leftcenterrightdel
ທ່ານພົນໂທ ຫງວຽນເຈື່ອງຖັງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ມອບດອກໄມ້ໃຫ້ແກ່ທ່ານພົນໂທ ສາຍໃຈ ກົມມະສິດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ. ພາບ: qdnd.vn

ທີ່ການເຈລະຈາ, ສອງຝ່າຍໄດ້ພ້ອມກັນແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານພົນໂທ ຫງວຽນເຈື່ອງຖັງ ເນັ້ນໜັກວ່າ ການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ລາວ ຄັ້ງທີ 6 ທີ່ມີຄວາມໝາຍສໍາຄັນ, ແນໃສ່ຜັນຂະຫຍາຍຄວາມຮັບຮູ້ລວມຂອງກົມການເມືອງ ແລະການນຳຂັ້ນສູງສອງປະເທດ, ອະນຸສັນຍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໄລຍະ 2025-2029 ແລະແຜນການຮ່ວມມືປີ 2026 ລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ຫວຽດນາມ-ລາວ.

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: qdnd.vn

ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການຮ່ວມມືແທດຈິງ ແລະມີປະສິດທິຜົນ. ຈຸດສຸມໃນບັນດາຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ສືບຕໍ່ຮັກສາກົນໄກປຶກສາຫາລື, ເຈລະຈາຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນການເຈລະຈານະໂຍບາຍປ້ອງກັນຊາດ ເພື່ອແລກປ່ຽນບັນຫາຍຸດທະສາດ, ກໍານົດທິດຈຸດສຸມໃນການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດຢ່າງທັນການ; ເສີມຂະຫຍາຍກົນໄກ, ຮູບແບບການຮ່ວມມືຢ່າງມີປະສິດທິຜົນ, ຄື: ການພົບປະແລກປ່ຽນນາຍທະຫານໜຸ່ມ, ການພົບປະແລກປ່ຽນແມ່ຍິງກອງທັບ, ແຮກສ່ຽວ, ກອງປະຊຸມປະຈຳປີລະຫວ່າງທະຫານເຂດ, ເຫຼົ່າທັບ ແລະກຳລັງປົກປັກຮັກສາຊາຍແດນສອງປະເທດ.

leftcenterrightdel
ທ່ານພົນໂທ ຫງວຽນເຈື່ອງຖັງ ແລະທ່ານພົນໂທ ສາຍໃຈ ກົມມະສິດ. ພາບ: qdnd.vn

ສອງຝ່າຍເພີ່ມທະວີການຮ່ວມມືໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນສອງປະເທດດ້ວຍຮູບການທີ່ອຸດົມສົມບູນ, ແທດຈິງ, ຄື: ການພົບປະແລກປ່ຽນ, ແຮກສ່ຽວ; ການແບ່ງປັນຂໍ້ມູນຂ່າວສານ; ການລາດຕະເວນຮ່ວມ... ສືບຕໍ່ສົມທົບກັນຍູ້ໄວຄວາມຄືບໜ້າການຊອກຫາ, ທ້ອນໂຮມ, ສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ໃນປາງສົງຄາມກັບຄືນປະເທດ; ຊຸກຍູ້, ເຮັດໃຫ້ການພົວພັນຮ່ວມມືລະຫວ່າງກອງທັບສອງປະເທດ, ກໍ່ຄືລະຫວ່າງກອງທັບ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ ເລິກເຊິ່ງກວ່າອີກໃນສະພາບການໂລກ ແລະພາກພື້ນສືບຕໍ່ຜັນແປໄປຢ່າງສັບສົນ ແລະສິ່ງທ້າທາຍຄວາມໝັ້ນຄົງບໍ່ແມ່ນການທະຫານນັບມື້ນັບຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້.

ເນື່ອງໃນໂອກາດນີ້, ທ່ານພົນໂທ ຫງວຽນເຈື່ອງຖັງ ເຊື້ອເຊີນການນຳກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ເຂົ້າຮ່ວມ ແລະສົ່ງວິສາຫະກິດປ້ອງກັນຊາດຂອງກະຊວງປ້ອງກັນປະເທດລາວ ເຂົ້າຮ່ວມວາງສະແດງຜະລິດຕະພັນອຸດສາຫະກໍາປ້ອງກັນຊາດຢູ່ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 3 ໃນເດືອນ ທັນວາ 2026.

ໂດຍ: ເຈິ່ນຮວ່ຽນ