະພາຫະນະ, ພ້ອມກັນຮັກສາເສັ້ນຊາຍແດນແຫ່ງສັນຕິພາບ, ການຮ່ວມມື, ມິດຕະພາບ ແລະການພັດທະນາ…

ສ່ວນທ່ານນາງ Duan Ping ຢືນຢັນວ່າ ກະຊວງຕໍາຫຼວດຈີນ ແລະກະຊວງປ້ອງກັນປະເທດຫວຽດນາມ, ພິເສດແມ່ນກຳລັງປ້ອງກັນຊາຍແດນສອງປະເທດ ມີສາຍພົວພັນຮ່ວມມືຢ່າງແໜ້ນແຟ້ນ. ທ່ານນາງ Duan Ping ສະແດງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ການສົມທົບກັນລະຫວ່າງບັນດາດ່ານຊາຍແດນສອງປະເທດ; ພ້ອມທັງສະເໜີສອງຝ່າຍຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນກວ່າອີກ, ຜ່ານນັ້ນເຮັດໃຫ້ສາຍພົວພັນສາມັກຄີ, ການຮ່ວມມືລະຫວ່າງກຳລັງປ້ອງກັນຊາຍແດນສອງປະເທດເລິກເຊິ່ງກວ່າອີກ.

ໂດຍ: ເຈິ່ນຮວ່ຽນ