ພໍແຕ່ຈັບມື ແລະຍິ້ມແຍ່ມແຈ່ມໃສແນະນຳຊື່ກັບຄະນະ, ອ້າຍ ລືວຖ໊າຍຮຶງ ພ້ອມກັບພະນັກງານຢູ່ສະໜາມບິນ 2 ຄົນໄດ້ແນະນຳພວກຂ້າພະເຈົ້າ ໄປຫາບ່ອນລໍຖ້າເພື່ອສືບຕໍ່ບິນເຖິງນະຄອນ Antakya, ແຂວງ Hatay - ບ່ອນທີ່ຄະນະ ຈະປະຕິບັດໜ້າທີ່ກູ້ຊ່ວຍປະຊາຊົນຕວກກີ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວຜ່ານມາ. ໃນການເດີນທາງ, ຜ່ານພະນັກງານ 2 ຄົນ, ອ້າຍ ໄດ້ຊອກຮູ້ກຳແໜ້ນສະພາບການແລ້ວແຈ້ງໃຫ້ທ່ານພົນຈັດຕະວາ ຟ້າມວັນຕີ້, ຮອງຫົວໜ້າຫ້ອງວ່າການຜູ້ປະຈຳການຄະນະກຳມະການແຫ່ງຊາດຮັບມືກັບອຸບັດຕິເຫດ, ໄພພິບັດທາງທໍາມະຊາດ ແລະຊອກຫາກູ້ໄພ, ຮອງຫົວໜ້າກົມກູ້ຊີບ-ກູ້ໄພ (ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ), ຫົວໜ້າຄະນະ.

leftcenterrightdel
ອ້າຍ ລືວຖ໊າຍຮຶງ (ທີສອງ, ຈາກຊ້າຍຫາຂວາ) ເປັນຂົວຕໍ່ລະຫວ່າງຜູ້ບັນຊາຄະນະ ແລະຜູ້ຕາງໜ້າກົມໃຫຍ່ປະສານງານສະພາວະສຸກເສີນ ແລະໄພພິບັດທາງທຳມະຊາດ ຂຶ້ນກັບກະຊວງພາຍໃນຕວກກີ ຢູ່ສະໜາມບິນ Istanbul. ພາບ: ວັນຫ໊ຽວ.

ເມື່ອມາຮອດບ່ອນລໍຖ້າເພື່ອສືບຕໍ່ການເດີນທາງ, ຂ້າພະເຈົ້າ ຈຶ່ງມີເວລາໂອ້ລົມກັບອ້າຍຫຼາຍກວ່າ. ອ້າຍ ຮຶງ, ບ້ານເກີດຢູ່ຫາຍເຢືອງ, ເປັນຜູ້ນຳທ່ຽວຂອງບໍລິສັດທ່ອງທ່ຽວຢູ່ Istanbul. ຜ່ານສື່ມວນຊົນພາຍໃນປະເທດ. ອ້າຍ ໄດ້ຮູ້ວ່າ ຄະນະປະຕິບັດງານຂອງກອງທັບປະຊາຊົນຫວຽດນາມ ຈະເຂົ້າຮ່ວມການແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວຢູ່ຕວກກີ ສະນັ້ນ, ຜ່ານສະຖານທູດຫວຽດນາມ ປະຈຳ ຕວກກີ, ອ້າຍ ໄດ້ສະໝັກໃຈຈົດທະບຽນໜູນຊ່ວຍຄະນະ. ອ້າຍຮຶງ ຮູ້ຈັກບໍລິເວນແຫ່ງນີ້ຍ້ອນວ່າປີນີ້ແມ່ນປີທີ 18 ທີ່ອ້າຍດໍາລົງຊີວິດ ແລະຮ່ຳຮຽນຢູ່ປະເທດນີ້. ປະຈຸບັນ ອ້າຍ ຕັ້ງຖິ່ນຖານຢູ່ Istanbul. ເມື່ອແບ່ງປັນກັບເມຍ ກ່ຽວກັບຄວາມສະໝັກໃຈຂອງຕົນ, ອ້າຍກໍ່ຮັບຄວາມເຫັນດີເຫັນພ້ອມຈາກເມຍ ລາວ ເວົ້າວ່າ ກອງທັບປະຊາຊົນຫວຽດນາມ ຈັດສົ່ງກຳລັງມາຊ່ວຍເຫຼືອປະຊາຊົນຢູ່ທີ່ນີ້ ແມ່ນວຽກງານທີ່ສູງສົ່ງ, ສະແດງໃຫ້ເຫັນຮູບພາບທີ່ສວຍງາມຂອງທະຫານລຸງໂຮ່. ເມື່ອຂໍພັກງານຢູ່ບໍລິສັດ, ອ້າຍ ຮຶງ ກໍ່ໄດ້ຮັບຄວາມເຫັນດີຈາກຜູ້ອຳນວຍການບໍລິສັດຂອງຕົນ, ກໍ່ແມ່ນນັກທຸລະກິດເຊື້ອຊາດຫວຽດນາມ.

ການໂອ້ລົມຂອງພວກຂ້າພະເຈົ້າ ຖືກຂາດຕິດຂາດຕອນຍ້ອນວ່າອ້າຍບໍ່ນັ່ງເກີນ 15 ນາທີ. ເພາະທັງແນະນໍາໃຫ້ບັນດາສະມາຊິກໃນຄະນະຈົດທະບຽນ wifi ໂດຍບໍ່ເສຍຄ່າຢູ່ສະໜາມບິນ ເພື່ອໂທຫາຄອບຄົວ, ທັງເປັນ “ຂົວຕໍ່” ລະຫວ່າງຜູ້ບັນຊາຄະນະ ກັບພະນັກງານຢູ່ສະໜາມບິນ ແລະຜູ້ຕາງໜ້າອົງການກ່ຽວຂ້ອງຂອງປະເທດເພື່ອນ ຍ້ອນຕາຕະລາງການເຮັດວຽກມີການປ່ຽນແປງ, ທັງອັບເດດຂໍ້ມູນຂ່າວຢູ່ບໍລິເວນຈາກສື່ສານຂອງຕວກກີ ໃຫ້ຄະນະ. ເມື່ອຂ້າພະເຈົ້າ ຖາມວ່າ ອ້າຍໜູນຊ່ວຍຄະນະພຽງແຕ່ໃນມື້ນີ້ຫວາ, ອ້າຍ ຮຶງ ເວົ້າເລີຍວ່າ: “ຂ້າພະເຈົ້າ ຈະຮ່ວມເດີນທາງພ້ອມກັບຄະນະຈົນເມື່ອຄະນະສຳເລັດໜ້າທີ່ຢູ່ຕວກກີ”. ຄໍາຕອບສັ້ນ, ແຕ່ວ່າເຕັມໄປດ້ວຍນ້ຳໃຈຂອງອ້າຍ ຮຶງ ເຮັດໃຫ້ທຸກຄົນຮູ້ສຶກອົບອຸ່ນ ແລະມີກຳລັງໜູນຕື່ມອີກ ເພື່ອສຳເລັດໜ້າທີ່ໄດ້ຮັບມອບໝາຍ.

ໂດຍ: ແສງເດືອນ