ນັກຂ່າວ: ຂໍສະຫາຍໃຫ້ຮູ້ກ່ຽວກັບຈຸດປະສົງ, ຄວາມໝາຍຂອງການໄປຢ້ຽມຢາມ, ພົບປະແລກປ່ຽນ, ສົມທົບກັບການຫັດແອບເດີນທະເລທາງໄກ ຄັ້ງນີ້?

ທ່ານພັນເອກພິເສດ ຫງວຽນດິ່ງຢາງ: ແຕ່ວັນທີ 5 ພຶດສະພາ ຫາວັນທີ 1 ມິຖຸນາ, ຄະນະປະຕິບັດງານເຮືອສະເພົາ 286 ເລກຸຍດົນ ຈະໄປຢ້ຽມຢາມ, ພົບປະແລກປ່ຽນກັບທະຫານເຮືອສອງປະເທດ ຈີນ ແລະ ຟິລິບປິນ, ສົມທົບກັບການຫັດແອບເດີນທະເລທາງໄກໃຫ້ແກ່ນັກຮຽນທະຫານ. ການໄປຢ້ຽມຢາມ, ພົບປະແລກປ່ຽນຄັ້ງນີ້ ເພື່ອແນໃສ່ສືບຕໍ່ປະຕິບັດທັດສະນະຊີ້ນຳຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະເຫຼົ່າທັບເຮືອ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ແລະການທູດປ້ອງກັນຊາດ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມື,  ຄວາມເຂົ້າອົກເຂົ້າໃຈ ແລະໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງທະຫານເຮືອປະຊາຊົນຫວຽດນາມ ກັບກຳລັງທະຫານເຮືອສອງປະເທດ ຈີນ ແລະ ຟິລິບປິນ. ຄຽງຂ້າງນັ້ນ, ການໄປຢ້ຽມຢາມ, ປະຕິບັດງານໃນຄັ້ງນີ້ກໍ່ເພື່ອແນໃສ່ຈຸດປະສົງສ້າງຈຸດພົ້ນເດັ່ນໃນການສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຈີນ ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ຟິລິບປິນ.

leftcenterrightdel
ທ່ານພັນເອກພິເສດ ຫງວຽນດິ່ງຢາງ, ຮອງຜູ້ອຳນວຍການວິທະຍາຄານທະຫານເຮືອ, ຫົວໜ້າຄະນະປະຕິບັດງານໃນເຮືອສະເພົາ 286 - ເລກຸຍດົນ

ນີ້ກໍ່ແມ່ນການໄປປະຕິບັດງານຈຸດສຸມຂອງພວກຂ້າພະເຈົ້າ ໃນປີ 2025, ແມ່ນກາລະໂອກາດເພື່ອໃຫ້ນັກຮຽນທະຫານຍົກສູງຄວາມສາມາດໃນການຈັດຕັ້ງບັນຊາ, ການເປັນເຈົ້ານຳໃຊ້ອາວຸດຍຸດໂທປະກອນເຕັກນິກຢູ່ໃນເຮືອ ແລະທັກສະແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢູ່ເຂດທະເລສາກົນ.

ນັກຂ່າວ: ການເຄື່ອນໄຫວຕົ້ນຕໍໃນການໄປປະຕິບັດງານຄັ້ງນີ້ແມ່ນຫຍັງ? ຂໍຮຽນສະຫາຍ?

ທ່ານພັນເອກພິເສດ ຫງວຽນດິ່ງຢາງ: ໃນຂອບເຂດການໄປຢ້ຽມຢາມ, ພົບປະແລກປ່ຽນຢູ່ສອງປະເທດ ຈີນ ແລະ ຟິລິບປິນ, ຄະນະປະຕິບັດງານ ຈະເຂົ້າຢ້ຽມຂ່ຳນັບການນຳທະຫານເຮືອເຂດທີ່ໝັ້ນພາກໃຕ້, ກອງທັບປົດປ່ອຍປະຊາຊົນ ຈີນ, ແລະການນຳກອງບັນຊາການທະຫານເຮືອຟິລິບປິນ; ຕ້ອນຮັບນາຍທະຫານ, ລູກເຮືອປະເທດເພື່ອນ ຂຶ້ນຢ້ຽມຢາມເຮືອສະເພົາ 286-ເລກຸຍດົນ; ແລະຈັດຕັ້ງງານລ້ຽງຢູ່ໃນເຮືອສະເພົາ.

