ໜູນຊ່ວຍດ້ານການເງິນໃຫ້ບັນດາຄອບຄົວຊາວຫວຽດນາມ ອາໄສຢູ່ຕວກກີ
ກປ.ອອນໄລ - ວັນທີ 12 ກຸມພາ, ສະຖານທູດຫວຽດນາມ ປະຈໍາ ຕວກກີ ແລະສະຖານທູດຫວຽດນາມ ປະຈໍາ ອີຣານ ແລະ ຊີຣີ ໃຫ້ຮູ້ວ່າ ຍັງສືບຕໍ່ສົມທົບກັບອໍານາດການປົກຄອງ, ປະຊາຄົມຊາວຫວຽດນາມ ແລະບັນດາຄະນະກູ້ຊ່ວຍ ເພື່ອອັບເດດສະພາບການກ່ຽວກັບພົນລະເມືອງຫວຽດນາມ ຢ່າງເປັນປະຈໍາ.
ມາຮອດປະຈຸບັນຍັງບໍ່ມີຂໍ້ມູນຂ່າວສານກ່ຽວກັບຊາວຫວຽດນາມ ທີ່ຖືກບາດເຈັບລົ້ມຕາຍໃນເຫດແຜ່ນດິນໄຫວນີ້. ສະຖານທູດຫວຽດນາມ ປະຈໍາ ຕວກກີ ໄດ້ເຂົ້າເຖິງ ແລະໜູນຊ່ວຍດ້ານການເງິນໃຫ້ບາງຄອບຄົວຊາວຫວຽດນາມ ທີ່ຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວ.
    |
 |
ປະຊາຊົນນັ່ງຢູ່ທ່າມກາງຕຶກອາຄານ ທີ່ຖືກພັງລົງຍ້ອນເຫດແຜ່ນດິນໄຫວຢູ່ນະຄອນ Kahramanmara, ຕວກກີ ໃນວັນທີ 8 ກຸມພາ. ພາບ: AFP |
ສະຖານທູດຫວຽດນາມ ປະຈໍາ ຕວກກີ ໃຫ້ຮູ້ວ່າ ໃນວັນທີ 11 ກຸມພາ, ວັນທໍາອິດເຂົ້າຮ່ວມກູ້ຊີບ-ກູ້ໄພ, ຄະນະປະຕິບັດງານຂອງຫວຽດນາມ ໄດ້ສົມທົບກັບກອງກູ້ຊ່ວຍປາກິດສະຖານ ຊ່ວຍຜູ້ຖືກເຄາະຮ້າຍໄດ້ 1 ຄົນ ໃນກອງຊາກເພພັງ.
ໂດຍປະຕິບັດຕາມການຊີ້ນໍາຂອງກະຊວງການຕ່າງປະເທດ, ສະຖານທູດຫວຽດນາມ ປະຈໍາ ຕວກກີ ແລະສະຖານທູດຫວຽດນາມ ປະຈໍາ ອີຣານ ແລະ ຊີຣີ ຈະສືບຕໍ່ຕິດຕາມສະພາບການຢ່າງໃກ້ຊິດ, ດໍາເນີນບັນດາມາດຕະການປົກປ້ອງ ແລະໜູນຊ່ວຍພົນລະເມືອງທີ່ຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວຢ່າງທັນການ, ເຂົ້າຮ່ວມກູ້ຊີບ, ໜູນຊ່ວຍຜູ້ຖືກເຄາະຮ້າຍຈາກເຫດແຜ່ນດິນໄຫວ ຕາມຄວາມສາມາດ ແລະສະພາບການຕົວຈິງ, ຈະໜູນຊ່ວຍໃນລະດັບສູງທີ່ສຸດຂອງຄະນະກູ້ຊ່ວຍຈາກພາຍໃນປະເທດໄດ້ຈັດສົ່ງມາ.
ໂດຍ: ຈາງຫງວຽນ