ແຂວງບິ່ງເຢືອງ ສົ່ງຄະນະກອງທັບ ຈີນ, ລາວ ແລະກໍາປູເຈຍ ກັບຄືນປະເທດພາຍຫຼັງພິທີສວນສະໜາມ, ເດີນຂະບວນ
ກປ.ອອນໄລ - ຕອນເຊົ້າວັນທີ 1 ພຶດສະພາ, ແຂວງບິ່ງເຢືອງ ໄດ້ຈັດຕັ້ງພິທີສົ່ງຄະນະກອງທັບ ຈີນ, ລາວ ແລະກໍາປູເຈຍ ກັບຄືນປະເທດພາຍຫຼັງປະຕິບັດສຳເລັດໜ້າທີ່ເຂົ້າຮ່ວມການສວນສະໜາມ, ເດີນຂະບວນທີ່ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30-4-1975 / 30-4-2025).
ໂດຍຕອບສະໜອງຕາມຄຳເຊີນຂອງກະຊວງປ້ອງກັນປະເທດຫວຽດນາມ, ແຕ່ວັນທີ 19 ຫາວັນທີ 20 ເມສາ, ບັນດາຄະນະກອງທັບປະຊາຊົນລາວ, ກອງທັບລາຊະອານາຈັກກຳປູເຈຍ ແລະກອງທັບປົດປ່ອຍປະຊາຊົນຈີນ ໄດ້ມີໜ້າຢູ່ແຂວງບິ່ງເຢືອງ ເພື່ອຝຶກແອບ, ກະກຽມໃຫ້ພິທີສວນສະໜາມສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ນີ້ແມ່ນບັນດາປະເທດບ້ານໃກ້ເຮືອນຄຽງທີ່ມີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ສະໜິດຕິດພັນກັບຫວຽດນາມ ໃນປະຫວັດສາດຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະປົກປັກຮັກສາປະເທດຊາດ.
    |
 |
ກອງກອງທັບປະຊາຊົນລາວ ສວນສະໜາມ. ພາບ: qdnd.vn |
ການມີໜ້າຂອງກຳລັງກອງທັບເພື່ອນມິດບໍ່ພຽງແຕ່ສະແດງໃຫ້ເຫັນຄວາມສາມັກຄີສາກົນບໍລິສຸດຜຸດຜ່ອງເທົ່ານັ້ນ, ຫາກຍັງເປັນພະຍານຫຼັກຖານຢ່າງມີຊີວິດຊີວາໃຫ້ສາຍພົວພັນສະໜິດຕິດພັນທີ່ໄດ້ຮັບການເພີ່ມພູນຄູນສ້າງໃນຫຼາຍທົດສະວັດຜ່ານມາ.
ແຂວງບິ່ງເຢືອງ ເປັນກຽດທີ່ໄດ້ຮັບມອບໝາຍໜ້າທີ່ຈັດຕັ້ງບ່ອນຢູ່ບ່ອນກິນ, ຝຶກແອບໃຫ້ບັນດາຄະນະກອງທັບເພື່ອນມິດ. ທ່ານພັນເອກພິເສດ ຫງວຽນດິ່ງຈ໋ວນ ຫົວໜ້າການເມືອງກອງບັນຊາການທະຫານແຂວງບິ່ງເຢືອງ ໃຫ້ຮູ້ວ່າ: “ນີ້ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບເທົ່ານັ້ນ, ຫາກຍັງແມ່ນຄວາມເອກອ້າງທະນົງໃຈຂອງແຂວງເມື່ອໄດ້ຮ່ວມແຮງໃຫ້ເຫດການສໍາຄັນຂອງປະເທດ. ດ້ວຍຈິດໃຈຮັກແຂກ ແລະຮອບຄອບຖີ່ຖ້ວນ, ແຂວງບິ່ງເຢືອງ ໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ເພີ່ມກຳລັງສະໜາມຝຶກຊ້ອມເພື່ອລະດົມກໍາລັງໃຈນັກຮົບ, ຮັດແໜ້ນອາລົມຈິດລະຫວ່າງ ທະຫານ-ປະຊາຊົນ”.
ທີ່ພິທີສົ່ງຄະນະ ກັບຄືນປະເທດ, ການນຳກອງບັນຊາການທະຫານແຂວງບິ່ງເຢືອງ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ການມີໜ້າທີ່ຂອງກອງທັບບັນດາປະເທດ, ປະກອບສ່ວນເຂົ້າໃນຜົນສຳເລັດລວມ, ແຜ່ຂະຫຍາຍສານສັນຕິພາບ, ຄວາມສາມັກຄີ ແລະມິດຕະພາບລະຫວ່າງຫວຽດນາມ ກັບບັນດາປະເທດເພື່ອນມິດ.
ໂດຍ: ເຈິ່ນຮວ່ຽນ