ນັກຂ່າວ: ຂໍທ່ານທູດໃຫ້ຮູ້ຄວາມໝາຍຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະເບລາຣຸດ ໃນການພັດທະນາຂອງປະເທດ?

ທ່ານ  ຫງວຽນວັນຫງື ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເບລາຣຸດ: ປະເທດຫວຽດນາມ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງໃນການຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະກໍ່ສ້າງສັງຄົມນິຍົມ, ພິເສດແມ່ນໃນເກືອບ 40 ປີຜ່ານມານັບແຕ່ກິດຈະການປ່ຽນແປງໃໝ່ໂດຍພັກກອມມູນິດຫວຽດນາມ ລິເລີ່ມ.

ເພື່ອບັນລຸໄດ້ຜົນງານດັ່ງກ່າວ, ນອກຈາກການເສີມຂະຫຍາຍກຳລັງແຮງພາຍໃນ, ເຈດຈໍານົງທີ່ເດັດດ່ຽວໜຽວແໜ້ນ, ນ້ຳໃຈຮັກຊາດ ແລະເຈດຈໍານົງບືນຕົວຂຶ້ນຂອງຊາດແລ້ວ, ຍາມໃດພວກເຮົາກໍ່ເຄົາລົບນັບຖື ແລະບໍ່ລືມການສະໜັບສະໜູນ ແລະການຊ່ວຍເຫຼືອຂອງເພື່ອນມິດສາກົນ, ໃນນັ້ນມີປະຊາຊົນເບລາຣຸດ. ຍ້ອນການພົວພັນທີ່ມີຕົ້ນກຳເນີດມາແຕ່ສະໄໝໂຊວຽດ, ມີບາດກ້າວພັດທະນາທີ່ສຳຄັນພາຍຫຼັງການຢ້ຽມຢາມເບລາຣຸດ ຂອງປະທານໂຮ່ຈີມິນ ໃນປີ 1957 ແລະ ປີ 1961, ຫຼັງຈາກນັ້ນແມ່ນການໜູນຊ່ວຍຂອງພະນັກງານ, ນັກຊ່ຽວຊານເບລາຣຸດ ໃນການຕໍ່ສູ້ປົກປັກຮັກສາປະເທດຊາດ ແລະສ້າງສາປະເທດຫວຽດນາມ ກໍ່ຄືການຊ່ວຍເຫຼືອຂອງ ເບລາຣຸດ ໃນການບໍາລຸງກໍ່ສ້າງນັກສຶກສາ, ນັກຄົ້ນຄວ້າ ແລະກຳມະກອນນັບພັນຄົນ ເຊິ່ງແມ່ນຜູ້ທີ່ໄດ້ ແລະກໍາລັງປະກອບສ່ວນເຂົ້າໃນກິດຈະການສ້າງສາປະເທດຫວຽດນາມ, ເລື່ອງຫວຽດນາມ ແລະ ເບລາຣຸດ ມີທັດສະນະຄ້າຍຄືກັນ, ທາບທາມຄໍາເຫັນ ແລະສົມທົບກັນຢູ່ບັນດາເວທີປາໄສສາກົນຢ່າງເປັນປະຈໍາ ໄດ້ສ້າງພື້ນຖານໃຫ້ການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ.

ໂດຍປະຕິບັດຕາມແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນສາກົນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ຫວຽດນາມ ປາດຖະໜາຢາກສືບຕໍ່ເພີ່ມທະວີ ແລະເປີດກວ້າງການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານກັບ ເບລາຣຸດ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາ, ສອດຄ່ອງກັບສະພາບການສາກົນ ແລະພາກພື້ນທີ່ພວມມີການຫັນປ່ຽນຢ່າງແຂງແຮງ.

ນັກຂ່າວ: ການຮ່ວມມືລະຫວ່າງຫວຽດນາມ ກັບເບລາຣຸດ ໄດ້ຮັບການຕີລາຄາວ່າ ມີຫຼາຍທ່າແຮງເພີ່ມເຕີມໃຫ້ກັນ. ດັ່ງນັ້ນແມ່ນຂົງເຂດຮ່ວມມືໃດທີ່ສອງປະເທດພວມພັດທະນາເປັນຢ່າງດີ ແລະຂົງເຂດໃດທີ່ມີຄວາມສາມາດບົ່ມຊ້ອນທີ່ສາມາດຂຸດຄົ້ນໄດ້ດີກວ່າ ເພື່ອຍົກລະດັບຊາດຂຶ້ນລະດັບສາກົນ ຂໍຮຽນທ່ານ?

