ປະດັບຫຼຽນກາ ເພື່ອພາລະກິດຮັກສາສັນຕິພາບ ສປຊ ໃຫ້ໂຮງໝໍສະໜາມຂັ້ນ 2 ເລກ 6
ກປ.ອອນໄລ - ເພື່ອຮັບຮູ້ ແລະເຊີດຊູການປະກອບສ່ວນຂອງໂຮງໝໍສະໜາມຂັ້ນ 2 ເລກ 6 ຫວຽດນາມ ໃຫ້ແກ່ພາລະກິດຮັກສາສັນຕິພາບສະຫະປະຊາຊາດ, ຫວ່າງມໍ່ໆມານີ້, ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ ຢູ່ ຊູດັງໃຕ້ (UNMISS) ໄດ້ຈັດຕັ້ງພິທີປະດັບຫຼຽນກາ ເພື່ອພາລະກິດຮັກສາສັນຕິພາບສະຫະປະຊາຊາດ ໃຫ້ແກ່ພະນັກງານ, ລັດຖະກອນ ໂຮງໝໍສະໜາມຂັ້ນ 2 ເລກ 6.
ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ຂອບເຂດໂຮງໝໍໂດຍເປັນກຽດເຂົ້າຮ່ວມຂອງທ່ານພົນຕີ Mohan Sabramanian ຜູ້ບັນຊາການຄະນະປະຕິບັດງານ UNMISS, ຜູ້ແທນສາກົນພ້ອມດ້ວຍຄະນະອຳນວຍການ ແລະພະນັກງານ, ລັດຖະກອນໂຮງໝໍທຸກຖ້ວນໜ້າ. ຫຼຽນກາ ເພື່ອພາລະກິດຮັກສາສັນຕິພາບ ສປຊ ແມ່ນຫຼຽນກາອັນສູງສົ່ງຂອງສະຫະປະຊາຊາດ ເພື່ອຮັບຮູ້ຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກລຳບາກ, ຄວາມຮັບຜິດຊອບ ແລະການຮັບໃຊ້ຢ່າງສຸດອົກສຸດໃຈຂອງພະນັກງານ, ຜູ້ບັນຊາການກົມກອງ ພ້ອມດ້ວຍຖັນແຖວພະນັກງານແພດໝໍ, ນັກວິຊາການ ແລະພະນັກງານພະລາທິການໃນຕະຫຼອດໄລຍະການປະຕິບັດງານ.
ກ່າວຄຳເຫັນທີ່ພິທີ, ທ່ານພົນຕີ Mohan Sabramanian ຜູ້ບັນຊາການຄະນະປະຕິບັດງານ UNMISS ເນັ້ນໜັກວ່າ: “ໂຮງໝໍສະໜາມຂັ້ນ 2 ເລກ 6 ໄດ້ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງດີເດັ່ນ. ພວກສະຫາຍ ບໍ່ພຽງແຕ່ນຳມາເຊິ່ງວິຊາສະເພາະດ້ານການແພດເທົ່ານັ້ນ ຫາກຍັງໄດ້ແຜ່ຂະຫຍາຍບັນດາຄຸນຄ່າຂອງສັນຕິພາບ, ຄວາມເມດຕາກະລຸນາ ແລະຮູບພາບປະເທດຫວຽດນາມ ແຫ່ງມະນຸດສະທຳ, ມີລະບຽບວິໄນ ແລະຄວາມໄວ້ເນື້ອເຊື່ອໃຈ ໃນປະຊາຄົມສາກົນ”.
ໂອກາດນີ້, ນາຍທະຫານບຸກຄົນ 11 ຄົນ ທີ່ມາຈາກປະເທດຕ່າງໆ ທີ່ພວມປະຕິບັດໜ້າທີ່ຢູ່ UNMISS ກໍ່ເປັນກຽດໄດ້ຮັບຫຼຽນກາ ເພື່ອພາລະກິດຮັກສາສັນຕິພາບສະຫະປະຊາຊາດ.
ດັ່ງຕໍ່ໄປນີ້ແມ່ນບາງຮູບພາບທີ່ພິທີ:
    |
 |
ທ່ານພົນຕີ Mohan Sabramanian ຜູ້ບັນຊາການຄະນະປະຕິບັດງານ UNMISS ຖ່າຍຮູບກັບບັນດາຜູ້ແທນສາກົນ ແລະພະນັກງານ, ລັດຖະກອນໂຮງໝໍສະໜາມ ຂັ້ນ 2 ເລກ 6 ຫວຽດນາມ. ພາບ: qdnd.vn |
    |
 |
ທ່ານພົນຕີ Mohan Sabramanian ປະດັບຫຼຽນກາ ເພື່ອພາລະກິດຮັກສາສັນຕິພາບ ສປຊ ໃຫ້ຜູ້ອໍານວຍການໂຮງໝໍຂັ້ນ 2 ເລກ 6. ພາບ: qdnd.vn |
    |
 |
ພະນັກງານ, ລັດຖະກອນ ໂຮງໝໍສະໜາມ ຂັ້ນ 2 ເລກ 6 ຫວຽດນາມ ທີ່ພິທີ. ພາບ: qdnd.vn |
    |
 |
ພະນັກງານ, ລັດຖະກອນໂຮງໝໍສະໜາມ ຂັ້ນ 2 ເລກ 6 ຫວຽດນາມ ເປັນກຽດໄດ້ຮັບຫຼຽນກາ ເພື່ອພາລະກິດຮັກສາສັນຕິພາບ ສປຊ. ພາບ: qdnd.vn |
ໂດຍ: ໄຊຊະນະ