ຫວຽດນາມ-ອາແຊກໄບຊານ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ນັບມື້ນັບມີປະສິດທິຜົນ
ກປ.ອອນໄລ - ວັນທີ 7 ພຶດສະພາ, ຢູ່ນະຄອນຫຼວງ Baku ຂອງອາແຊກໄບຊານ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດອາແຊກໄບຊານ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະກັບທ່ານພົນໂທ Zakir Hasanov, ລັດຖະມົນຕີກະຊວງປ້ອງກັນປະເທດ ອາແຊກໄບຊານ.
ສະແດງຄວາມປິຕິຊົມຊື່ນທີ່ການພົບປະກັບທ່ານພົນເອກ ຟານວັນຢາງ ຢູ່ນະຄອນຫຼວງ Baku, ທ່ານ Hasanov ລັດຖະມົນຕີກະຊວງປ້ອງກັນປະເທດອາແຊກໄບຊານ ຖືວ່າ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ ຈະປະກອບສ່ວນປັບປຸງ ແລະພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະອາແຊກໄບຊານ ເວົ້າລວມ ແລະລະຫວ່າງກະຊວງປ້ອງກັນປະເທດສອງປະເທດເວົ້າສະເພາະ. ທ່ານລັດຖະມົນຕີ Hasanov ປາດຖະໜາວ່າ ບົນພື້ນຖານການພົວພັນອັນດີງາມລະຫວ່າງສອງປະເທດ, ສອງກະຊວງປ້ອງກັນປະເທດ ຈະຍູ້ແຮງການເຄື່ອນໄຫວພົບປະ, ແລກປ່ຽນ, ຍົກອອກມາດຕະການ ແນໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ນັບມື້ນັບມີປະສິດທິຜົນ ແລະແທດຈິງ.
    |
 |
ທ່ານພົນໂທ Zakir Hasanov ລັດຖະມົນຕີກະຊວງປ້ອງກັນປະເທດອາແຊກໄບຊານ ຕ້ອນຮັບທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພາບ: qdnd.vn |
ລັດຖະມົນຕີສອງທ່ານ ຕີລາຄາວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ອາແຊກໄບຊານ ໃນໄລຍະຜ່ານມາບັນລຸໄດ້ໝາກຜົນທີ່ຕັ້ງໜ້າ, ພ້ອມທັງເຫັນດີໂດຍຖືວ່າ ການນຳກະຊວງປ້ອງກັນປະເທດ ແລະບັນດາອົງການທີ່ກ່ຽວຂ້ອງຂອງສອງຝ່າຍຄວນສືບຕໍ່ເອົາໃຈໃສ່, ຄົ້ນຄວ້າເປີດກວ້າງເນື້ອໃນການຮ່ວມມືແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນໃນຂົງເຂດນີ້ໃຫ້ດີກວ່າອີກ.
    |
 |
ທ່ານພົນໂທ Zakir Hasanov ລັດຖະມົນຕີກະຊວງປ້ອງກັນປະເທດອາແຊກໄບຊານ ແລະທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພາບ: qdnd.vn |
ເພື່ອຜັນຂະຫຍາຍບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ບົນພື້ນຖານຂໍ້ສະເໜີຂອງທ່ານພົນເອກ ຟານວັນຢາງ, ສອງຝ່າຍໄດ້ເຫັນດີຈະຄົ້ນຄວ້າ, ສົມທົບກັນຜັນຂະຫຍາຍບາງທິດທາງຮ່ວມມືດ້ານປ້ອງກັນຊາດໃນໄລຍະຈະມາເຖິງ, ກ່ອນອື່ນໝົດແມ່ນເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນແນໃສ່ເພີ່ມທະວີການພົວພັນມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ, ຊຸກຍູ້ຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ; ຜັນຂະຫຍາຍບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດລະຫວ່າງກະຊວງປ້ອງກັນປະເທດສອງປະເທດຢ່າງມີປະສິດທິຜົນ, ໂດຍສຸມໃສ່ຂົງເຂດຮ່ວມມືທີ່ສອງຝ່າຍມີຄວາມຕ້ອງການ ແລະມີທ່າແຮງ.
ສອງຝ່າຍກໍ່ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືດ້ານການບໍາລຸງກໍ່ສ້າງ, ໃນນັ້ນ, ກະຊວງປ້ອງກັນປະເທດຫວຽດນາມ ພ້ອມແລ້ວທີ່ຈະຮັບເອົານັກຮຽນການທະຫານຂອງ ອາແຊກໄບຊານ ມາຮຽນພາສາຫວຽດ ແລະເຂົ້າຮ່ວມຊຸດຝຶກອົບຮົມເຈົ້າໜ້າທີ່ປ້ອງກັນຊາດສາກົນຢູ່ຫວຽດນາມ.
    |
 |
ທ່ານພົນໂທ Zakir Hasanov ລັດຖະມົນຕີກະຊວງປ້ອງກັນປະເທດອາແຊກໄບຊານ ແລກປ່ຽນກັບທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພາບ: qdnd.vn |
ລັດຖະມົນຕີສອງທ່ານ ກໍ່ເຫັນດີເປັນເອກະພາບສ້າງເງື່ອນໄຂສະດວກເພື່ອຊຸກຍູ້ວິສາຫະກິດປ້ອງກັນຊາດສອງປະເທດພົບປະ, ຊອກຫາກາລະໂອກາດຮ່ວມມືໃນຂົງເຂດການຄ້າການທະຫານ, ອຸດສາຫະກຳປ້ອງກັນຊາດ; ຊຸກຍູ້ການສ້າງກົນໄກກຸ່ມເຮັດວຽກລະດັບຊ່ຽວຊານລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ເພື່ອຊອກຮູ້ ແລະແລກປ່ຽນບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນອື່ນໆ. ກະຊວງປ້ອງກັນປະເທດຫວຽດນາມ ຊົມເຊີຍບັນດາວິສາຫະກິດ ແລະຮາກຖານອຸສາຫະກໍາປ້ອງກັນຊາດອາແຊກໄບຊານ ເຂົ້າຮ່ວມວາງສະແດງຜະລິດຕະພັນທີ່ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ.
ເນື່ອງໃນໂອກາດນີ້, ລັດຖະມົນຕີສອງທ່ານ ໄດ້ແລກປ່ຽນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໂດຍມີການເປັນສັກຂີພິຍານຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະທ່ານ Ilham Aliyev ປະທານາທິບໍດີ ອາແຊກໄບຊານ.
ໂດຍ: ທູຈາງ