ກະຊວງການຕ່າງປະເທດຫວຽດນາມ ມານະພະຍາຍາມຜັນຂະຫຍາຍໜ້າທີ່ການທູດພະລັງງານ
ຕອນບ່າຍວັນທີ 2 ເມສາ, ຢູ່ກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ໂດຍຕອບຄຳຖາມຂອງນັກຂ່າວ ກ່ຽວກັບບັນຫາຄ້ຳປະກັນຄວາມໝັ້ນຄົງດ້ານພະລັງງານໃນສະພາບການທີ່ໂລກມີການຜັນແປຫຼາຍຢ່າງໃນປັດຈຸບັນ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:
ໃນຂອບເຂດບົດບາດໜ້າທີ່ຂອງຕົນ, ກະຊວງການຕ່າງປະເທດໄດ້ເປັນເຈົ້າການອັບເດດຂໍ້ມູນ ກ່ຽວກັບສະພາບການຜັນແປເປັນປະຈຳ, ດັດປັບນະໂຍບາຍຂອງບັນດາປະເທດເພື່ອມີຄຳສະເໜີແນະຕໍ່ລັດຖະບານ ເພື່ອມີມາດຕະການຮັບມືໃນການບໍລິຫານເສດຖະກິດມະຫາພາກ, ບໍລິຫານກ່ຽວກັບພະລັງງານຢ່າງທັນການ, ປະສານສົມທົບກັບກະຊວງການເງິນ, ກະຊວງອຸດສາຫະກຳ ແລະການຄ້າ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ, ແລກປ່ຽນກັບບັນດາຄູ່ຮ່ວມມື ເພື່ອເພີ່ມທະວີການພົວພັນຮ່ວມມືທາງການຄ້າ, ການລົງທຶນປະສານສົມທົບໜູນຊ່ວຍເຊິ່ງກັນ ແລະກັນ ເພື່ອຮັບມືກັບສະພາບການໃນປັດຈຸບັນ.
    |
 |
|
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: mofa.gov.vn |
ກໍ່ໃນກອງປະຊຸມຂ່າວ, ໂດຍຕອບຄຳຖາມກ່ຽວຂ້ອງເຖິງທັດສະນະຂອງຫວຽດນາມ ກ່ຽວກັບການຮັບປະກັນຄວາມປອດໄພໃນການເດີນເຮືອ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຊີ້ແຈ້ງວ່າ: ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງການຮັບປະກັນຄວາມເສລີ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອຢູ່ບັນດາເຂດທະເລ ແລະຢັ້ງຢືນທັດສະນະສະເໝີຕົ້ນສະເໝີປາຍກ່ຽວກັບຄວາມສຳຄັນຂອງການປະຕິບັດຕາມກົດໝາຍສາກົນໃນການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