ເຂົ້າຮ່ວມກອງປະຊຸມມີບັນດາສະຫາຍກໍາມະການກົມການເມືອງ: ປະທານປະເທດ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ຟ້າມມິງຈີ໊ງ, ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ຜູ້ປະຈໍາການຄະນະເລຂາທິການ ຫວໍວັນເທື້ອງ.

ທີ່ກອງປະຊຸມ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຈັດຕັ້ງສູນກາງພັກໄດ້ນຳສະເໜີເນື້ອໃນຊາບຊຶມບົດສະຫຼຸບ ເລກທີ 21-KL/TW ວ່າດ້ວຍການຍູ້ແຮງກໍ່ສ້າງ, ປັບປຸງພັກ ແລະລະບົບການເມືອງ, ເດັດດ່ຽວສະກັດກັ້ນ, ຍູ້ຖອຍ, ຈັດການພະນັກງານ, ສະມາຊິກພັກທີ່ເສື່ອມທາດຂາດຄຸນທາງດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນດຳລົງຊີວິດ, ປະກົດການ “ການຜັນແປດ້ວຍຕົນເອງ, ການຫັນປ່ຽນດ້ວຍຕົນເອງ” ຢ່າງເຂັ້ມງວດ; ແຜນການ ເລກທີ່ 03-KH/TW ວ່າດ້ວຍການປະຕິບັດບົດສະຫຼຸບເລກທີ 21-KL/TW; ຂໍ້ກໍານົດ ເລກທີ 37-QD/TW ວ່າດ້ວຍສິ່ງທີ່ຫ້າມສະມາຊິກພັກເຮັດເດັດຂາດ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ບາງກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ປະກອບຄຳເຫັນ, ຍົກອອກຢ່າງຈະແຈ້ງກ່ຽວກັບໜ້າທີ່ຕ້ອງໄດ້ເຮັດໃນທັນທີ, ເປັນປະຈໍາ ແລະກຸ່ມມາດຕະການທີ່ລະອຽດໃນການປະຕິບັດຄຳຊີ້ນໍາຂອງສູນກາງໃນບົດສະຫຼຸບ ເລກທີ 21; ແຜນການ ເລກທີ 03 ແລະຂໍ້ກໍານົດ ເລກທີ 37. ການຜັນຂະຫຍາຍບົດສະຫຼຸບ, ຂໍ້ກໍານົດຕ້ອງຕິດພັນກັບສະພາບການພຶດຕິກຳຕົວຈິງຂອງກົມກອງ, ທ້ອງຖິ່ນ, ໃນນັ້ນພິເສດແມ່ນເອົາໃຈໃສ່ຕໍ່ໜ້າທີ່ໃໝ່, ສໍາຄັນ, ນັ້ນແມ່ນການສ້າງຖັນແຖວພະນັກງານທຸກຂັ້ນ ແລະຜູ້ນໍາໜ້າໃຫ້ມີຄຸນນະທາດ, ກໍາລັງຄວາມສາມາດ ແລະອິດທິພົນຊື່ສຽງຢ່າງຄົບຖ້ວນ, ສົມກັບໜ້າທີ່, ເດັດດ່ຽວ, ຢຶດໝັ້ນຕໍ່ການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້.

ທ່ານ ຫວໍວັນເທື້ອງ ຮັບຄຳເຫັນປະກອບ, ຊີ້ນໍາຂອງເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະສິ້ນສຸດກອງປະຊຸມ.

ໂດຍ: ຈາງຫງວຽນ