ນອກຈາກນັ້ນ, ຄະນະປະຕິບັດງານຈະຈັດຕັ້ງການພົບປະແລກປ່ຽນວັດທະນະທຳ, ແຂ່ງຂັນກິລາມິດຕະພາບກັບທະຫານເຮືອປະເທດເພື່ອນ; ຢ້ຽມຊົມບາງຮ່ອງຮອຍປະຫວັດສາດທີ່ຕິດພັນກັບການປະຕິວັດຫວຽດນາມ ແລະສະຖານທີ່ວັດທະນະທຳ, ປະຫວັດສາດຢູ່ ກວາງໂຈ (ຈີນ).

ນັກຂ່າວ: ສະຫາຍ ຕີລາຄາຄືແນວໃດກ່ຽວກັບວຽກງານກະກຽມໃຫ້ແກ່ການໄປປະຕິບັດງານຄັ້ງນີ້?

ພັນເອກພິເສດ ຫງວຽນດິ່ງຢາງ: ເພື່ອປະຕິບັດໜ້າທີ່ຢ້ຽມຢາມ ແລະພົບປະແລກປ່ຽນໃນຄັ້ງນີ້ໃຫ້ເປັນຢ່າງດີ, ວິທະຍາຄານທະຫານເຮືອ ໄດ້ປະສານສົມທົບຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ແລະເຫຼົ່າທັບເຮືອ ເພື່ອເຮັດວຽກງານກະກຽມກ່ຽວກັບບຸກຄະລາກອນ, ເຮືອ, ວັດຖຸອຸປະກອນເຕັກນິກ, ພະລາທິການ, ການເງິນ, ເຕັກນິກໃຫ້ແກ່ການໄປປະຕິບັດງານ; ສ້າງລາຍການໃຫ້ແກ່ການເຄື່ອນໄຫວພົບປະແລກປ່ຽນ, ແຜນການຝຶກແອບຢູ່ທະເລໃຫ້ແກ່ນັກຮຽນທະຫານ ແລະປະຕິບັດບັນດາເນື້ອໃນຕ່າງໆສຳລັບໜ້າທີ່ການທູດ.

ພິເສດ, ພວກຂ້າພະເຈົ້າ ໄດ້ປະຕິບັດຂອດການຄັດເລືອກບຸກຄະລາກອນສຳລັບການໄປປະຕິບັດງານຄັ້ງນີ້, ຮັບປະກັນໃຫ້ສະມາຊິກທີ່ເຂົ້າຮ່ວມໃນຄະນະປະຕິບັດງານລ້ວນແຕ່ມີຄຸນທາດການເມືອງໝັ້ນທ່ຽງ, ມີຄວາມຮັບຮູ້ກ່ຽວກັບແນວທາງ, ນະໂຍບາຍພົວພັນຕ່າງປະເທດຂອງພັກ ແລະລັດ ຢ່າງຄົບຖ້ວນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່.

leftcenterrightdel
ເຮືອສະເພົາ 286-ເລກຸຍດົນ ກຽມພ້ອມເດີນທາງໄປປະຕິບັດໜ້າທີ່ການທູດ ປີ 2025.

ນັກຂ່າວ: ຈາກໝາກຜົນຂອງການໄປປະຕິບັດງານທາງການທູດກ່ອນໜ້ານີ້, ບັນດາບົດຮຽນປະສົບການໃດສາມາດໝູນໃຊ້ເພື່ອປະຕິບັດໜ້າທີ່ຂອງການໄປປະຕິບັດງານໃນຄັ້ງນີ້ໃຫ້ເປັນຢ່າງດີ, ຂໍຮຽນສະຫາຍ?

