ກອງປະຊຸມເພື່ອແນໃສ່ສ້າງກາລະໂອກາດຮ່ວມມືລະຫວ່າງວິສາຫະກິດສອງປະເທດໃນຫຼາຍຂົງເຂດ, ຜະລິດຕະພັນ, ຂະແໜງອາຊີບທີ່ແຕກຕ່າງກັນ, ຊ່ວຍວິສາຫະກິດ, ທ້ອງຖິ່ນຫວຽດນາມ ແນະນໍາຜະລິດຕະພັນ, ໂຄສະນາ ແລະສົ່ງເສີມການຄ້າຢູ່ຕະຫຼາດບຣາຊິນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: Bnews.vn

ທີ່ກອງປະຊຸມສໍາມະນາ, ການນໍາແຂວງດົ່ງນາຍ, ເງະອານ, ທ໊າຍບີ່ງ, ເຕິຍນີງ ໄດ້ແນະນໍາຄວາມສາມາດບົ່ມຊ້ອນຕ່າງໆ, ທ່າແຮງຂອງທ້ອງຖິ່ນ, ເນັ້ນໜັກທ່າໄດ້ປຽບຂອງແຂວງໃນການຮ່ວມມືກັບວິສາຫະກິດບຣາຊິນ, ປາດຖະໜາຢາກມີໂຄງການຮ່ວມມືທີ່ລະອຽດ. ພ້ອມກັນນັ້ນ, ວິສາຫະກິດບຣາຊິນ ຕີລາຄາສູງບໍລິສັດຫວຽດນາມ ຜ່ານກອງປະຊຸມສໍາມະນາ, ສ້າງກາລະໂອກາດສ້າງຮູບພາບເຄື່ອງໝາຍການຄ້າໃຫ້ວິສາຫະກິດຫວຽດນາມ ເວົ້າລວມ.

ສິ້ນສຸດກອງປະຊຸມສໍາມະນາ, ທ່ານ Alfredo Cotait Neto ຫົວໜ້າຫ້ອງການການຄ້າ ທັງເປັນປະທານສະພາການຄ້າ ແລະທ່ານ ໂງຊວນຕິ ຫົວໜ້າຫ້ອງການຄ້າ-ສະຖານທູດຫວຽດນາມ ປະຈໍາ ບຣາຊິນ ໄດ້ເຊັນບົດບັນທຶກຊ່ວຍຈໍາການຮ່ວມມືສອງຝ່າຍ, ໃຫ້ຄໍາໝັ້ນສັນຍາຊຸກຍູ້ການແລກປ່ຽນການຄ້າລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

ໂດຍ: ໄຊນີດາ