leftcenterrightdel
ທ່ານພົນໂທ ຟ້າມເຈື່ອງເຊີນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຕ້ອນຮັບທ່ານພົນຈັດຕະວາ ທອງສະໄໝ ສຸກປະເສີດ, ຫົວໜ້າກົມສູ້ຮົບ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານພົນໂທ ຟ້າມເຈື່ອງເຊີນ ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງແທດຈິງ ແລະມີປະສິດທິຜົນໃນໄລຍະຜ່ານມາ, ແມ່ນໜຶ່ງໃນບັນດາເສົາຄໍ້າສຳຄັນຂອງການພົວພັນສອງຝ່າຍ, ບັນລຸໄດ້ໝາກຜົນພົ້ນເດັ່ນໃນຫຼາຍຂົງເຂດ, ຄື: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ; ຮັກສາກົນໄກຮ່ວມມືຢ່າງມີປະສິດທິຜົນ; ການຮ່ວມມືໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ; ບໍາລຸງສ້າງຊັບພະຍາກອນມະນຸດ; ໂຄສະນາກ່ຽວກັບນໍ້າໃຈສາມັກຄີແບບພິເສດ ຫວຽດນາມ-ລາວ; ວຽກງານຊອກຫາ, ທ້ອນໂຮມ, ສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ກັບຄືນປະເທດ; ສົມທົບ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ... ທ່ານພົນໂທ ຟ້າມເຈື່ອງເຊີນ ຕີລາຄາສູງອົງການສູ້ຮົບຂອງກອງທັບສອງປະເທດ ໄດ້ມານະພະຍາຍາມຜັນຂະຫຍາຍເນື້ອໃນຮ່ວມມື, ເປັນຕົ້ນແມ່ນການແລກປ່ຽນຂໍ້ມູນຂ່າວສານ, ເປັນເສນາທິການໃຫ້ການນໍາພັກ, ລັດ ແລະກະຊວງປ້ອງກັນປະເທດສອງປະເທດ ກ່ຽວກັບແຜນນະໂຍບາຍ, ມາດຕະການຍຸດທະສາດ.

leftcenterrightdel
ທ່ານພົນໂທ ຟ້າມເຈື່ອງເຊີນ ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານພົນຈັດຕະວາ ທອງສະໄໝ ສຸກປະເສີດ. ພາບ: qdnd.vn

ສ່ວນທ່ານພົນຈັດຕະວາ ທອງສະໄໝ ສຸກປະເສີດ ໄດ້ແຈ້ງໃຫ້ທ່ານພົນໂທ ຟ້າມເຈື່ອງເຊີນ ຊາບກ່ຽວກັບໝາກຜົນການພົບປະສອງຝ່າຍກ່ອນໜ້ານັ້ນ ກັບທ່ານພົນຕີ ຫງວຽນຮຸຍແກ໊ງ ຫົວໜ້າກົມສູ້ຮົບ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ; ຢືນຢັນວ່າ ສອງອົງການຈະມານະພະຍາຍາມຊຸກຍູ້ການຮ່ວມມືນັບມື້ນັບມີປະສິດທິຜົນກວ່າອີກ.

ບົນພື້ນຖານການພົບປະສອງຝ່າຍ, ທ່ານພົນໂທ ຟ້າມເຈື່ອງເຊີນ ສະເໜີໃຫ້ສອງອົງການສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກວ່າອີກ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນປະສົບການ, ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ຍົກສູງປະສິດທິຜົນວຽກງານເປັນເສນາທິການ, ສະເໜີໃຫ້ການນຳກະຊວງປ້ອງກັນປະເທດສອງປະເທດກ່ຽວກັບການທະຫານ, ການປ້ອງກັນຊາດ; ຢືນຢັນວ່າ, ການນໍາກະຊວງປ້ອງກັນປະເທດ ແລະກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ, ສະໜັບສະໜູນ ແລະສ້າງເງື່ອນໄຂສະດວກທີ່ສຸດໃຫ້ການຮ່ວມມືລະຫວ່າງອົງການສູ້ຮົບຂອງກອງທັບສອງປະເທດ.

ໂດຍ: ເຈິ່ນຮວ່ຽນ