ຫວຽດນາມ-ກາຊັກສະຖານ ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສ. ກາຊັກສະຖານ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ, ຕອນຄໍ່າວັນທີ 5 ພຶດສະພາ, ຢູ່ນະຄອນຫຼວງ Astana, ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະກັບທ່ານພົນໂທ Ruslan Zhaksylykov ລັດຖະມົນຕີກະຊວງປ້ອງກັນປະເທດ ກາຊັກສະຖານ.
ທີ່ການພົບປະ, ທ່ານພົນໂທ Ruslan Zhaksylykov ເຊື່ອໝັ້ນວ່າ ການຢ້ຽມຢາມຈະວາງພື້ນຖານຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ພ້ອມທັງປາດຖະໜາຢາກໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດສອງປະເທດ ຈະມີການເຄື່ອນໄຫວຮ່ວມມືແທດຈິງ, ມີປະສິດທິຜົນຫຼາຍຢ່າງ, ເປັນຕົ້ນແມ່ນໃນຂົງເຂດທີ່ສອງຝ່າຍມີທ່າແຮງ ແລະເໝາະສົມກັບຄວາມຕ້ອງການ, ຄວາມສາມາດຂອງແຕ່ລະຝ່າຍ.
    |
 |
ບັນຍາກາດທີ່ການພົບປະ. ພາບ: ທູຈາງ |
ສ່ວນທ່ານພົນເອກ ຟານວັນຢາງ ອວຍພອນທ່ານພົນໂທ Ruslan Zhaksylykov ເວົ້າສະເພາະ ແລະບັນດາພະນັກງານ, ນາຍທະຫານ, ນາຍ ແລະພົນທະຫານກະຊວງປ້ອງກັນປະເທດ ກາຊັກສະຖານເວົ້າລວມເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່.
ຫວນຄືນບາງໝາກຜົນຢ່າງຕັ້ງໜ້າໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະກາຊັກສະຖານ ໃນໄລຍະຜ່ານມາ, ທ່ານພົນເອກ ຟານວັນຢາງ ຖືວ່າ ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະກາຊັກສະຖານ ທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງພັດທະນາໃນໄລຍະຈະມາເຖິງ.
    |
 |
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພົບປະກັບທ່ານພົນໂທ Ruslan Zhaksylykov ລັດຖະມົນຕີກະຊວງປ້ອງກັນປະເທດກາຊັກສະຖານ. ພາບ: ທູຈາງ |
ບົນພື້ນຖານນັ້ນ, ລັດຖະມົນຕີສອງທ່ານເຫັນດີເປັນເອກະພາບຊຸກຍູ້ການຜັນຂະຫຍາຍບາງທິດທາງຮ່ວມມືດ້ານປ້ອງກັນຊາດໃນໄລຍະຈະມາເຖິງ, ລວມມີ: ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ຊອກຮູ້ຄວາມຕ້ອງການ, ທ່າແຮງຂອງແຕ່ລະຝ່າຍໃນຂົງເຂດປ້ອງກັນຊາດ, ເຕັກນິກການທະຫານ; ຮ່ວມມືກ່ຽວກັບອຸດສາຫະກຳປ້ອງກັນຊາດ, ສ້າງເງື່ອນໄຂສະດວກເພື່ອວິສາຫະກິດປ້ອງກັນຊາດຂອງສອງປະເທດພົບປະ, ຊອກຫາຄວາມສາມາດໃນການຮ່ວມມື, ໃນນັ້ນກະຊວງປ້ອງກັນປະເທດຫວຽດນາມ ຊົມເຊີຍບັນດາວິສາຫະກິດ ແລະຮາກຖານອຸດສາຫະກຳປ້ອງກັນຊາດ ກາຊັກສະຖານ ເຂົ້າຮ່ວມວາງສະແດງຜະລິດຕະພັນຢູ່ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ; ຊຸກຍູ້ການສ້າງຕັ້ງກົນໄກກຸ່ມເຮັດວຽກຂັ້ນນັກຊ່ຽວຊານລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ເພື່ອຊອກຮູ້, ແລກປ່ຽນກ່ຽວກັບບັນດາຂົງເຂດຮ່ວມມືມີຄວາມສາມາດບົ່ມຊ້ອນລະຫວ່າງສອງຝ່າຍ...
ລັດຖະມົນຕີສອງທ່ານ ເຫັນດີເປັນເອກະພາບຈະຊີ້ນຳອົງການທີ່ກ່ຽວຂ້ອງຂອງສອງກະຊວງປ້ອງກັນປະເທດ ຕັ້ງໜ້າຊຸກຍູ້, ຜັນຂະຫຍາຍບັນດາໝາກຜົນ ແລະເນື້ອໃນທີ່ໄດ້ເຫັນດີເປັນເອກະພາບກັນທີ່ການພົບປະ.
ໂດຍ: ເຈິ່ນຮວ່ຽນ