ທີ່ການຢ້ຽມຢາມ, ພາຍຫຼັງໄດ້ຮັບຟັງບົດລາຍງານກ່ຽວກັບໝາກຜົນການຝຶກແອບ, ທ່ານພົນຕີ ຫງວຽນກວາງຫງອັກ ເນັ້ນໜັກວ່າ ນີ້ແມ່ນຄັ້ງທຳອິດທີ່ກອງທັບປະຊາຊົນຫວຽດນາມ ໄດ້ສົ່ງກ້ອນກຳລັງເຂົ້າຮ່ວມພິທີສວນສະໜາມ ຢູ່ຈັດຕຸລັດແດງ, ແມ່ນໂອກາດເພື່ອຍົກສູງພາບພົດ, ຖານະບົດບາດ ແລະຄຸນທາດຂອງກອງທັບປະຊາຊົນຫວຽດນາມ - ກອງທັບການປະຕິວັດ, ເປັນຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ເພື່ອສັນຕິພາບ ແລະການພັດທະນາແບບຍືນຍົງ.

leftcenterrightdel
ທ່ານພົນຕີ ຫງວຽນກວາງຫງອັກ ຢ້ຽມຢາມ ແລະລະດົມກໍາລັງໃຈພະນັກງານ, ນັກຮົບທົ່ວຄະນະ. ພາບ: qdnd.vn

ໃນໄລຍະຜ່ານມາ, ທ່ານພົນຕີ ຫງວຽນກວາງຫງອັກ ໄດ້ລາຍງານກ່ຽວກັບສະພາບການຝຶກແອບຂອງຄະນະຢູ່ມົດສະກູເປັນປະຈໍາ. ແບ່ງປັນຄວາມຫຍຸ້ງຍາກ, ຄວາມແຕກຕ່າງກັນຂອງດິນຟ້າອາກາດ, ການປ່ຽນແປງໃນຊີວິດປະຈໍາວັນ, ທ່ານພົນຕີ ຫງວຽນກວາງຫງອັກ ໄດ້ຍ້ອງຍໍຊົມເຊີຍພະນັກງານ, ນັກຮົບທົ່ວຄະນະໄດ້ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ຜ່ານຜ່າທຸກສິ່ງກີດຂວາງ, ຝຶກແອບຢ່າງຕັ້ງໜ້າບັນລຸໄດ້ຄວາມກ້າວໜ້າຫຼາຍຢ່າງ. ທ່ານພົນຕີ ຫງວຽນກວາງຫງອັກ ລະດົມກໍາລັງໃຈພະນັກງານ, ນັກຮົບທົ່ວຄະນະ ເສີມຂະຫຍາຍຄຸນທາດທະຫານລຸງໂຮ່, ປະຕິບັດລະບຽບວິໄນຢ່າງສຸດຂີດ, ສົ່ງເສີມສຸຂະພາບ, ຮັກສາເຈດຈໍານົງຕັດສິນໃຈ, ຈິດໃຈສາມັກຄີເພື່ອປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ, ສົມກັບຄວາມເຊື່ອໝັ້ນຂອງພັກ, ລັດ, ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ.

* ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 7 ພຶດສະພາ, ຢູ່ຈັດຕຸລັດແດງ ທີ່ນະຄອນຫຼວງມົດສະກູ, ສະຫະພັນລັດເຊຍ ໄດ້ດໍາເນີນການຜ່ານຄັ້ງສຸດທ້າຍພິທີສວນສະໜາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ. ເຂົ້າຮ່ວມການຜ່ານຄັ້ງສຸດທ້າຍ ມີກ້ອນກໍາລັງສວນສະໜາມຂອງປະເທດເຈົ້າພາບ ແລະແຂກຖືກເຊີນທີ່ມາຈາກ 13 ປະເທດ. ທີ່ການກວດຜ່ານຄັ້ງສຸດທ້າຍ, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນກ້ອນສວນສະໜາມ ສວຍງາມ, ເຂັ້ມແຂງທີ່ສຸດຈາກຄະນະຈັດຕັ້ງ. ພ້ອມກັນນັ້ນ, ການສະແດງພາຫະນະ, ອຸປະກອນ, ອາວຸດ ສະແດງໃຫ້ເຫັນກຳລັງແຮງການທະຫານຂອງປະເທດເຈົ້າພາບ...

ໂດຍ: ທະນາພອນ