ເນື່ອງໃນໂອກາດພະຄາດີນັນ Robert Francis Prevost, ໄດ້ຮັບການເລືອກຕັ້ງເປັນສັນຕະປະປາອົງທີ  267 ຂອງໂຣມັນກາໂຕລິກ, ເອົາຊື່ວ່າ ລີໂອ ທີ 14, ວັນທີ 10 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ສົ່ງໂທລະເລກຊົມເຊີຍ.

leftcenterrightdel
ທ່ານປະທານປະເທດ ເລືອງເກື່ອງ ສົ່ງໂທລະເລກອວຍພອນ ສັນຕະປະປາ ລີໂອ ທີ 14. ພາບ: vov.vn

ເລື່ອງພະຄາດີນັນ Robert Francis Prevost, ອາຍຸ 69 ປີ, ໄດ້ຮັບເລືອກຕັ້ງເປັນສັນຕະປະປາ (ວັນທີ 8 ພຶດສະພາ) ໄດ້ສ້າງຂີດໝາຍເປັນຄັ້ງທຳອິດໃນປະຫວັດສາດທີ່ສະມາຄົມຄຼິດທະສາສະໜາມີການນຳເປັນຊາວອາເມລິກາ. ສັນຕະປະປາຮູ້ຫຼາຍພາສາຢ່າງຄ່ອງແຄ້ວ, ສາມາດເວົ້າພາສາ ອັງກິດ, ຝລັ່ງ, ອີຕາລີ ແລະແອັດສະປາຍ ແລະກໍ່ຮູ້ພາສາ ປອກຕຸຍການ, ພາສາ ລາຕິນ, ເຢຍລະມັນ.

ດ້ວຍຖານະເປັນຜູ້ຮ່ວມງານທີ່ໃກ້ຊິດສະໜິດສະໜົມຂອງສັນຕະປະປາ Francis, ສັນຕະປະປາ ລີໂອ ທີ 14 ຖືກຖືວ່າຈະເດີນຕາມເສັ້ນທາງກ້າວໜ້າຂອງຜູ້ດຳລົງຕຳແໜ່ງລຸ້ນກ່ອນ. ໄປຄຽງຄູ່ກັນນັ້ນ, ບັນດາຖະແຫຼງການກ່ອນນີ້ກໍ່ໃຫ້ເຫັນວ່າ ທ່ານອາດຈະຕິດກັບທິດສະດີຂອງສາສະໜາຄຼິດທີ່ເປັນມູນເຊື້ອ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