ທ່ານ ດັ້ງຮວ່າງຢາງ ຕີລາຄາສູງການຮ່ວມມືລະຫວ່າງສອງປະເທດຢູ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ກອງປະຊຸມສະພາຄວາມໝັ້ນຄົງ ສປຊ, ປະກອບສ່ວນຊ່ວຍຫວຽດນາມ ປະຕິບັດສໍາເລັດອາຍຸການເປັນສະມາຊິກບໍ່ຖາວອນຢູ່ອົງການນີ້ໃນສອງປີຜ່ານມາ; ພ້ອມທັງສະເໜີໃຫ້ສອງຝ່າຍສືບຕໍ່ຈິດໃຈນັ້ນ ເພື່ອພ້ອມກັນປະກອບສ່ວນເຂົ້າໃນການແກ້ໄຂບັນຫາລວມຂອງປະຊາຄົມສາກົນ, ໂດຍສະເພາະແມ່ນໃນຂົງເຂດສັນຕິພາບ, ຄວາມໝັ້ນຄົງສາກົນ, ຊຸກຍູ້ຮັບປະກັນການປະຕິບັດກົດບັດ ສປຊ ແລະຫຼັກການຕ່າງໆຂອງກົດໝາຍສາກົນ.

leftcenterrightdel
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Bezdetko ຕີລາຄາສູງຄວາມຄ້າຍຄືກັນໃນທັດສະນະ, ນະໂຍບາຍຂອງສອງປະເທດກໍ່ຄືຄວາມໄວ້ເນື້ອເຊື່ອໃຈ, ກົງໄກກົງມາ ແລະໂປ່ງໃສລະຫວ່າງສອງຝ່າຍເມື່ອແລກປ່ຽນກ່ຽວກັບບັນຫາສິດທິມະນຸດພ້ອມກັບບັນຫາສໍາຄັນອື່ນໃນລະບົບ ສປຊ; ຂອບໃຈການສະໜັບສະໜູນຂອງຫວຽດນາມ ຕໍ່ຫຼາຍຂໍ້ລິເລີ່ມຂອງສະຫະພັນລັດເຊຍ ຢູ່ບັນດາເວທີປາໄສຫຼາຍຝ່າຍ; ຊົມເຊີຍເລື່ອງສອງຝ່າຍສືບຕໍ່ຮັກສາການແລກປ່ຽນ, ການສົນທະນາຢູ່ທຸກຂັ້ນ.

ໂດຍ: ໄຊນີດາ