leftcenterrightdel
ຢູ່ນະຄອນ Tel Aviv, ມີນັບພັນຄົນໄດ້ເຕົ້າໂຮມດຳເນີນການແຫ່ຂະບວນປະທ້ວງ. ພາບ: Reuters

ຕອນຄ່ຳວັນທີ 10 ພຶດສະພາ, ມີນັບໝື່ນຄົນໄດ້ເຕົ້າໂຮມຢູ່ຫຼາຍນະຄອນຢູ່ ອິດສະຣາແອັນ ສືບຕໍ່ແຫ່ຂະບວນປະທ້ວງຮຽກຮ້ອງໃຫ້ລັດຖະບານກ້າວໄປເຖິງຂໍ້ຕົກລົງແລກປ່ຽນຕົວປະກັນກັບກຳລັງ ຮາມາດສ.

ຢູ່ນະຄອນ Tel Aviv, ມີນັບພັນຄົນໄດ້ເຕົ້າໂຮມດຳເນີນການແຫ່ຂະບວນປະທ້ວງຢູ່ສະໜາມຫຼວງຕົວປະກັນ ເພື່ອກໍ່ຄວາມກົດດັນກັບລັດຖະບານກ່ຽວກັບບັນຫາຕົວປະກັນ. ບັນດາຜູ້ແຫ່ຂະບວນປະທ້ວງກ່າວເຕືອນວ່າເວລາທີ່ສະຫງວນໃຫ້ແກ່ຕົວປະກັນບໍ່ມີຫຼາຍອີກ ແລະນີ້ອາດຈະແມ່ນໂອກາດສຸດທ້າຍຂອງບັນດາຕົວປະກັນ. ຕາມສື່ມວນຊົນອິດສະຣາແອັນ ແລ້ວ, ມີນັກປະຖະກະຖາບາງຄົນທີ່ເຂົ້າຮ່ວມການປະທະກັນຢັ້ນຢືນວ່າ ມີຊາວອິດສະຣາແອັນ 70% ສະໜັບສະໜູນເລື່ອງສິ້ນສຸດສົງຄາມຢູ່ເຂດ ກາຊາ ຄືດັ່ງສ່ວນໜຶ່ງຂອງຂໍ້ຕົກລົງຢຸດຍິງ ແລະກູ້ເອົາຕົວປະກັນ.

ແຫຼ່ງຄັດຈາກ: vovworld.vn