ການຢ້ຽມຢາມເພື່ອແນໃສ່ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມື, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະກັນລະຫວ່າງທະຫານເຮືອປະຊາຊົນຫວຽດນາມ ກັບກໍາລັງທະຫານເຮືອຈີນ ແລະຟີລິບປິນ, ພ້ອມທັງສ້າງຂີດໝາຍໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ຈີນ ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຟີລິບປິນ.

leftcenterrightdel
ການນໍາວິທະຍາຄານທະຫານເຮືອ ຖ່າຍຮູບກັບບັນດາສະມາຊິກໃນຄະນະປະຕິບັດງານກຳປັ່ນ ໝາຍເລກ 286 - ເລກຸ໊ຍດົນ. ພາບ: qdnd.vn
leftcenterrightdel
ຄະນະປະຕິບັດງານກຳປັ່ນໝາຍເລກ 286 - ເລກຸ໊ຍດົນ ອໍາລາການນໍາ, ຜູ້ບັນຊາການບັນດາອົງການ, ພະແນກຂອງວິທະຍາຄານທະຫານເຮືອ. ພາບ: qdnd.vn

ຕາມແຜນການແລ້ວ, ຄະນະປະຕິບັດງານກຳປັ່ນໝາຍເລກ 286 - ເລກຸ້ຍດົນ ຈະເຂົ້າຢ້ຽມຂ່ຳນັບການນຳທະຫານເຮືອເຂດທີ່ໝັ້ນພາກໃຕ້ (ກອງທັບປົດປ່ອຍປະຊາຊົນຈີນ), ການນຳກອງບັນຊາການທະຫານເຮືອຟີລິບປິນ; ຕ້ອນຮັບນາຍທະຫານ, ລູກເຮືອຂອງສອງປະເທດເພື່ອນມິດ ຂຶ້ນຢ້ຽມຢາມກຳປັ່ນ, ຈັດງານລ້ຽງເທິງກໍາປັ່ນ; ຈັດການແຂ່ງຂັນກິລາມິດຕະພາບກັບກຳລັງທະຫານເຮືອຂອງປະເທດເພື່ອນ; ໄປຢ້ຽມຢາມປູຊະນີຍະສະຖານປະຫວັດສາດຕິດພັນກັບການປະຕິວັດຫວຽດນາມ ບາງແຫ່ງ ແລະສະຖານທີ່ວັດທະນະທໍາ, ປະຫວັດສາດ ຢູ່ແຂວງກວາງໂຈ (ຈີນ).

leftcenterrightdel
ບັນດາສະມາຊິກໃນຄະນະປະຕິບັດງານກຳປັ່ນໝາຍເລກ 286 - ເລກຸ໊ຍດົນ ເຄົາລົບທ່າກໍາປັ່ນ. ພາບ: qdnd.vn
leftcenterrightdel
ກຳປັ່ນໝາຍເລກ 286 - ເລກຸ໊ຍດົນ ອອກຈາກທ່າກໍາປັ່ນ, ເລີ່ມຕົ້ນການເດີນທາງໄປຢ້ຽມຢາມ, ພົບປະແລກປ່ຽນ ຢູ່ ຈີນ ແລະຟີລິບປິນ. ພາບ: qdnd.vn

ໃນໄລຍະເດີນທາງປະຕິບັດໜ້າທີ່ການທູດ, ຄະນະປະຕິບັດງານກຳປັ່ນໝາຍເລກ 286 - ເລກຸ໊ຍດົນ ຈະດຳເນີນການຝຶກແອບປະຕິບັດຕົວຈິງບົນທະເລໃຫ້ນັກສໍາມະນາກອນປີສຸດທ້າຍ (ຊຸດທີ 66), ເພື່ອແນໃສ່ຍົກສູງກຳລັງຄວາມສາມາດດ້ານການຈັດຕັ້ງ, ບັນຊາ, ການປະສານສົມທົບ; ການນໍາໃຊ້ຍຸດໂທປະກອນເທິງກໍາປັ່ນ; ທັກສະໃນການແກ້ໄຂກໍລະນີຢູ່ເຂດທະເລສາກົນ.

ໂດຍ: ທູຈາງ