ເຫດການນີ້ບໍ່ພຽງແຕ່ເປັນຂີດໝາຍຄັ້ງທໍາອິດທີ່ກໍາລັງເສນາຮັກສອງປະເທດເຂົ້າຮ່ວມການຝຶກຊ້ອມລວມເທົ່ານັ້ນ, ຫາກຍັງເປີດໄລຍະຮ່ວມມືທີ່ແທດຈິງ, ເລິກເຊິ່ງກວ້າງຂວາງກວ່າລະຫວ່າງກົມກອງເສນາຮັກສອງປະເທດ.

ການຮ່ວມມືລະຫວ່າງສອງກອງທັບສືບຕໍ່ຮັບຜົນງານ

ໂດຍປະຕິບັດໂຄງການຮ່ວມມືດ້ານປ້ອງກັນຊາດລະຫວ່າງກອງທັບສອງປະເທດຫວຽດນາມ-ຈີນ; ບົນພື້ນຖານຂໍ້ສະເໜີຂອງທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະໄດ້ຮັບຄວາມເຫັນດີຈາກຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດສອງປະເທດ, ການຝຶກຊ້ອມເພື່ອແນໃສ່ເພີ່ມທະວີການຮ່ວມມື, ຍົກສູງຄວາມສາມາດບັນຊາ, ສົມທົບກັນໃນວຽກງານກູ້ຊີບດ້ານການແພດ ແລະປ້ອງກັນ, ຕ້ານພະຍາດ; ວຽກງານປະສານງານ ແລະຜັນຂະຫຍາຍການຊ່ວຍເຫຼືອມະນຸດສະທໍາສາກົນລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບປົດປ່ອຍປະຊາຊົນຈີນ ເວົ້າລວມ ແລະລະຫວ່າງເສນາຮັກສອງປະເທດເວົ້າສະເພາະ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນຮຸ່ງຖັ໊ງ ກ່າວຄໍາເຫັນທີ່ພິທີໄຂ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີໄຂ, ທ່ານພົນຈັດຕະວາ ຫງວຽນຮຸ່ງຖັ໊ງ ຮອງຫົວໜ້າ, ຫົວໜ້າເສນາທິການກົມໃຫຍ່ພະລາທິການ, ຫົວໜ້າຄະນະຊີ້ນໍາການຝຶກຊ້ອມ ໃຫ້ຮູ້ວ່າ, ໄລຍະເກືອບ 2 ປີຜ່ານມາ, ຫວຽດນາມ ແລະຈີນ ໄດ້ມານະພະຍາຍາມປ້ອງກັນ, ຕ້ານພະຍາດໂຄວິດ-19. ດ້ວຍຄວາມຮັບຜິດຊອບຂອງຕົນ, ກອງທັບສອງປະເທດໄດ້ປະກອບສ່ວນອັນໃຫຍ່ຫຼວງພ້ອມກັບຂະແໜງສາທາລະນະສຸກ, ຄະນະພັກ, ອໍານາດການປົກຄອງ, ປະຊາຊົນທ້ອງຖິ່ນຕ່າງໆໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ກອງທັບປະຊາຊົນຫວຽດນາມ ແລະກອງທັບປົດປ່ອຍປະຊາຊົນຈີນ ໄດ້ ແລະກໍາລັງມີການເຄື່ອນໄຫວສົມທົບກັນ, ແລກປ່ຽນວິຊາສະເພາະ, ຊ່ວຍເຫຼືອວັດຖຸອຸປະກອນການແພດຢ່າງມີປະສິດທິຜົນ, ແທດຈິງ.

ສືບຕໍ່ຜົນສໍາເລັດຂອງລາຍການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນ ຄັ້ງທີ 6, ການຝຶກຊ້ອມນີ້ແມ່ນການເຄື່ອນໄຫວການທູດການທະການ, ການປ້ອງກັນຊາດທີ່ສໍາຄັນໃນປີ 2021, ທັງແມ່ນກາລະໂອກາດເພື່ອໃຫ້ເສນາຮັກສອງປະເທດພົບປະແລກປ່ຽນ, ແລກປ່ຽນບົດຮຽນດ້ານວິຊາສະເພາະ, ຍົກສູງຄຸນນະພາບ, ປະສິດທິຜົນໃນວຽກງານສົ່ງເສີມ, ຮັກສາສຸຂະພາບໃຫ້ແກ່ທະຫານ, ປະຊາຊົນແຕ່ລະປະເທດ ແລະການເຄື່ອນໄຫວສາກົນກ່ຽວກັບການຊ່ວຍເຫຼືອມະນຸດສະທໍາ, ຊອກຫາກູ້ໄພ, ກູ້ຊີບ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດ, ໄພທໍາມະຊາດ.

