ຄຽງຂ້າງນັ້ນ, ດ້ວຍຈຸດປະສົງຊ່ວຍກອງທັບບັນດາປະເທດມີກາລະໂອກາດໄດ້ພົບປະແລກປ່ຽນວັດທະນະທຳ, ເພີ່ມທະວີນ້ຳໃຈສາມັກຄີມິດຕະພາບກໍ່ຄືມີກາລະໂອກາດຊອກຮູ້ກ່ຽວກັບວັດທະນະທຳຂອງປະເທດລັດເຊຍ, ກອງທັບລັດເຊຍ ໄດ້ຈັດຕັ້ງການສະແດງສີລະປະໃຫ້ແກ່ນາຍ ແລະພົນທະຫານບັນດາປະເທດຫວຽດນາມ, ຈີນ, ລາວ ແລະມຽນມາ.

ຜ່ານການສະແດງສີລະປະ, ຄະນະກອງທັບບັນດາປະເທດໄດ້ມີໂອກາດຊອກຮູ້ກ່ຽວກັບປະເທດ, ຜູ້ຄົນ ແລະມູນເຊື້ອວັດທະນະທຳຂອງປະເທດລັດເຊຍ, ກໍ່ຄືຄວາມຮັກແພງຂອງຊາວລັດເຊຍ ທີ່ມີຕໍ່ປະເທດຊາດ. ບັນດາບົດເພງທີ່ມີຊື່ສຽງເຂັ້ມຂຸນໄປດ້ວຍສີສັນວັດທະນະທຳລັດເຊຍ ເຄີຍຕິດພັນກັບຊາວຫວຽດນາມ ແລະປະເທດຕ່າງໆ, ຄື: ສອງຝັ່ງ, Kachiusa... ໄດ້ຮັບຄວາມຊົມເຊີຍຈາກຜູ້ຊົມ.

leftcenterrightdel
ການສະແດງສີລະປະລະຫວ່າງກອງທັບບັນດາປະເທດ. ພາບ: qdnd.vn

ໃນລາຍການໜຶ່ງ, ຄະນະຈັດຕັ້ງໄດ້ແນະນຳລາຍການໂດຍຄະນະຈີນ ເປັນຜູ້ກະກຽມ. ໃນຊຸດເຄື່ອງນຸ່ງທະຫານ, ພົນທະຫານ ຈີນ ຟ້ອນດ້ວຍຈັງຫວະທີ່ງາມຕາ ແລະຊວນໃຫ້ຈິດໃຈຢາກຟ້ອນໄປນຳ. ສຳລັບພົນທະຫານທີ່ລື້ງເຄີຍກັບແສງແດດ, ສາຍລົມຢູ່ສະໜາມຝຶກຊ້ອມ, ລື້ງເຄີຍກັບກົດລະບຽບວິໄນ, ສິ່ງນີ້ກໍ່ບໍ່ແມ່ນເລື່ອງງ່າຍ. ໃນທ່າມກາງສິ່ງເຫຼົ່ານັ້ນ, ມີນາຍທະຫານຫວຽດນາມ ຜູ້ໜຶ່ງດ້ວຍການເຊຍຂອງເພື່ອນຮ່ວມກົມກອງມີຄວາມໝັ້ນໃຈກ້າວຂຶ້ນເວທີສະແດງ. ດ້ວຍຈັງຫວະເຕັ້ນຢ່າງຄ່ອງແຄ້ວເຮັດໃຫ້ນາຍ ແລະພົນທະຫານຫຼາຍຮ້ອຍຄົນຂອງບັນດາປະເທດຢູ່ໃນສະໂມສອນຮ້ອງ ແລະຕົບມືໄປນຳຈົນຈົບລາຍການ.

ນາຍທະຫານຫວຽດນາມ ຜູ້ນັ້ນແມ່ນທ່ານພັນໂທ ເລດຶກຕຽບ, ປະລິນຍາເອກ, ອາຈານຂອງວິທະຍາຄານເຕັກນິກການທະຫານ, ປະຈຸບັນສັງກັດສະຖາບັນລູກສອນໄຟ ແລະເຕັກນິກບັນຊາ, ວິຊາເຕັກນິກໄຟຟ້າ. ອ້າຍເຄີຍດຳລົງຊີວິດ, ຮ່ຳຮຽນ, ຄົ້ນຄວ້າຢູ່ລັດເຊຍ ເປັນເວລາ 10 ປີ. ໃນຊຸມເດືອນປີທີ່ຢູ່ປະເທດລັດເຊຍ, ຫ່າງໄກຈາກຄອບຄົວ, ເພື່ອນມິດສະຫາຍ, ອ້າຍໄດ້ຕັ້ງໃຈຮຽນ. ເມື່ອຫາກໍ່ໄປຮຽນໃໝ່ໆ, ເນື້ອໃນຂອງບົດຮຽນແມ່ນເປັນພາສາລັດເຊຍ ນັ້ນແມ່ນຄວາມຫຍຸ້ງຍາກສຳລັບນັກສຶກສາສາກົນ. ດ້ວຍຄວາມຕັດສິນໃຈຕ້ອງຮຽນພາສາລັດເຊຍ ໃຫ້ເກັ່ງ, ອ້າຍໄດ້ໄປຮຽນ dancesport (ກິລາເຕັ້ນ), ສໍາລັບອ້າຍແລ້ວ, ນີ້ເປັນທັງວິຊາສິລະປະ, ເປັນທັງປະເພດກິລາຫັດແອບສຸຂະພາບ, ຍິ່ງໄປກວ່ານັ້ນ, ກໍ່ມີໂອກາດຝຶກ, ເວົ້າພາສາລັດເຊຍຫຼາຍກວ່າກັບຄົນປະເທດປະຈຳຖິ່ນ.

