ຕາມໜັງສືພິມວິພາກ ແລະເຫດການ (AIF) ຂອງລັດເຊຍ ແລ້ວ, ທ່ານພັນເອກ Vladislav Veryasov, ຫົວໜ້າຫ້ອງການຝຶກແອບສູ້ຮົບເຫຼົ່າຮົບຊ່າງແສງສັງກັດກໍາລັງປະກອບອາວຸດລັດເຊຍ, ກຳມະການແຂ່ງຂັນຕີລາຄາສູງບັນດາທັກສະຂອງທີມຊ່າງແສງກອງທັບປະຊາຊົນຫວຽດນາມ, ພ້ອມທັງເນັ້ນໜັກວ່າ, ບັນດາພົນທະຫານຫວຽດນາມ ໄດ້ສະແດງໃຫ້ເຫັນຈິດໃຈສູ້ຮົບຢ່າງກ້າແກ່ນ.

ເມື່ອແລກປ່ຽນກັບນັກຂ່າວໂທລະພາບ STV ຂອງເບລາຣຸດ, ທ່ານພັນເອກ Vladimir Bely, ຮອງຜູ້ບັນຊາການກໍາລັງສູ້ຮົບພິເສດເບລາຣຸດ, ກໍາມະການແຂ່ງຂັນໃຫ້ຂໍ້ສັງເກດວ່າ, ເຖິງວ່າຄັ້ງທໍາອິດເຂົ້າຮ່ວມ Army Games 2019 ແຕ່ທີມຍິງບັ່ນທອນຫວຽດນາມ ບັນລຸໄດ້ຜົນງານສູງ. ຕາມທ່ານ Vladimir Bely, ບັນດານັກຍິງປືນຫວຽດນາມ ໄດ້ແນໃສ່ເປົ້າໝາຍຢ່າງຊັດເຈນ.

leftcenterrightdel
ບັນດານັກຍິງປືນຫວຽດນາມ ປະຕິບັດການແຂ່ງຂັນຍິງປືນຢູ່ Army Games. ພາບ: ເວືອງທັ໊ງ.

ສໍານັກຂ່າວສານ Sputnik ຂອງລັດເຊຍ ກໍ່ຍ້ອງຍໍທີມແພດທະຫານຕໍ່ກໍາລັງແຮງຂອງຫວຽດນາມ. ຕາມສໍານັກຂ່າວສານນີ້, ໃນການແຂ່ງຂັນ “ແພດທະຫານຕໍ່ກໍາລັງແຮງ”, ທີມແພດທະຫານກອງທັບປະຊາຊົນຫວຽດນາມ ໄດ້ນໍາໃຊ້ເຕັກນິກບີບເສັ້ນເພື່ອຊ່ວຍບັນດານັກກິລາຟື້ນຟູສຸຂະພາບພາຍຫຼັງຜ່ານສິ່ງກີດຂວາງທີ່ສະໜາມຝຶກຊ້ອມ Forish ຢູ່ນະຄອນ Tashkent (ອຸຊເບກິສຖານ). ຍ້ອນມີຖັນແຖວແພດໝໍຫວຽດນາມ, ບັນດານັກກິລາຈຶ່ງມີສຸຂະພາບເຂັ້ມແຂງເຖິງວ່າກ່ອນໜ້ານັ້ນເຂົາເຈົ້າຕ້ອງຜ່ານສິ່ງທ້າທາຍ, ຄວາມຫຍຸ້ງຍາກຫຼາຍຢ່າງ.

ໃນຂະນະນັ້ນ, ຕາມໜັງສືພິມດາວແດງຂອງກໍາລັງປະກອບອາວຸດສະຫະພັນລັດເຊຍ, ທ່ານພັນເອກ ຫງວຽນຊວນຢີງ, ຫົວໜ້າທີມຊ່າງແສງກອງທັບປະຊາຊົນຫວຽດນາມ ຢັ້ງຢືນວ່າ, ອາວຸດສະຫງວນໃຫ້ທີມຊ່າງແສງໂດຍລັດເຊຍ ຜະລິດແມ່ນທັນສະໄໝທີ່ສຸດ. ທ່ານພັນເອກ ຫງວຽນຊວນຢີງ ສະແດງຄວາມປິຕິຊົມຊື່ນເມື່ອມີບັນດາອາວຸດ, ອຸປະກອນດ້ານເຕັກນິກຄືດັ່ງກ່າວ. ຕາມສໍານັກຂ່າວສານ Sputnik, ຮອບຊີງຊະນະເລີດຂອງການແຂ່ງຂັນ “ເສັ້ນທາງປອດໄພ” ຖືກຈັດຕັ້ງໃນວັນທີ 11 ສິງຫາ, ຢູ່ສະໜາມຝຶກຊ້ອມ Andreevsky, ຊານເມືອງນະຄອນ Tyumen, ສະຫະພັນລັດເຊຍ

ໂດຍ: ເຈິ່ນຮວ່ຽນ