ກ້ອນກໍາລັງກອງທັບປະຊາຊົນຫວຽດນາມ ພົບປະແລກປ່ຽນກັບກ້ອນກໍາລັງຂອງກອງທັບລາວ ແລະຈີນ
ກປ.ອອນໄລ - ຕອນເຊົ້າວັນທີ 8 ພຶດສະພາ (ຕາມເວລາມົດສະກູ), ກ້ອນກໍາລັງກອງທັບປະຊາຊົນຫວຽດນາມ ສືບຕໍ່ດຳເນີນການຝຶກແອບຄັ້ງສຸດທ້າຍ ກ່ອນທີ່ຈະເຂົ້າຮ່ວມການສວນສະໜາມຢູ່ສະໜາມຫຼວງແດງ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະສົງຄາມປ້ອງກັນປິຕຸພູມ (9-5-1945 / 9-5-2025).
ພາຍຫຼັງການຝຶກແອບ, ກ້ອນກໍາລັງຂອງກອງທັບປະຊາຊົນຫວຽດນາມ ມີເວລາເຄິ່ງວັນເພື່ອພັກຜ່ອນ. ມື້ອື່ນ (ກົງກັບວັນທີ 9 ພຶດສະພາ), ກ້ອນກໍາລັງທັງໝົດຈະຕື່ນນອນແຕ່ 3 ໂມງເຊົ້າ (ຕາມເວລາ ມົດສະກູ) ເພື່ອເຮັດວຽກງານກະກຽມ ແລະເຄື່ອນຍ້າຍໄປຍັງຈັດຕຸລັດແດງ ເພື່ອເຂົ້າຮ່ວມພິທີສວນສະໜາມ.
ສິ່ງທີ່ເປັນໜ້າຈັບໃຈໃນການຝຶກແອບຄັ້ງນີ້ແມ່ນໃນເວລາພັກຜ່ອນ, ກ້ອນກໍາລັງຂອງກອງທັບປະຊາຊົນຫວຽດນາມ ແລະກ້ອນກໍາລັງຂອງລາວ ແລະ ຈີນ ໄດ້ມີການພົບປະແລກປ່ຽນສິລະປະທີ່ຟົດຟື້ນມ່ວນຊື່ນ. ນີ້ແມ່ນໂອກາດເພື່ອໃຫ້ນາຍທະຫານໜຸ່ມທີ່ມາຈາກບັນດາປະເທດຮ້ອງເພງຮ່ວມກັນໃນບັນຍາກາດເຕັມໄປດ້ວຍໄມຕີຈິດມິດຕະພາບ.
ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນຳບາງຮູບພາບໃນການແລກປ່ຽນສິລະປະ ລະຫວ່າງກ້ອນກໍາລັງກອງທັບປະຊາຊົນຫວຽດນາມ ແລະ ກັບກ້ອນກໍາລັງຂອງປະເທດເພື່ອນ.
ບາງຮູບພາບທີ່ການພົບປະແລກປ່ຽນກັບກ້ອນກໍາລັງຂອງກອງທັບປະຊາຊົນລາວ:
ບາງຮູບພາບທີ່ການພົບປະແລກປ່ຽນກັບກ້ອນກໍາລັງຂອງກອງທັບປົດປ່ອຍປະຊາຊົນຈີນ:
ໂດຍ: ທູຈາງ