ຝຶກອົບຮົມວຽກງານຄຸ້ມຄອງ, ນໍາໃຊ້ສູນບໍາບັດ, ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ໃຫ້ກໍາລັງເຈົ້າໜ້າທີ່ລາວ
ກປ.ອອນໄລ - ວັນທີ 9 ພຶດສະພາ, ກົມຕຳຫຼວດສືບສວນ-ສອບສວນອາດຊະຍາກຳຢາເສບຕິດ (C04, ກະຊວງຕຳຫຼວດຫວຽດນາມ) ລາຍງານວ່າ, ປະຕິບັດບົດບັນທຶກຊ່ວຍຈໍາລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ວ່າດ້ວຍການຮ່ວມມືສະກັດກັ້ນ ແລະຕ້ານຢາເສບຕິດ; ກະຊວງຕຳຫຼວດຫວຽດນາມ ໜູນຊ່ວຍກະຊວງປ້ອງກັນຄວາມສະຫງົບລາວ ກໍ່ສ້າງສູນບໍາບັດ, ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຢູ່ນະຄອນຫຼວງວຽງຈັນ.
    |
 |
ພັນເອກພິເສດ ຮວ່າງກວກຫວຽດ ຮອງຫົວໜ້າກົມຕຳຫຼວດສືບສວນ-ສອບສວນອາດຊະຍາກຳຢາເສບຕິດ ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ. ພາບ: ຮ່າລານ. |
ກົມ C04 (ກະຊວງຕຳຫຼວດຫວຽດນາມ) ກໍຈັດຕັ້ງກອງປະຊຸມສໍາມະນາ, ຝຶກອົບຮົມກ່ຽວກັບວຽກງານຄຸ້ມຄອງ, ນໍາໃຊ້ສູນບໍາບັດ, ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ແລະວຽກງານບໍາບັດໃຫ້ແກ່ກໍາລັງເຈົ້າໜ້າທີ່ ລາວ ທີ່ນະຄອນຮະລອງ, ແຂວງກວ໋າງນິງ.
    |
 |
ພັນໂທ ບຸນລິວັນ ວິໄລຮັກ, ຫົວໜ້າຫ້ອງບໍາບັດ, ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ, ຫ້ອງການຄວບຄຸມຢາເສບຕິດ, ກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບລາວ ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ. ພາບ: ຮ່າລານ. |
ແຕ່ວັນທີ 8 ຫາວັນທີ 17 ພຶດສະພາ, ຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມສໍາມະນາ, ຝຶກອົບຮົມ ເພື່ອແລກປ່ຽນຄວາມຮູ້ທາງດ້ານທິດສະດີ ແລະພຶດຕິກໍາຕົວຈິງ, ພົວພັນກັບຊ່ຽວຊານໃນຂົງເຂດບໍາບັດ ແລະຟື້ນຟູສຸຂະພາບໃຫ້ຜູ້ຕິດຢາເສບຕິດ, ຜູ້ນໍາໃຊ້ຢາເສບຕິດ... ການຝຶກອົບຮົມຊ່ວຍໃຫ້ນັກສໍາມະນາກອນຍົກສູງຄວາມຮູ້ທາງດ້ານທິດສະດີ ແລະທັກສະການປະຕິບັດຕົວຈິງຜ່ານກອງປະຊຸມ.
    |
 |
ຜູ້ແທນເຂົ້າຮ່ວມຊຸດຝຶກອົບຮົມ ຖ່າຍຮູບເປັນທີ່ລະນຶກ. ພາບ: ຮ່າລານ. |
ກ່າວຄຳເຫັນທີ່ກອງປະຊຸມສໍາມະນາ, ທ່ານພັນໂທ ບຸນລິວັນ ວິໄລຮັກ, ຫົວໜ້າຫ້ອງບໍາບັດ, ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ, ຫ້ອງການຄວບຄຸມຢາເສບຕິດ, ກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບລາວ ຢັ້ງຢືນວ່າ ດ້ວຍການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ, ພ້ອມກັບຈິດໃຈຕໍ່ສູ້ຢ່າງບໍ່ຜ່ອນສັ້ນຜ່ອນຍາວກັບອາດຊະຍາກຳຢາເສບຕິດຂອງລັດຖະບານ ແລະປະຊາຊົນສອງປະເທດ, ກໍາລັງເຈົ້າໜ້າທີ່ລາວ ເຂົ້າຮ່ວມຊຸດຝຶກອົບຮົມດ້ວຍຈິດໃຈຕັ້ງໜ້າຮໍ່າຮຽນ ແລະເປັນເຈົ້າການ ເພື່ອບັນລຸໄດ້ເປົ້າໝາຍ, ຈຸດປະສົງທີ່ວາງອອກ.
ຊຸດຝຶກອົບຮົມວຽກງານຄຸ້ມຄອງ, ນໍາໃຊ້ສູນບໍາບັດ, ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ແລະວຽກງານບໍາບັດໃຫ້ກໍາລັງເຈົ້າໜ້າທີ່ລາວ ແມ່ນການເຄື່ອນໄຫວຮ່ວມມືຄັ້ງທໍາອິດທີ່ໄດ້ຈັດຕັ້ງດ້ວຍຈຸດປະສົງແມ່ນປະກອບຄວາມຮູ້, ທັກສະພື້ນຖານກ່ຽວກັບວຽກງານນໍາໃຊ້, ຄຸ້ມຄອງສະຖານທີ່ບໍາບັດ, ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ, ແບ່ງປັນບົດຮຽນປະສົບການຕົວຈິງໃນການຈັດຕັ້ງປະຕິບັດວຽກງານບໍາບັດ, ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດຢູ່ຮາກຖານ, ມີຄວາມໝາຍສຳຄັນ ແລະແທດຈິງເມື່ອສູນບໍາບັດ, ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດໄດ້ນໍາໃຊ້ໃນໄລຍະຈະມາເຖິງ.
ໂດຍ: ໄຊຊະນະ