ການເຈລະຈາດ້ານການຄ້າ ຈີນ - ອາເມລິກາ ບັນລຸຄວາມຄືບໜ້າຢ່າງແທ້ຈິງ
ການເຈລະຈາດ້ານການຄ້າລະຫວ່າງບັນດາເຈົ້າໜ້າທີ່ຂັ້ນສູງອາເມລິກາ ແລະ ຈີນ ຢູ່ເຊີແນວ, ປະເທດ ສະວິດ, ໄດ້ສິ້ນສຸດລົງໃນວັນທີ 11 ພຶດສະພາ, ພາຍຫຼັງດຳເນີນເປັນເວລາ 2 ວັນ. ນີ້ແມ່ນການພົບປະໂດຍກົງຄັ້ງທຳອິດລະຫວ່າງເຈົ້າໜ້າທີ່ຂັ້ນສູງຂອງອາເມລິກາ ແລະ ຈີນ, ນັບແຕ່ເມື່ອສອງປະເທດຈັດວາງອັດຕາພາສີກວ່າ 100% ສຳລັບສິນຄ້າຂອງກັນ.
    |
 |
ການເຈລະຈາໃນ 2 ມື້ຜ່ານມາໄດ້ດຳເນີນໄປຢ່າງມີປະສິດທິຜົນດີ່ທີ່ສຸດ. ພາບ: AFP |
ກ່າວຄຳເຫັນຕໍ່ວົງການນັກຂ່າວ ພາຍຫຼັງສິ້ນສຸດການເຈລະຈາ, ທ່ານ Jamieson Greer, ຜູ້ຕາງໜ້າດ້ານການຄ້າອາເມລິກາ ໃຫ້ຮູ້ວ່າ: “ການເຈລະຈາໃນ 2 ມື້ຜ່ານມາໄດ້ດຳເນີນໄປຢ່າງມີປະສິດທິຜົນດີ່ທີ່ສຸດ. ສິ່ງສຳຄັນແມ່ນບັນດາຝ່າຍສາມາດບັນລຸໄດ້ຂໍ້ຕົກລົງໂດຍໄວ ແລະສິ່ງດັ່ງກ່າວຊີ້ໃຫ້ເຫັນວ່າ ບັນດາຄວາມແຕກຕ່າງກັນແມ່ນບໍ່ໃຫຍ່ເກີນໄປຄືດັ່ງການຄາດຄະເນ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຂໍ້ຕົກລົງທີ່ບັນລຸໄດ້ກັບຄູ່ຮ່ວມມືຈີນ ຈະຊ່ວຍແກ້ໄຂສະພາບການຮີບດ່ວນນີ້”.
ສ່ວນຝ່າຍຈີນ, ທ່ານ ຮາລີເຟິງ, ຮອງນາຍົກລັດຖະມົນຕີຈີນ ກໍ່ຖືນີ້ແມ່ນບາດກ້າວສຳຄັນ ມຸ່ງໄປເຖິງທິດແກ້ໄຂຄວາມບໍ່ລົງລອຍກັນຜ່ານການເຈລະຈາ ແລະການທາບທາມຄວາມເຫັນຢ່າງສະເໝີພາບ, ສ້າງພື້ນຖານ ແລະເງື່ອນໄຂເພື່ອຮັດແຄບຄວາມແຕກຕ່າງກັນລົງ ແລະ ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ.
ແຫຼ່ງຄັດຈາກ: vovworld.vn