ທ່ານ  ຫງວຽນວັນຫງື ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເບລາຣຸດ: ນັບແຕ່ສ້າງຕັ້ງການພົວພັນທາງການທູດ (24-1-1992), ສອງປະເທດໄດ້ຮັກສາ ແລະພັດທະນາສາຍພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງທີ່ນັບມື້ນັບສູງຂຶ້ນ.

leftcenterrightdel
ທ່ານ  ຫງວຽນວັນຫງື ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເບລາຣຸດ: ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍໄດ້ພັດທະນາການຮ່ວມມືໃນຫຼາຍຂົງເຂດຈາກການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຈົນເຖິງເສດຖະກິດ-ການຄ້າ, ວັດທະນະທຳ, ການສຶກສາ, ວິທະຍາສາດ-ເຕັກໂນໂລຢີ, ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືຂັ້ນທ້ອງຖິ່ນ. ສອງປະເທດຍັງທາບທາມຄໍາເຫັນ ແລະສະໜັບສະໜູນເຊິ່ງກັນ ແລະກັນ ຢູ່ບັນດາເວທີປາໄສ ແລະກົນໄກຫຼາຍຝ່າຍ. ຫວຽດນາມ ແລະ ເບລາຣຸດ ກໍ່ແມ່ນສະມາຊິກຂອງສັນຍາການຄ້າເສລີສະຫະພັນເສດຖະກິດ ອາຊີ-ເອີລົບ (EAEU).

ນັບແຕ່ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Roman Golovchenko ອະດີດນາຍົກລັດຖະມົນຕີເບລາຣຸດ ໃນເດືອນທັນວາ 2023, ສອງຝ່າຍສືບຕໍ່ເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພັດທະນາ ແລະເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ. ບາດກ້າວໃໝ່ໃນການຮ່ວມມືສອງຝ່າຍແມ່ນການລົງນາມ ແລະນໍາສັນຍາວ່າດ້ວຍການຍົກເວັ້ນວີຊາສໍາລັບພົນລະເມືອງທີ່ຖືໜັງສືຜ່ານແດນທຳມະດາຂອງສອງປະເທດ ມີຜົນສັກສິດນັບແຕ່ວັນທີ 30 ມັງກອນ ປີ 2025, ຜ່ານນັ້ນເປີດໂອກາດການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງໃນຫຼາຍຂົງເຂດ.

ຂ້າພະເຈົ້າຖືວ່າ, ໝາກຜົນດັ່ງກ່າວແມ່ນຈຸດເລີ່ມຕົ້ນໃຫ້ແກ່ໄລຍະການຮ່ວມມືໃໝ່ລະຫວ່າງສອງປະເທດ, ເພາະວ່າຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງສອງປະເທດຍັງໃຫຍ່ຫຼວງຢູ່, ຄວນໄດ້ຮັບການຂຸດຄົ້ນທັງລວງກ້ວາງ ແລະລວງເລິກ, ເໝາະສົມກັບຄວາມຫວັງຂອງປະຊາຊົນສອງປະເທດ, ດ້ວຍຄວາມຕ້ອງການ ແລະສິ່ງທ້າທາຍໃນຍຸກໃໝ່.

ຕົວຢ່າງຄືດ້ານເສດຖະກິດ-ການຄ້າ, ສອງຝ່າຍສາມາດເພີ່ມທະວີປະສິດທິຜົນຂອງຄະນະກໍາມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ ແລະວິທະຍາສາດ - ເຕັກນິກ ເພື່ອແນໃສ່ສ້າງບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ເພີ່ມວົງເງິນການຄ້າສອງສົ້ນທີ່ຜ່ານມາ ຍັງຈໍາກັດຢູ່.

