ກໍາລັງກູ້ຊີບ, ກູ້ໄພຂອງກອງທັບປະຊາຊົນຫວຽດນາມ ໄດ້ມາຮອດຕວກກີ, ປະຕິບັດໜ້າທີ່ໂດຍທັນທີ ໃນຍາມກາງຄືນ
ກປ.ອອນໄລ - ຕອນຄໍ່າວັນທີ 13 ກຸມພາ (ຕາມເວລາທ້ອງຖິ່ນ), ທີມງານກູ້ຊີບ, ກູ້ໄພຂອງກອງທັບປະຊາຊົນຫວຽດນາມ ໄດ້ມາຮອດນະຄອນ Antakya ສັງກັດແຂວງ Hatay ຢູ່ພາກໃຕ້ຕວກກີ.
    |
 |
ກໍາລັງຂອງກອງທັບປະຊາຊົນຫວຽດນາມ ໄປຮອດ Hatay, ຕວກກີ. ພາບ: ວັນຮ໊ຽວ. |
ທ່ານພົນຈັດຕະວາ ຟ້າມວັນຕິ, ຮອງຫົວໜ້າຫ້ອງວ່າການຜູ້ປະຈໍາການຄະນະກໍາມະການແຫ່ງຊາດ ຮັບມືກັບອຸບັດຕິເຫດ, ໄພພິບັດທາງທໍາມະຊາດ ແລະຊອກຫາກູ້ໄພ, ຮອງຫົວໜ້າກົມກູ້ຊີບ-ກູ້ໄພ (ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ) ເປັນຫົວໜ້າຄະນະ, ໃຫ້ຮູ້ວ່າ ເຖິງວ່າ ໄລຍະ ແລະເວລາເດີນທາງຈາກຫວຽດນາມ ເຖິງ Antakya ຍາວພໍສົມຄວນ ແຕ່ພົນທະຫານທັງໝົດ 76 ຄົນ ແລະໝາວິຊາສະເພາະ 6 ໂຕ ລ້ວນແຕ່ຮັບປະກັນສຸຂະພາບ, ກຽມພ້ອມປະຕິບັດໜ້າທີ່.
    |
 |
ຜູ້ຕາງໜ້າກົມໃຫຍ່ປະສານງານໄພພິບັດທາງທໍາມະຊາດ ແລະສະພາວະສຸກເສີນ ສັງກັດກະຊວງພາຍໃນຕວກກີ ແລກປ່ຽນກັບການນໍາຄະນະ ກ່ຽວກັບວຽກງານກູ້ຊີບຈະມາເຖິງ. ພາບ: ວັນຮ໊ຽວ. |
ພາຍຫຼັງສໍາເລັດລະບຽບການຮັບເອົາກະເປົາເດີນທາງ, ກວດກາວັດຖຸສິ່ງຂອງ, ຄະນະເດີນທາງເຖິງສະຖານທີ່ຕັ້ງທັບຢູ່ສະໜາມກິລາຂອງ Antakya. ຕາມການປະສານສົມທົບທີ່ການປະຊຸມກັບຜູ້ຕາງໜ້າກົມໃຫຍ່ປະສານງານໄພພິບັດທາງທໍາມະຊາດ ແລະສະພາວະສຸກເສີນ ສັງກັດກະຊວງພາຍໃນຕວກກີ, ກໍາລັງຂອງກອງທັບປະຊາຊົນຫວຽດນາມ ໄດ້ຜັນຂະຫຍາຍກໍາລັງ ແລະພາຫະນະ ປະຕິບັດໜ້າທີ່ຊອກຫາ, ກູ້ໄພໂດຍທັນທີ ໃນຄໍ່າຄືນວັນທີ 13 ກຸມພາ.
ກ່ອນໜ້ານັ້ນ, ຄະນະປະຈໍາຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຕົກລົງສົ່ງກໍາລັງຂອງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມການໜູນຊ່ວຍມະນຸດສະທໍາ, ກູ້ຊ່ວຍໄພທໍາມະຊາດ ຢູ່ຕວກກີ ລວມມີພົນທະຫານທັງໝົດ 76 ຄົນ. ໃນນັ້ນ, ທີມງານແພດໝໍ ຂຶ້ນກັບກົມໃຫຍ່ພະລາທິການ ມີ 30 ຄົນ; ທີມງານຊ່າງແສງ ຂຶ້ນກັບເຫຼົ່າຮົບຊ່າງແສງ ມີ 30 ຄົນ; ທີມງານໝາວິຊາສະເພາະຊອກຫາກູ້ໄພ ຂຶ້ນກັບທະຫານຊາຍແດນ ມີ 9 ຄົນ ແລະໝາວິຊາສະເພາະ 6 ໂຕ; ພາກສ່ວນບັນຊາການ ແລະອົງການ ມີ 7 ຄົນ.
ໂດຍ: ໄຊຊະນະ