    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ກ່າວຄໍາເຫັນທີ່ການເຈລະຈາ. ພາບ: qdnd.vn |
    |
 |
ທ່ານ John Noh ຜູ້ຮັກສາການຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ທີ່ການເຈລະຈາ. ພາບ: qdnd.vn |
ທີ່ການເຈລະຈາ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ບົນພື້ນຖານບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມ ແລະຄໍາຊີ້ນໍາຂອງການນຳຂັ້ນສູງສອງປະເທດ, ກະຊວງປ້ອງກັນປະເທດສອງປະເທດ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອາເມລິກາ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ມີປະສິດທິຜົນ, ບັນລຸໄດ້ໝາກຜົນລະອຽດໃນຫຼາຍຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນ, ການພົບປະທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ກົນໄກເຈລະຈາ-ກອງປະຊຸມປຶກສາຫາລື; ການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ, ການບໍາລຸງກໍ່ສ້າງ, ການຮັກສາສັນຕິພາບ ສປຊ, ການແພດທະຫານ; ການທາບທາມຄໍເຫັນ, ສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນໃນຂອບເຂດກອງປະຊຸມລັດຖະມົນຕີປ້ອງກັນຊາດອາຊຽນບວກ (ADMM+); ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມສືບຕໍ່ແມ່ນຈຸດພົ້ນເດັ່ນໃນການພົວພັນຫວຽດນາມ-ອາເມລິກາ, ໄດ້ໃຫ້ຄຳໝັ້ນສັນຍາຢ່າງແຂງແຮງຈາກການນຳຂັ້ນສູງຂອງສອງປະເທດ, ຖືນີ້ແມ່ນບຸລິມະສິດໃນການພົວພັນສອງປະເທດ; ໂຄງການໜູນຊ່ວຍຄົນພິການທີ່ຖືກຜົນສະທ້ອນຈາກທາດພິດສີສົ້ມໄດ້ຮັບການເປີດກວ້າງ, ການເຄື່ອນໄຫວຊອກຫາທະຫານອາເມລິກາ ທີ່ຫາຍສາບສູນໃນສົງຄາມ (MIA) ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ...
    |
 |
ບັນຍາກາດທີ່ການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ - ອາເມລິກາ ຄັ້ງທີ 13. ພາບ: qdnd.vn |
ທ່ານພົນໂທ ຮ່ວາງຊວນຈ໊ຽນ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມື, ຜັນຂະຫຍາຍບາງຈຸດສຸມ ການຮ່ວມມືຢ່າງມີປະສິດທິຜົນ, ໃນນັ້ນມີສືບຕໍ່ຜັນຂະຫຍາຍການເຄື່ອນໄຫວຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຕາມແຜນການທີ່ໄດ້ຕົກລົງ ແລະຍູ້ແຮງວຽກງານໂຄສະນາ ເພື່ອໃຫ້ຫາງສຽງມີຄວາມເຂົ້າໃຈກວ່າ ກ່ຽວກັບແບບຢ່າງຂອງການພົວພັນຫວຽດນາມ-ອາເມລິກາ ໃນຂົງເຂດທີ່ມີລັກສະນະມະນຸດສະທໍາເລິກເຊິ່ງດັ່ງກ່າວ.
ທີ່ການເຈລະຈາ, ສອງຝ່າຍຍັງປຶກສາຫາລືກ່ຽວກັບສະພາບການຂອງໂລກ, ພາກພື້ນ ແລະບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ, ຫວຽດນາມ ສະເໝີຕົ້ນສະເໝີປາຍຕໍ່ແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ; ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ, ອົງການຈັດຕັ້ງສາກົນເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ; ຢຶດໝັ້ນຕໍ່ສູ້ເພື່ອແກ້ໄຂທຸກຂໍ້ຂັດແຍ້ງກັນ ແລະ ຄວາມບໍ່ລົງລອຍກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ; ຍຶດໝັ້ນຕໍ່ນະໂຍບາຍປ້ອງກັນຊາດ "4 ບໍ່". ກ່ຽວກັບບັນຫາທະເລຕາເວັນອອກ, ຫຼັກໝັ້ນຂອງຫວຽດນາມ ແມ່ນຄວນປະຕິບັດຕາມປະເພນີ, ກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS); ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ຊຸກຍູ້ສິ້ນສຸດການເຈລະຈາ ແລະ ລົງນາມໃນກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ ແລະມີປະສິດທິຜົນໂດຍໄວ.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານ John Noh ລົງນາມໃນເອກະສານການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ - ອາເມລິກາ ຄັ້ງທີ 13. ພາບ: qdnd.vn |
ສິ້ນສຸດການເຈລະຈາ, ສອງຝ່າຍໄດ້ລົງນາມໃນບົດບັນທຶກການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ອາເມລິກາ ຄັ້ງທີ 13 ແລະມອບ-ຮັບສໍາເນົາເອກະສານວັດຖຸພັນສົງຄາມ; ມອບຈົດໝາຍຂອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຖິງລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ, ໃນນັ້ນຕີລາຄາສູງການພັດທະນາຂອງການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ກະຊວງປ້ອງກັນປະເທດອາເມລິກາ ສະໜັບສະໜູນ, ສົ່ງກະທົບເພື່ອອໍານວຍຄວາມສະດວກແກ່ວິວັດການເຈລະຈາດ້ານການຄ້າ, ພາສີໃຫ້ເໝາະສົມກັບຜົນປະໂຫຍດຂອງສອງປະເທດ.
ໂດຍ: ທູຈາງ