ນອກຈາກຂົງເຂດຮ່ວມມືທີ່ເປັນມູນເຊື້ອແລ້ວ, ສາມາດເປີດກວ້າງໄປສູ່ຂົງເຂດທີ່ມີຄວາມສາມາດບ່ົມຊ້ອນອື່ນ, ຄື: ໂລຈິດສະຕິກ, ການຂົນສົ່ງ, ເສດຖະກິດດີຈີຕອນ, ການຫັນເປັນດີຈີຕອນ, ປັນຍາປະດິດ, ຄວາມປອດໄພທາງໄຊເບີ, ເຕັກໂນໂລຢີສູງໃຫ້ແກ່ກະສິກຳ, ການປະຕິບັດສັນຍາການຄ້າເສລີ ຫວຽດນາມ - EAEU ຢ່າງມີປະສິດທິຜົນ, ໜູນຊ່ວຍເຊິ່ງກັນ ແລະກັນ ເຂົ້າເຖິງຕະຫຼາດອາຊຽນ ແລະ EAEU.

ສອງຝ່າຍຍັງສາມາດເພີ່ມທະວີບັນດາໂຄງການໂຄສະນາເຜີຍແຜ່ວັດທະນະທຳ, ປະຫວັດສາດ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນດ້ານວັດທະນະທຳ, ກິລາ, ສິລະປະ, ຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ.

ຂົງເຂດຮ່ວມມືໜຶ່ງທີ່ສາມາດຊຸກຍູ້ ແມ່ນການສົມທົບກັນແກ້ໄຂສິ່ງທ້າທາຍເຖິງຄວາມໝັ້ນຄົງທີ່ເປັນການທະຫານ ແລະບໍ່ເປັນການທະຫານ, ຄື: ໂລກລະບາດ, ການປ່ຽນແປງຂອງດິນຟ້າອາກາດ, ການກໍ່ການຮ້າຍ, ອາດຊະຍາກຳຂ້າມຊາດ, ອາດຊະຍາກຳທາງອິນເຕີເນັດ, ຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ ແລະແຫຼ່ງນ້ຳ.

ນັກຂ່າວ:  ດ້ວຍຄວາມຕັດສິນໃຈຈາກທຸກຂັ້ນຜ່ານການຢ້ຽມຢາມສໍາຄັນນີ້, ພວກເຮົາສາມາດເຊື່ອໝັ້ນຕໍ່ໝາກຜົນ ພາຍຫຼັງການຢ້ຽມຢາມຄັ້ງນີ້ຄືແນວໃດ ຂໍຮຽນທ່ານ?

ທ່ານ  ຫງວຽນວັນຫງື ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເບລາຣຸດ: ກວ່າ 30 ປີຜ່ານມາ, ຫວຽດນາມ ແລະ ເບລາຣຸດ ໄດ້ກໍ່ສ້າງ, ເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືອັນດີງາມບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ, ຄວາມສະເໝີພາບ ແລະຄວາມເຄົາລົບນັບຖື ເຊິ່ງກັນ ແລະກັນ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ສ້າງພື້ນຖານໃຫ້ແກ່ການຮ່ວມມືທີ່ແໜ້ນແຟ້ນ ແລະຕັ້ງໜ້າກວ່າອີກໃນທຸກຂົງເຂດ. ອາດເວົ້າໄດ້ວ່າ ນີ້ແມ່ນພື້ນຖານສຳຄັນເພື່ອໃຫ້ສອງຝ່າຍສາມາດພິຈາລະນາ ເພື່ອນຳການພົວພັນຂຶ້ນສູ່ລະດັບສູງໃໝ່.

ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມເບລາຣຸດ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຈະສ້າງກຳລັງໜູນໃໝ່ໃຫ້ການເພີ່ມທະວີ ແລະເປີດກວ້າງການພົວພັນສອງຝ່າຍ, ຍົກອອກການກໍານົດທິດເຮັດໃຫ້ສາຍພົວພັນອັນດີງາມນັ້ນເລິກເຊິ່ງຂຶ້ນກວ່າເກົ່າ, ເພີ່ມທະວີປະສິດທິຜົນຂອງບັນດາກົນໄກທີ່ມີຢູ່ແລ້ວ, ສ້າງຕັ້ງບັນດາກົນໄກຮ່ວມມືໃໝ່, ສ້າງພື້ນຖານເພື່ອໃຫ້ບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ ແລະວິສາຫະກິດຂອງສອງປະເທດນັບມື້ນັບມີຄວາມເຂົ້າໃຈກ່ຽວກັບຄວາມສາມາດບົ່ມຊ້ອນ, ຄວາມປາດຖະໜາການຮ່ວມມືຂອງກັນ ໃຫ້ຫຼາຍກວ່າອີກ.

ນັກຂ່າວ: ຂໍຂອບໃຈທ່ານທູດ!

ໂດຍ: ທູຈາງ