ຄະນະປະຕິບັດງານກະຊວງປ້ອງກັນປະເທດລາວ ຢ້ຽມຢາມກອງບັນຊາການທະຫານນະຄອນດ່ານັ້ງ
ກປ.ອອນໄລ - ຕອນບ່າຍວັນທີ 3 ເມສາ, ຄະນະປະຕິບັດງານກະຊວງປ້ອງກັນປະເທດລາວ ນໍາໂດຍທ່ານພົນໂທ ສາຍໃຈ ກົມມະສິດ, ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໄດ້ມາຢ້ຽມຢາມກອງບັນຊາການທະຫານນະຄອນດ່ານັ້ງ.
ໄປພ້ອມກັບຄະນະມີທ່ານພົນຈັດຕະວາ ຫງວຽນກວກເຮືອງ, ຮອງຜູ້ບັນຊາການທະຫານເຂດ 5. ທ່ານພັນເອກພິເສດ ເຈິ່ນຮືວອີກ, ຫົວໜ້າກອງບັນຊາການທະຫານນະຄອນດ່ານັ້ງ ເປັນປະທານການຕ້ອນຮັບ. ເຂົ້າຮ່ວມຍັງມີທ່ານພັນເອກພິເສດ ຫວໍວັນຕວ໊ນ, ຫົວໜ້າຫ້ອງການເມືອງກອງບັນຊາການທະຫານນະຄອນດ່ານັ້ງ.
    |
 |
|
ທ່ານພັນເອກພິເສດ ເຈິ່ນຮືວອີກ ມອບດອກໄມ້ໃຫ້ແກ່ທ່ານພົນໂທ ສາຍໃຈ ກົມມະສິດ. ພາບ: qdnd.vn |
ທີ່ການຕ້ອນຮັບ, ທ່ານພັນເອກພິເສດ ເຈິ່ນຮືວອີກ ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບທ່ານພົນໂທ ສາຍໃຈ ກົມມະສິດ ພ້ອມດ້ວຍຄະນະປະຕິບັດງານມາຢ້ຽມຢາມກອງບັນຊາການທະຫານນະຄອນດ່ານັ້ງ; ພ້ອມທັງເນັ້ນໜັກວ່າ ກໍາລັງປະກອບອາວຸດນະຄອນດ່ານັ້ງ ຍາມໃດກໍ່ຮັກສາສາຍພົວພັນແຮກສ່ຽວກັບກອງບັນຊາການທະຫານແຂວງເຊກອງ ແລະແຂວງສາລະວັນຂອງລາວ.
ບໍ່ພຽງແຕ່ໃຫ້ການໜູນຊ່ວຍດ້ານພື້ນຖານວັດຖຸເທົ່ານັ້ນ, ກອງບັນຊາການທະຫານນະຄອນດ່ານັ້ງຍັງຕັ້ງໜ້າເພີ່ມພູນຄູນສ້າງໃຫ້ແກ່ລຸ້ນໜຸ່ມສອງປະເທດ. ໃນ 2 ປີມໍ່ໆມານີ້, ກົມກອງໄດ້ຈັດຕັ້ງການພົບປະກັບນັກສຶກສາລາວ ທີ່ເປັນລູກພະນັກງານຂຶ້ນກັບກອງພົນທີ 5 ແລະກອງບັນຊາການທະຫານ 4 ແຂວງພາກໃຕ້ຂອງລາວ ທີ່ພວມຮໍ່າຮຽນຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລໃນບໍລິເວນພາກໃຕ້ຂອງນະຄອນດ່ານັ້ງ.
    |
 |
|
ຄະນະປະຕິບັດງານກະຊວງປ້ອງກັນປະເທດລາວ ຢ້ຽມຢາມກອງບັນຊາການທະຫານນະຄອນດ່ານັ້ງ. ພາບ: qdnd.vn |
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານພົນໂທ ສາຍໃຈ ກົມມະສິດ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມຂອງກອງບັນຊາການທະຫານນະຄອນດ່ານັ້ງ; ພ້ອມທັງຕີລາຄາສູງຕໍ່ອາລົມຈິດ, ຄວາມເອົາໃຈໃສ່, ໜູນຊ່ວຍແທດຈິງເຊິ່ງກອງບັນຊາການທະຫານນະຄອນດ່ານັ້ງ ໄດ້ສະຫງວນໃຫ້ກອງທັບ ແລະປະຊາຊົນລາວ ໃນໄລຍະຜ່ານມາ.
ທ່ານພົນໂທ ສາຍໃຈ ກົມມະສິດ ຢືນຢັນວ່າ ໃນໄລຍະຈະມາເຖິງ, ຈະສືບຕໍ່ຮັກສາ, ຍົກສູງ ແລະຮັດແໜ້ນສາຍພົວພັນລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະປະຊາຊົນສອງປະເທດ; ຫວັງວ່າ, ກອງບັນຊາການທະຫານນະຄອນດ່ານັ້ງ ຈະສືບຕໍ່ຮັກສາ ແລະເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອອັນດີງາມກັບກອງທັບ ແລະປະຊາຊົນແຂວງເຊກອງ ແລະແຂວງສາລະວັນ, ເພີ່ມທະວີການພົບປະແລກປ່ຽນ, ໜູນຊ່ວຍ, ສ້າງເງື່ອນໄຂຊ່ວຍເຫຼືອນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ນະຄອນດ່ານັ້ງ ບັນລຸໄດ້ໝາກຜົນດີ.
ໂດຍ: ເຈິ່ນຮວ່ຽນ