ຄະນະກອງທັບປະຊາຊົນຫວຽດນາມ ເດີນທາງໄປໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວຢູ່ຕວກກີ
ກປ.ອອນໄລ - ພາຍຫຼັງປະຕິບັດສໍາເລັດວຽກງານກະກຽມທຸກດ້ານ, ຄໍ່າຄືນວັນທີ 12 ກຸມພາ, ກໍາລັງກູ້ຊ່ວຍຂອງກອງທັບປະຊາຊົນຫວຽດນາມ ລວມມີພະນັກງານ, ນາຍທະຫາຍ 76 ຄົນ ໄດ້ເດີນທາງໄປໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວຢູ່ຕວກກີ.
    |
 |
ທ່ານພົນໂທ ຫງວຽນເຕິນເກືອງ ແລະທ່ານ Haldun Tekneci ເອກອັກຄະລັດຖະທູດຕວກກີ ປະຈໍາ ຫວຽດນາມ ແລະບັນດາຜູ້ແທນພ້ອມດ້ວຍຄະນະກອງທັບປະຊາຊົນຫວຽດນາມ ຖ່າຍຮູບລວມ. ພາບ: qdnd.vn |
ພິທີຈັດສົ່ງກໍາລັງກູ້ຊ່ວຍຂອງກອງທັບປະຊາຊົນຫວຽດນາມ ໄດ້ດໍາເນີນໃນເວລາ 21 ໂມງ ຂອງວັນທີ 12 ກຸມພາ ທີ່ສະໜາມບິນສາກົນໂນ້ຍບ່າຍ (ຮ່າໂນ້ຍ) ພາຍໃຕ້ການເປັນປະທານຂອງທ່ານພົນໂທ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.
ກ່າວຄໍາເຫັນທີ່ພິທີຈັດສົ່ງ, ທ່ານພົນໂທ ຫງວຽນເຕິນເກືອງ ໄດ້ຍ້ອງຍໍຊົມເຊີຍຈິດໃຈເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ຕັດສິນໃຈປະຕິບັດໜ້າທີ່ຂອງບັນດາອົງການ, ກົມກອງທີ່ກ່ຽວຂ້ອງ.
    |
 |
ທ່ານພົນໂທ ຫງວຽນເຕິນເກືອງ ລະດົມກໍາລັງໃຈບັນດານັກຮົບກ່ອນທີ່ຈະຂຶ້ນເຮືອບິນ. ພາບ: qdnd.vn |
ທ່ານພົນໂທ ຫງວຽນເຕິນເກືອງ ໃຫ້ຮູ້ວ່າ ຝ່າຍຕວກກີ ພວມລໍຖ້າກໍາລັງກູ້ຊ່ວຍຂອງບັນດາປະເທດ, ໃນນັ້ນມີຫວຽດນາມ ແລະບັນດາອົງການຈັດຕັ້ງສາກົນ ມາໜູນຊ່ວຍໄກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວ. ສະນັ້ນ, ແຕ່ລະພາກສ່ວນ, ບຸກຄົນຂຶ້ນກັບກໍາລັງກູ້ຊ່ວຍຂອງກອງທັບປະຊາຊົນຫວຽດນາມ ໄດ້ຊາບຊຶມ, ຜັນຂະຫຍາຍປະຕິບັດວຽກງານກະກຽມເປັນຢ່າງດີ ດ້ວຍຄວາມຕັດສິນໃຈສູງ .
ກໍາລັງຂອງກອງທັບປະຊາຊົນຫວຽດນາມ ໄປເຂົ້າຮ່ວມໜູນຊ່ວຍຕວກກີ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວ ລວມມີນາຍທະຫານ 76 ຄົນ, ໃນນັ້ນ, ທີມງານແພດໝໍ ຂຶ້ນກັບກົມໃຫຍ່ພະລາທິການ ລວມມີ 30 ຄົນ; ທີມງານຊ່າງແສງກູ້ຊ່ວຍ ຂຶ້ນກັບເຫຼົ່າຮົບຊ່າງແສງ ລວມມີ 30 ຄົນ; ທີມງານຊອກຫາກູ້ຊ່ວຍ ຂຶ້ນກັບກອງບັນຊາການທະຫານຊາຍແດນ ລວມມີ 9 ຄົນ ແລະໝາວິຊາສະເພາະ 6 ໂຕ; ພາກສ່ວນບັນຊາການ ແລະອົງການ ລວມມີ 7 ຄົນ. ທ່ານພົນຈັດຕະວາ ຟ້າມວັນຕິ, ຮອງຫົວໜ້າກົມກູ້ໄພ-ກູ້ຊີບ ເປັນຫົວໜ້າຄະນະ.
    |
 |
ຄະນະກອງທັບປະຊາຊົນຫວຽດນາມ ອອກໄປຂຶ້ນເຮືອບິນ. ພາບ: qdnd.vn |
ທ່ານພົນຈັດຕະວາ ຟ້າມວັນຕິ ໃຫ້ຮູ້ວ່າ ກ່ອນທີ່ຈະອອກເດີນທາງ, ເຄື່ອງຊ່ວຍເຫຼືອ, ວັດຖຸອຸປະກອນທັງໝົດທີ່ຮັບໃຊ້ວຽກງານໜູນຊ່ວຍມະນຸດສະທໍາ, ກູ້ຊ່ວຍໄພພິບັດທໍາມະຊາດ ຢູ່ຕວກກີ ໄດ້ຫຸ້ມຫໍ່ຢ່າງປອດໄພ. ທົ່ວຄະນະ ໄດ້ເປັນເຈົ້າການກະກຽມຢ່າງຮອບຄອບຖີ່ຖ້ວນດ້ານພະລາທິການ, ຕັດສິນໃຈຮັບປະກັນຄວາມປອດໄພທຸກດ້ານ ແລະປະຕິບັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ.
ໂດຍ: ທູຈາງ