ກົມສູ້ຮົບ (ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ) ຢ້ຽມຢາມ ແລະເຮັດວຽກຢູ່ ກອງພົນນ້ອຍ 134 (ເຫຼົ່າຮົບສື່ສານ)
ກປ.ອອນໄລ - ຕອນບ່າຍວັນທີ 3 ເມສາ, ຢູ່ກອງພົນນ້ອຍ 134 (ເຫຼົ່າຮົບສື່ສານ), ທ່ານພັນເອກພິເສດ ຫວູຫງອັກເຄືອງ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການເຫຼົ່າຮົບ ໄດ້ໃຫ້ການຕ້ອນຮັບ ແລະເຮັດວຽກກັບຄະນະພະນັກງານກົມສູ້ຮົບ (ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ) ນໍາໂດຍທ່ານພົນຈັດຕະວາ ທອງສະໄໝ ສຸກປະເສີດ, ຫົວໜ້າ ກົມສູ້ຮົບ.
ເຂົ້າຮ່ວມມີທ່ານພັນເອກພິເສດ ບຸ່ຍອຽນຕິງ, ຮອງຫົວໜ້າກົມສູ້ຮົບ (ກົມໃຫຍ່ເສນາທິການ); ການນໍາ, ຜູ້ບັນຊາການກອງພົນນ້ອຍ 134 (ເຫຼົ່າຮົບສື່ສານ).
    |
 |
|
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn |
ທີ່ການເຮັດວຽກ, ໃນບັນຍາກາດທີ່ເຕັມໄປດ້ວຍມິດຕະພາບ, ທ່ານພັນເອກພິເສດ ຫວູຫງອັກເຄືອງ ໄດ້ແລກປ່ຽນບາງຈຸດມູນເຊື້ອທີ່ພົ້ນເດັ່ນ, ພິເສດແມ່ນ 8 ຄໍາທີ່ “ທັນການ, ຊັດເຈນ, ຄວາມລັບ, ປອດໄພ” ເຊິ່ງ ລຸງໂຮ່ ມອບໃຫ້ແກ່ທະຫານສື່ສານ.
ທ່ານພັນເອກພິເສດ ຫວູຫງອັກເຄືອງ ປາດຖະໜາຢາກສືບຕໍ່ໄດ້ເຂົ້າຮ່ວມການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືສາກົນກັບກອງທັບປະຊາຊົນລາວ ຜ່ານການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງລັດຖະບານ ແລະກະຊວງປ້ອງກັນປະເທດສອງປະເທດໃນຂົງເຂດໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານ; ປະກອບສ່ວນປັບປຸງ, ເພີ່ມທະວີການພົວພັນ ຫວຽດນາມ-ລາວ ຂຶ້ນສູ່ລະດັບສູງໃໝ່.
    |
 |
|
ທ່ານພັນເອກພິເສດ ຫວູຫງອັກເຄືອງ ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານພົນຈັດຕະວາ ທອງສະໄໝ ສຸກປະເສີດ. ພາບ: qdnd.vn |
ທ່ານພັນເອກພິເສດ ຫງວຽນກວາງຈຸ່ຍ, ຫົວໜ້າກອງພົນນ້ອຍ 134 ໄດ້ແນະນໍາໂດຍສັງເຂບກ່ຽວກັບມູນເຊື້ອກອງພົນນ້ອຍ 134 ໃນໄລຍະ 60 ປີແຫ່ງການກໍ່ສ້າງ, ຕໍ່ສູ້, ເຕີບໃຫຍ່ ແລະພັດທະນາ; ໝາກຜົນໃນການເປັນເສນາທິການ, ແຜນຜັງ, ກໍ່ສ້າງ ແລະພັດທະນາລະບົບສື່ສານການທະຫານຂອງກອງພົນນ້ອຍໃນໄລຍະປະຈຸບັນ.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານພົນຈັດຕະວາ ທອງສະໄໝ ສຸກປະເສີດ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງກອງພົນນ້ອຍ 134, ເຫຼົ່າຮົບສື່ສານ; ສະແດງຄວາມນິຍົມນັບຖືຕໍ່ມູນເຊື້ອ, ຜົນງານທີ່ບັນລຸໄດ້ກໍ່ຄືການພັດທະນາຂອງກອງພົນນ້ອຍ 134 ໃນໄລຍະປະຈຸບັນ. ພ້ອມທັງປາດຖະໜາຢາກເພີ່ມທະວີການພົບປະແລກປ່ຽນ, ຮ່ວມມືກັບເຫຼົ່າຮົບສື່ສານຢ່າງເລິກເຊິ່ງກວ້າງຂວາງກວ່າອີກໃນຂົງເຂດຮັບປະກັນສື່ສານການທະຫານໃນໄລຍະຈະມາເຖິງ.
ໂດຍ: ເຈິ່ນຮວ່ຽນ