ສະຫາຍພັນເອກພິເສດ ຫງວຽນດິ່ງຢາງ: ໃນຊຸມປີຜ່ານມາ, ເຮືອສະເພົາ 286-ເລກຸຍດົນ ຂອງວິທະຍາຄານທະຫານເຮືອ ໄດ້ປະຕິບັດສຳເລັດການໄປປະຕິບັດງານທາງການທູດຫຼາຍຄັ້ງຢ່າງດີເລີດຢູ່ປະເທດຕ່າງໆໃນພາກພື້ນ. ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ, ທາງວິທະຍາຄານ ໄດ້ປະສານສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ແລະເຫຼົ່າທັບເຮືອ ຢ່າງແໜ້ນແຟ້ນ, ເຮັດວຽກງານກະກຽມ, ນັບແຕ່ບັນຫາການຄັດເລືອກບຸກຄະລາກອນຂອງຄະນະປະຕິບັດງານ, ຈົນຮອດການສ້າງແຜນການ, ຮັບປະກັນພາຫະນະ, ພະລາທິການ, ການເງິນ, ເຕັກນິກໃຫ້ແກ່ການໄປປະຕິບັດງານໃນຄັ້ງນີ້.

ການໄປປະຕິບັດງານທາງການທູດຂອງເຮືອສະເພົາ 286-ເລກຸຍດົນ ແມ່ນການເຄື່ອນໄຫວທີ່ມີລັກສະນະສະເພາະ, ດຳເນີນໄປໃນສະພາບແວດລ້ອມວັດທະນະທຳຫຼາຍຮູບຫຼາຍແບບ, ສະນັ້ນຮຽກຮ້ອງມາຍັງບັນດາສະມາຊິກໃນຄະນະປະຕິບັດງານ ຍາມໃດກໍ່ຕ້ອງຮັກສາລະບຽບວິໄນຢ່າງເຂັ້ມງວດ ແລະເສີມຂະຫຍາຍນ້ຳໃຈຄວາມຮັບຜິດຊອບ; ໄດ້ຊາບຊຶມຢ່າງຄົບຖ້ວນກ່ຽວກັບການປະຕິບັດກົດໝາຍຫວຽດນາມ ແລະກົດໝາຍບັນດາປະເທດປະຈຳຖິ່ນຢ່າງເຂັ້ມງວດ; ບັນດາຂໍ້ກຳນົດເມື່ອເຂົ້າຮ່ວມການເຄື່ອນໄຫວທາງການທູດ; ປະຕິບັດຖືກຕາມໜ້າທີ່ທີ່ໄດ້ມອບໝາຍໃຫ້; ແລະເປັນເຈົ້າການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນຕະຫຼອດໄລຍະການໄປປະຕິບັດງານ. ຄຽງຂ້າງນັ້ນ, ການຄາດຄະເນກໍລະນີທີ່ອາດຈະເກີດຂຶ້ນໃນການເດີນທາງ ແລະກຽມພ້ອມວິທີແກ້ໄຂກໍ່ແມ່ນໜ້າທີ່ໜຶ່ງທີ່ບັນດາຄະນະປະຕິບັດງານໄດ້ປະຕິບັດຢ່າງເຂັ້ມງວດກ່ອນການອອກເດີນທະເລໃນແຕ່ລະຄັ້ງ. ນີີ້ກໍ່ແມ່ນບົດຮຽນປະສົບການສຳຄັນເພື່ອໃຫ້ພວກຂ້າພະເຈົ້າ ສືບຕໍ່ຕັດສິນໃຈປະຕິບັດໜ້າທີ່ຂອງການໄປປະຕິບັດງານຄັ້ງນີ້ໃຫ້ເປັນຢ່າງດີ.

ນັກຂ່າວ: ຂໍຂອບໃຈສະຫາຍ!

ໂດຍ: ແສງເດືອນ