ຜ່ານວິດີໂອໄດ້ສົ່ງມາທີ່ພິທີໄຂການຝຶກຊ້ອມ, ທ່ານພົນຈັດຕະວາ Wang Dazhong ຮອງລັດຖະມົນຕີກະຊວງຮັບປະກັນພະລາທິການ, ຄະນະພັກການທະຫານສູນກາງຈີນ ໄດ້ສົ່ງຄຳຂອບໃຈເຖິງການນໍາກະຊວງປ້ອງກັນປະເທດຫວຽດນາມ ແລະອົງການທີ່ກ່ຽວຂ້ອງທີ່ໄດ້ສ້າງແຜນການ ແລະຈັດຕັ້ງການຝຶກຊ້ອມ. ທ່ານພົນຈັດຕະວາ Wang Dazhong ເນັ້ນໜັກວ່າ, ກອງທັບສອງປະເທດຖືເປັນສໍາຄັນ ແລະກະກຽມດີທີ່ສຸດໃຫ້ແກ່ການຝຶກຊ້ອມຄັ້ງນີ້, ພ້ອມທັງຢັ້ງຢືນວ່າ ນີ້ແມ່ນການເຄື່ອນໄຫວແທດຈິງເພື່ອເປີດກວ້າງ, ເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືໃນອະນາຄົດ.

ກາລະໂອກາດເພື່ອສະແດງຄວາມສາມາດ

ການຝຶກຊ້ອມໄດ້ດໍາເນີນໂດຍອີງໃສ່ກໍລະນີສົມມຸດຖານແມ່ນເກີດເຫດແຜ່ນດິນໄຫວ 6,8 ຣິກເຕີ ຢູ່ນະຄອນຂອງປະເທດໜຶ່ງ. ເວລາເກີດເຫດແຜ່ນດິນໄຫວແກ່ຍາວເກືອບໜຶ່ງຊົ່ວໂມງພ້ອມກັບເຫດສັ່ນໄຫວຢູ່ຫຼາຍແຫ່ງ, ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະຮັບບາດເຈັບ, ມ້າງທໍາລາຍຫຼາຍກິດຈະການ, ສໍານັກງານບໍລິຫານ, ເຮືອນຊານ... ຕອບສະໜອງຕາມຄວາມຮຽກຮ້ອງໜູນຊ່ວຍດ້ານການແພດຢ່າງຮີບດ່ວນຂອງ ສປຊ, ຫວຽດນາມ ແລະຈີນ, ແຕ່ລະປະເທດຈະຈັດໂຮງໝໍສະໜາມຂັ້ນ 2 ໜຶ່ງແຫ່ງໄປປະຕິບັດໜ້າທີ່ໜູນຊ່ວຍດ້ານການແພດລະດັບ 2, ສ້າງລະບຽບການບັນຊາປະສົມ ແລະປະຕິບັດໜ້າທີ່ຊ່ວຍເຫຼືອມະນຸດສະທໍາ, ກູ້ຊ່ວຍດ້ານການແພດໃຫ້ນະຄອນທີ່ຖືກຮັບຜົນສະທ້ອນຈາກເຫດແຜ່ນດິນໄຫວ.

leftcenterrightdel
ຕາງໜ້າກອງທັບຫວຽດນາມ ແລະຈີນ ມອບຂອງຂວັນທີ່ລະນຶກ. ພາບ: qdnd.vn

ການຝຶກຊ້ອມໄດ້ແບ່ງເປັນ 3 ໄລຍະ, ລວມມີ: ຜັນຂະຫຍາຍກຸ່ມບັນຊາໝວດປະສົມ; ປະຕິບັດການສົມທົບກັນການເຄື່ອນໄຫວຂອງກຸ່ມບັນຊາປະສົມໝວດຕ່າງໆ; ທະຫານປະຕິບັດວຽກງານຊອກຫາ, ປະຖົມພະຍາບານຜູ້ຖືກເຄາະຮ້າຍຍ້ອນເຫດດັ່ງຂ້າງເທິງ, ຜັນຂະຫຍາຍການຮັບເອົາ, ປະຖົມພະຍາບານຜູ້ຖືກເຄາະຮ້າຍຢູ່ໂຮງໝໍສະໜາມຂັ້ນ 2 ຂອງເສນາຮັກສອງປະເທດ ແລະປະຕິບັດການ ປ້ອງກັນ, ຕ້ານພະຍາດຕິດແປດໃຫ້ແກ່ປະຊາຊົນໃນບໍລິເວນ.