ທ່ານພັນໂທ ເລດຶກຕຽບ ແບ່ງປັນວ່າ “ພາສາລັດເຊຍ ຂອງຂ້າພະເຈົ້າ ກໍ່ດີຂຶ້ນຢ່າງໄວວາ, ເປັນປະໂຫຍດຍິ່ງກວ່ານັ້ນແມ່ນຍ້ອນມີ dancesport, ຂ້າພະເຈົ້າ ເຂົ້າໃຈກ່ຽວກັບວັດທະນະທຳ, ປະເທດຊາດ ແລະຊາວລັດເຊຍ ຄົນທີ່ໃຈດີ ແລະເຕັມໄປດ້ວຍຄວາມເມດຕາ, ຍິ່ງຮັກແພງ ແລະສະໜິດຕິດພັນກັບປະເທດລັດເຊຍ ຂຶ້ນກວ່າເກົ່າ... ການເຕັ້ນກໍ່ຊ່ວຍຂ້າພະເຈົ້າມີຄວາມເຊື່ອໝັ້ນຕົນເອງ ແລະເຊື່ອມຕົວກັບເພື່ອນມິດສາກົນໃນເຫດການລວມຂອງນັກສຶກສາລັດເຊຍ ຢ່າງງ່າຍດາຍ”.

ພ້ອມກັບທ່ານພັນໂທ ເຈິ່ນຊວນຈູງ, ພັນໂທ ເລດຶກຕຽບ ແມ່ນໜຶ່ງໃນຈຳນວນອາຈານສອງຄົນຂອງວິທະຍາຄານເຕັກນິກການທະຫານທີ່ກະຊວງປ້ອງກັນປະເທດ ໄດ້ຄັດເລືອກເປັນນາຍແປພາສາໃຫ້ຄະນະກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມພິທີເດີນສວນສະໜາມຢູ່ສວນຈະຕຸລັດແດງ. ທັງ ຕຽບ ແລະຈູງ ເຄີຍຮຽນ ແລະຈົບປະລິນຍາເອກຢູ່ລັດເຊຍ ເປັນເວລາຫຼາຍປີ. ເຂົ້າໃຈວັດທະນະທຳລັດເຊຍ, ເພາະສະນັ້ນ, ນອກຈາກໜ້າທີ່ແປພາສາແລ້ວ, ສອງຄົນຍັງໄດ້ແນະນຳວັດທະນະທຳຂອງປະເທດປະຈຳຖິ່ນໃຫ້ຄະນະ, ເພື່ອແນໃສ່ສ້າງຮູບພາບເປັນເອກະພາບ ແລະເປັນມິດ, ສີວິໄລຂອງຄະນະກອງທັບປະຊາຊົນຫວຽດນາມ ໃນສາຍຕາເພື່ອນມິດສາກົນ. ນີ້ແມ່ນໜ້າທີ່ສຳຄັນ, ຍ້ອນວ່າສະມາຊິກຫຼາຍຄົນໃນຄະນະແມ່ນພົນທະຫານໜຸ່ມ, ເປັນຄັ້ງທຳອິດທີ່ເຂົ້າຮ່ວມເຫດການໃຫຍ່ຢູ່ຕ່າງປະເທດ ແລະມີເວລາດຳລົງຊີວິດຢູ່ປະເທດທີ່ມີເພື່ອນມິດມາຈາກຫຼາຍປະເທດແຕກຕ່າງກັນໃນຫຼາຍມື້.

“ການພົວພັນຕ່າງປະເທດດ້ານວັດທະນະທຳແມ່ນວິວັດທະນາການແລກປ່ຽນສອງສົ້ນ, ແນະນຳຈຸດທີ່ເປັນເອກະລັກຂອງຕົນກັບມວນມະນຸດ ແລະຮັບເອົາຄວາມງາມຂອງປະຊາຄົມສາກົນ. ການພົວພັນຕ່າງປະເທດດ້ານວັດທະນະທຳໄດ້ປະກອບສ່ວນສ້າງກຳລັງແຮງຂອງຫວຽດນາມ”. ນັ້ນແມ່ນການແບ່ງປັນຂອງທ່ານ ຮ່າກິມງອັກ ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍສິ່ງທີ່ໄດ້ເຮັດ ແລະໄດ້ສະແດງຢູ່ປະເທດລັດເຊຍ, ຄະນະກອງທັບປະຊາຊົນຫວຽດນາມ ຈະເຮັດສຳເລັດໜ້າທີ່ເຂົ້າຮ່ວມພິທີເດີນສວນສະໜາມຢູ່ສວນຈະຕຸລັດແດງ; ພ້ອມທັງປະຕິບັດບົດບາດເປັນ “ທູດວັດທະນະທຳ” ປະສົບຜົນສຳເລັດ, ແມ່ນຂົວຕໍ່ຊ່ວຍເຜີຍແຜ່ຮູບພາບຊາວຫວຽດນາມ ເຕັມໄປດ້ວຍລັກສະນະມະນຸດສະທຳ, ແຜ່ຂະຫຍາຍຄຸນຄ່າວັດທະນະທຳຫວຽດນາມ ໄປສູ່ປະຊາຄົມສາກົນ.

ໂດຍ: ແສງເດືອນ