ກ່າວຄຳເຫັນທີ່ເຫດການ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຢືນຢັນວ່າ, ບັນດາກິດຈະກຳດັ່ງກ່າວຈະປະກອບສ່ວນສ້າງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດທີ່ດຶງດູດໃຈ ສຳລັບບັນດານັກລົງທຶນ ຢູ່ພາຍໃນ ແລະຕ່າງປະເທດ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ບັນດາເຈົ້າກຳທີ່ກ່ຽວຂ້ອງເຖິງການຜັນຂະຫຍາຍໂຄງການຕ້ອງຮັບປະກັບຄວາມຄືບໜ້າ, ຄຸນນະພາບ; ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ມອບດິນ, ພາຫະນະລ້ຽງຊີບໃຫ້ແກ່ໂຄງການ.

leftcenterrightdel
ພິທີເລີ່ມລົງມືກໍ່ສ້າງໂຄງການເສັ້ນທາງບົກຄວາມໄວສູງ ນິງບິ່ງ - ຫາຍຟ່ອງ. ພາບ: ສໍານັກຂ່າວສານຫວຽດນາມ

ສຳລັບເຂດອຸດສາຫະກຳຮືງຝູ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ນີ້ແມ່ນຮູບແບບຮ່ວມມືພາກລັດ - ເອກະຊົນ ຕາມແບບວິທີພາກລັດນຳພາ - ຄຸ້ມຄອງພາກເອກະຊົນ, ສະນັ້ນ, ສະເໜີໃຫ້ແຂວງ ທາຍບິ່ງ ເສີມຂະຫຍາຍຮູບແບບຮ່ວມມືດັ່ງກ່າວ, ຈັດການຄຸ້ມຄອງອັດສະລິຍະ, ພັດທະນາສີຂຽວ, ຍືນຍົງ, ດຶງດູດການລົງທຶນຕາມທິດເຕັກໂນໂລຊີສູງ, ເຕັກໂລໂນຊີສະອາດ.

ແຫຼ່ງຄັດຈາກ: vovworld.vn