ຕິດຕາມພູມສາດຕົວຈິງ ແລະຜ່ານໜ້າຈໍໃຫຍ່ທີ່ໄດ້ຕິດຕັ້ງຢູ່ໃຈກາງເຂດຝຶກຊ້ອມ, ບັນດາຜູ້ແທນທີ່ມີໜ້າຢູ່ການຝຶກຊ້ອມໄດ້ເຫັນປະຈັກຕາກໍາລັງເສນາຮັກສະແດງຄວາມສາມາດໃນການແກ້ໄຂກໍລະນີຕ່າງໆ, ຈາກການເຄື່ອນທີ່, ສະຖານທີ່ເກີດເຫດແຜ່ນດິນໄຫວ, ການນໍາໃຊ້ພາຫະນະສະເພາະເພື່ອຂຸດ, ຊອກຫາຜູ້ຖືກເຄາະຮ້າຍ, ທັກສະຂົນສົ່ງ, ປະຖົມພະຍາບານ ແລະປິ່ນປົວໃຫ້ຜູ້ຖືກເຄາະຮ້າຍ...

ທ່ານພົນຈັດຕະວາ ຫງວຽນຮຸ່ງຖັ໊ງ ໃຫ້ຮູ້ວ່າ ການຝຶກຊ້ອມໄດ້ຜັນຂະຫຍາຍຕິດກັບສະພາບຕົວຈິງ, ຖືກຕາມຈິດໃຈ ແລະແຜນການທີ່ໄດ້ວາງອອກ. ກໍາລັງທະຫານໄດ້ກໍາແໜ້ນແຜນການ, ຂໍ້ກຳນົດຕ່າງໆ; ເປັນເຈົ້າການ, ສົມທົບກັນ; ຈັດຕັ້ງການຜັນຂະຫຍາຍ, ປະຕິບັດເນື້ອໃນຕ່າງໆໃຫ້ຖືກຕາມແຜນການຝຶກຊ້ອມ, ຂໍ້ກໍານົດ, ການບໍລິຫານຂອງຄະນະຊີ້ນໍາ, ຄະນະຈັດຕັ້ງ, ຮັບປະກັນຄວາມປອດໄພທຸກດ້ານ. ນອກຈາກນັ້ນ, ກໍາລັງເສນາຮັກຂອງຫວຽດນາມ ແລະຈີນ ທີ່ເຂົ້າຮ່ວມການຝຶກຊ້ອມກໍ່ຖືເປັນສໍາຄັນພິເສດ ແລະປະຕິບັດວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ເປັນຢ່າງດີໃນຕະຫຼອດວິວັດການຝຶກແອບ, ຮ່ວມຝຶກຊ້ອມຢູ່ພື້ນທີ່ຕົວຈິງ.

ທ່ານພັນເອກພິເສດ Chen Chunming ຮອງຫົວໜ້າກົມສາທາລະນະສຸກ, ກະຊວງຮັບປະກັນພະລາທິການ, ຄະນະພັກການທະຫານສູນກາງຈີນ ຖືວ່າ, ເລື່ອງຈັດຕັ້ງການຝຶກຊ້ອມດ້ານເສນາຮັກຄັ້ງທໍາອິດລະຫວ່າງກອງທັບສອງປະເທດສຳເລັດຈະສືບຕໍ່ສ້າງປະຖົມປັດໄຈໃຫ້ແກ່ຂັ້ນຕອນການພັດທະນາຕໍ່ໄປລະຫວ່າງກອງທັບສອງປະເທດ, ພ້ອມທັງປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ຈິດໃຈຮ່ວມມື, ໄມ້ຕິຈິດມິດຕະພາບລະຫວ່າງກອງທັບສອງປະເທດ.

ການຝຶກຊ້ອມແມ່ນພື້ນຖານເພື່ອໃຫ້ກໍາລັງເສນາຮັກສອງປະເທດສືບຕໍ່ຄົ້ນຄວ້າ ແລະຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືໃນອະນາຄົດ.

ໂດຍ: ໄຊນີດາ